黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼິວ​ເຮີ້​ພົບ​ປະ​ກັບ​ຜູ້​ຮັບຜິດຊອບ​ອົງການ​ຈັດຕັ້ງສາກົນ​ແລະ​ຜູ້​ແທນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອາ​ເມຣິກາ

2020-01-16 10:34:50 CRI

ຕອນ​ເຊົ້າວັນ​ທີ 14 ມັງກອນ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານຫຼິວ​ເຮີ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ ທັງ​ເປັນ​ຫົ​ວໜ້າ​ຄະນະ​ຜູ້​ແທນ​ຝ່າຍ​ຈີນ​ກ່ຽວ​ກັບ​ການ​ເຈລະຈາ​ເສດຖະກິດ​ການ​ຄ້າຮອບດ້ານ​ຈີນ-ອາ​ເມຣິກາ​​ໄດ້ພົບ​ປະ​ກັບ​ທ່ານ​ນາງຄຣິສຕາ​ລີ​ນາ ​ຈໍ​ເຈຍວາ ຜູ້ອຳນວຍການ​ໃຫຍ່​ອົງການ​ກອງ​ທຶນ​ເງິນຕາ​ສາກົນ ຫຼື IMF, ທ່ານ​​ໂທ​ມັສ ​ໂດ​ໂນ​ຮີວ ປະທານ​ສະພາ​ການ​ຄ້າ​ທົ່ວ​ປະ​ເທດ​ອາ​ເມຣິກາ ​ແລະ ທ່ານ​​ໄຄຣກ໌ ​ເອ​ເລນ ປະທານ​ຄະນະ​ກຳມະການ​ການ​ຄ້າ​ອາ​ເມຣິກາ-ຈີນ.

ທ່ານຫຼິວ​ເຮີ້ ກ່າວ​ວ່າ: ບົນ​ພື້ນຖານ​ຄວາມສະ​ເໝີ​ພາບ ​ແລະ ​ເຄົາລົບ​​ເຊິ່ງກັນ​ແລະ​ກັນ, ສອງ​ຝ່າຍ​ຈີນ​ແລະ​ອາ​ເມຣິກາ​ໄດ້​ບັນລຸ​ການ​ເຊັນ​ສັນຍາ​ເສດຖະກິດ​ການ​ຄ້າ​ໄລຍະ​ທີ 1 ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ຈີນ, ຕໍ່​ອາ​ເມຣິກາ ກໍ​ຄື​ຕໍ່​ທົ່ວ​ໂລກ. ຄວາມ​ໝາຍ​ຂອງ​ສັນຍາ​ດັ່ງກ່າວ​ບໍ່​ຈຳກັດ​ພຽງ​ແຕ່​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ໂລກ​ອີກ​ດ້ວຍ. ພາຍຫຼັງ​ໄດ້​ເຊັນ​ສັນຍາ​ແລ້ວ, ສອງ​ຝ່າຍ​ຄວນຮ່ວມ​ກັນ​ສຸມ​ຄວາມ​ພະຍາຍາມ​ຈັດຕັ້ງປະຕິບັດ​ໃຫ້​ດີ ​ເພື່ອ​ໃຫ້​ໄດ້​ໝາກຜົນ​ດີ​ທີ່​ແທ້​ຈິງ.

ທ່ານ​ນາງ​ຈໍ​ເຈຍວາ ຜູ້ອຳນວຍການ​ໃຫຍ່ IMF ກ່າວ​ວ່າ: IMF ຈະ​ເຮັດ​ຄື​ແຕ່​ເກົ່າ​ເໝືອນ​ດັ່ງ​ທີ່​ເຄີຍ​ໄດ້​ປະຕິບັດ​ຜ່ານ​ມາ, ສະ​ເໜີ​​ຂໍ້​ສະ​ເໜີ​ກ່ຽວ​ກັບນະ​ໂຍບາຍຕ່າງໆ ບົນ​ພື້ນຖານ​ຄວາມ​ເປັນ​ຈິງ​ແລະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​​ຂອງ​ເສດຖະກິດ​ໂລກ​ໃຫ້ເຕີບ​ໂຕ, ພ້ອມ​ທັງ​ພະຍາຍາມ​ຢ່າງ​ສຸດ​ຂີດ​​​ເພື່ອ​ສາມັກຄີ​ກັບປະ​ເທດ​ຕ່າງໆ ​​ໃນ​ການແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ທີ່​ຄ້າງ​ຄາ​ຢູ່.

ທ່ານ​ໂທ​ມັສ ​ໂດ​ໂນ​ຮີວ ​ແລະ ທ່ານ​ເອ​ເລນ ຕ່າງ​ກໍ​ກ່າວ​ວ່າ: ສະພາ​ການ​ຄ້າ​ທົ່ວ​ປະ​ເທດ​ອາ​ເມຣິກາ ​ແລະ ຄະນະ​ກຳມະການ​​ການ​ຄ້າ​ອາ​ເມຣິກາ-ຈີນ ພ້ອມ​ດ້ວຍ​ອົງການ​ຕ່າງໆ​ທີ່​ເປັນສະມາຊິກ ຈະ​ສຸມ​ທຸກ​ຄວາມ​ພະຍາຍາມ​ເພື່ອ​ສະໜັບສະໜູນ​ລັດຖະບານ​ແລະ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ອາ​ເມຣິກາ​ແລະ​ຈີນ​ໃນ​ການຈັດຕັ້ງປະຕິບັດ​ສັນຍາ​ໄລຍະ​ທີ 1 ​ໃຫ້​ດີ, ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ ​ແລະ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ເພື່ອ​ພັດທະນາການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ອາ​ເມຣິກາ-ຈີນ ກໍ​ຄືສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ຄຳ​ເຫັນ

0