蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງ​ຮູບ​ພາບ “ຄວາມ​ສວຍ​ງາມ​ຂອງ​ຈີນ​ແລະ​ມຽນ​ມາ ຄວາມ​ຮັກ​ແພງຖານ​ອ້າຍ​ນ້ອງ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງ

2020-01-16 10:46:43 CRI

ງານ​ວາງ​ສະ​ແດງ​ຮູບ​ພາບ “ຄວາມ​ສວຍ​ງາມ​ຂອງ​ຈີນ​ແລະ​ມຽນ​ມາ ຄວາມ​ຮັກ​ແພງຖານ​ອ້າຍ​ນ້ອງ” ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງໃນ​ວັນ​ທີ 15 ມັງ​ກອນ​ນີ້, ບຸກ​ຄົນ​ວົງ​ການ​ການ​ເມືອງ, ການ​ຄ້າ ແລະ ວັດ​ທະ​ນະ​ທຳ​ຂອງ​ມຽນ​ມາ ພ້ອມ​ທັງ​ຊາວ​ຈີນ, ຈີນ​ຕ່າງ​ດ້າວ, ຜູ້​ຕາງ​ໜ້າ​ນັກ​ທຸ​ລະ​ກິດ​ຈີນ, ນັກ​ຮຽນ ແລະ ສື່ມວນ​ຊົນ​ຈີນ ແລະ ມຽນ​ມາ​ລວມ​ທັງ​ໝົດ 200 ກວ່າ​ຄົນ​ເຂົ້າ​ຮ່ວມ.

ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ອີງ​​ໃສ່ເນື້ອ​ໃນ​ຕົ້ນ​ຕໍ​ຄື “ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ, ຮ່ວມ​ດື່ມນ້ຳ​ສາຍດຽວ​ກັນ ແລະ ຄູ່​ຮ່ວມ​ຊາ​ຕາ​ກຳ” ໂດຍ​ໄດ້​ໃຊ້​ຮູບ​ພາບ​ເກືອບ​ຮ້ອຍ​ແຜ່ນ ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ທິວ​ທັດ​ທຳ​ມະ​ຊາດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຮີດ​ຄອງ​ປະ​ເພ​ນີ, ການ​ແລກ​ປ່ຽນທາງ​ເສດ​ຖະ​ກິດ​ການ​ຄ້າ ແລະ ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ.

ຄຳ​ເຫັນ

0