ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 15 ມັງກອນນີ້, ເວທີປຶກສາຫາລືເສດຖະກິດໂລກໄດ້ເປີດເຜີຍ “ບົດລາຍງານຄວາມສ່ຽງທົ່ວໂລກປີ 2020”, ໂດຍຮຽກຮ້ອງໃຫ້ປະເທດຕ່າງໆຈົ່ງປະສານແລະຮ່ວມມືກັນໂດຍໄວ, ເພື່ອຫຼຸດຄວາມສ່ຽງດ້ານເສດຖະກິດແລະການເມືອງທີ່ອາດຈະຮຸນແຮງຂຶ້ນຕື່ມ, ຮ່ວມກັນຮັບມືກັບສິ່ງທ້າທາຍໄລຍະຍາວຍ້ອນການປ່ຽນແປງຂອງດິນຟ້າອາກາດ.
ບົດລາຍງານຄາດຄະເນວ່າ, ປີ 2020 ຈະເປັນປີທີ່ການຜັນແຍກຮຸນແຮງຂຶ້ນແລະເສດຖະກິດຈະເຕີບໂຕຊ້າລົງ. ຄວາມອ່ອນແອດ້ານເສດຖະກິດມະຫາພາກແລະຄວາມແຕກໂຕນກັນລະຫວ່າງຄວາມທຸກຍາກກັບຄວາມຮັງມີເຮັດໃຫ້ເສດຖະກິດໂລກຜະເຊີນກັບແຮງກົດດັນເພີ່ມຂຶ້ນ, ການເຕີບໂຕດ້ານເສດຖະກິດມີຄວາມສ່ຽງຈະຢຸດສະງັກ. ສ່ວນນະໂຍບາຍຮັບມືຈະມີຜົນຫຼືບໍ່ຍັງເປັນສິ່ງທີ່ບໍ່ແນ່ນອນ.
ບົດລາຍງານລະບຸອີກວ່າ, ໃນ 10 ປີຕໍ່ໜ້າ, 5 ຄວາມສ່ຽງໃຫຍ່ຂອງໂລກລ້ວນແຕ່ກ່ຽວພັນເຖິງສະພາບແວດລ້ອມ. ສະພາບອາກາດຮ້າຍແຮງ, ມາດຕະການຫຼຸດຜ່ອນແລະການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດປະສົບຄວາມຫຼົ້ມເຫຼວ, ໄພພິບັດໜັກໜ່ວງ, ຊີວະນາໆພັນຖືກທຳລາຍແລະລະບົບນິເວດເພພັງ, ສິ່ງແວດລ້ອມຖືກມະນຸດທຳລາຍລ້ວນແຕ່ແມ່ນຄວາມສ່ຽງຂອງໂລກທີ່ຄົນທັງຫຼາຍເຫັນວ່າອາດຈະເກີດມີຜົນສະທ້ອນຮ້າຍແຮງແລະອາດເກີດຂຶ້ນຫຼາຍທີ່ສຸດ.
ຄຳເຫັນ
0