蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສັນ​ຍາ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໄດ້​ສ້າງ​ຄວາມ​ແນ່ນອນ​ໃຫ້​ແກ່​ໂລກ

2020-01-16 09:41:49 CRI

ວັນ​ທີ 15 ມັງ​ກອນ​ນີ້, ຢູ່​ທຳ​ນຽບ​ຂາວ​ນະ​ຄອນຫຼວງວໍ​ຊິງ​ຕັນ​ປະ​ເທດ​ອາ​ເມ​ຣິ​ກາ, ທ່ານຫຼິວ​ເຮີ້ ກຳ​ມະ​ການ​ກົມ​ກາ​ນ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ຫົວ​ໜ້າ​​ຄະ​ນະຜູ້​ແທນຝ່າຍ​ຈີນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ເສດ​ຖ​ະ​ກິດ​ຮອບ​ດ້ານ​ຈີນ-ອາ​ເມ​ຣິ​ກາ ແລະ ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ທີ​ໜຶ່ງ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ. ມາ​ຮອດ​ນີ້, “ສົງ​ຄາມ​ການ​ຄ້າ” ຈີນ-​ອາ​ເມ​ຣິ​ກາ​ໄດ້​ຢຸດ​ຕິ​ລົງ​ເປັນ​ແຕ່​ລະ​ໄລ​ຍະ ແລະ ໄດ້​ຢ່ວ​ງ​ບາດ​ກ້າວ​ຕົວ​ຈິງ​ໄປ​ສູ່​ທິດ​ທາງ​ທີ່​ແກ້​ໄຂ​ບັນ​ຫາ​​ຕໍ່​ໄປໃນ​ທີ່​ສຸດ.

ຜົນ​ງານ​ດັ່ງ​ກ່າວ​ໄດ້​ມາ​ບໍ່​ແມ່ນ​ງ່າຍ​ດາຍ ເຊິ່ງ​ແມ່ນ​ຈີນ ແລະ ອາ​ເມ​ຣິ​ກາ​ປຶກ​ສາ​ຫາ​ລື​ກັນ​ທາງ​ເສດ​ຖະ​ກິດ​ການ​ຄ້າລະ​ດັບ​ສູງ 13 ຮອບ ​ໃຊ້​ເວ​ລາ​ເຖິງ 23 ເດືອນ, ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ, ຈິ່ງ​​ປະ​ສົບ​ຜົນ​ສຳ​ເລັດ​ດັ່ງ​ກ່າວ. ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ສອງ​ຝ່າຍ​ລ້ວນ​ແຕ່​ໄດ້​ພິ​ຈາ​ລາ​ເຖິງ​​ຜົນ​ປະ​ໂຫຍດ​ຕົ້ນ​ຕໍກັນ​ແລະ​ກັນ, ໄດ້​ບັນ​ລຸ​ຄວາມ​ສະ​ເໝີ​ພາບ​ກັນ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສັນ​ຍາ​ສະ​ບັບ​ນີ້​ໄດ້​ເປັນ​ຄຳ​ຕອບ​ທີ່​ດີ​ໃຫ້​ກັບ​ຕະຫຼາດ, ສົມ​ດັ່ງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ ແລະ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ-​ອາ​ເມ​ຣິ​ກາ ກໍ​ຄື​ປະ​ຊາ​ຊົນ​ທົ່ວ​ໂລກ, ຍ່ອມ​ຈະ​ເປັນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ເມື່ອ​ສັງ​ເກດ​​ເບິ່ງເນື້ອ​ໃນ​ລະ​ອຽດ​ຂອງ​ສັນ​ຍາ​ແລ້ວ​ເຫັນ​ວ່າ, ສັນ​ຍາ​ໄລ​ຍະ​ທີ​ໜຶ່ງ​ມີ 9 ພາກ ເຊິ່ງ​ພົວ​ພັນ​ເຖິງ​ຊັບ​ສິນ​ທາງ​ປັນ​ຍາ, ການ​​ຖ່າຍໂອນ​ເຕັກ​ນິກ, ອາ​ຫານ​ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ການ​ບໍ​ລິ​ການ​ທາງ​ການ​ທະ​ນາ​ຄານ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ ແລະ ຄວາມ​ໂປ່ງ​ໃສ, ການ​ເປີດກວ້າງ​ການ​ຄ້າ, ການ​ປະ​ເມີນ​ຜົນ​ລະ​ຫວ່າງ​ສອງ​ຝ່າຍ ແລະ ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ. 3 ບັນ​ຫາ​ແກນ​ກາງ​ທີ່​ຈີນ​ຍຶດ​ໝັ້ນ ຄື: ​ການຍົກ​ເວັ້ນ​ການ​ຂຶ້ນ​ພາ​ສີ​​ໃນ​ໄລ​ຍະຫຼັງທັງ​ໝົດ, ຕົວ​ເລກ​ຈັດ​ຊື້​​ສິນ​ຄ້າ​ຕ້ອງ​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ ແລະ ເຮັດ​​ເປັນລາຍ​ລັກ​ອັກ​ສອນ​ໃນ​ສັນ​ຍາ​ໃຫ້​ມີ​ຄວາມ​ດຸນ​ດ່ຽງ​ກັນ ພ້ອມ​ທັງ​ສອງຫຼັກ​ການ ຄື ກະ​ຕິ​ກາ WTO ແລະ ຫຼັກ​ການ​ຕະຫຼາດ ລ້ວນ​ແຕ່​ໄດ້​ລະ​ບຸ​ໄວ້​ໃນ​ສັນ​ຍາ. ຂະ​ນະ​ດຽວ​ກັນ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ຕົ້ນ​ຕໍຂອງ​ອາ​ເມ​ຣິ​ກາ​ກໍ​ໄດ້​​ລະ​ບຸ​ໄວ້​ຢ່າງ​ລະ​ອຽດ​ໃນ​ສັນ​ຍາ. ສະຫຼຸບແລ້ວ​ເຫັນ​ວ່າ, ສັນ​ຍາ​ດັ່ງ​ກ່າວ​ມີ​ລັກ​ສະ​ນະ​ພິ​ເສດ​ສອງ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້:

ໜຶ່ງ​ແມ່ນ​ໄດ້​ບັນ​ລຸ​ຄວາມ​​ດຸນ​ດ່ຽງ​ກັນ. ສັນ​ຍາ​ທີ່​ດີ​ສະ​ບັບ​ໜຶ່ງ​ແມ່ນບໍ່​ຄວນ​ເຮັດ​ໃຫ້​ພຽງ​ໜຶ່ງ​ຝ່າຍ​ດຽວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ເທົ່າ​ນັ້ນ, ຫາກ​ຄວນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສະ​ເໝີ​ພາບ ແລະ ກຽດ​ສັກ​ສີ​ຂອງ​ທັງ​ສອງ​ຝ່າຍ. ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ມາ​ເປັນຫຼາຍ​ຮອບ, ສັນ​ຍາ​ໄລ​ຍະ​ທີ​ໜຶ່ງ​ໄດ້​ບັນ​ລຸ​ຄວາມ​​ດຸນ​ດ່ຽງ​ກັນ.

ສອງ​ແມ່ນ​ບັນ​ລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ນີ້​ແມ່ນ​ ​ທາດ​ແທ້​ຂອງ​ລັກ​ສະ​ນະການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ແລະ​ອາ​ເມ​ຣິ​ກາ, ​ທັງ​ເປັນ​ເຫດ​ຜົນ​ທີ່​ຂາດ​ບໍ່​ໄດ້​ໃນ​ສັນ​ຍາ​ໄລ​ຍະ​ທີ​ໜຶ່ງ​ນີ້. ພາຍຫຼັງ​ລົງ​ນາມ​ໃນ​ສັນ​ຍາ​ແລ້ວ, ບັນ​ຫາ​ສຳ​ຄັນ​ກໍ​ແມ່ນ​ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ​ໃຫ້​ດີ. ເພື່ອ​ເລື່ອງ​ນີ້, ສອງ​ຝ່າຍ​ໄດ້​ລະ​ບຸ​ກົນ​ໄກ​ປະ​ເມີນ​ສອງ​ຝ່າຍ ແລະ ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ລະ​ອຽດ​ຢູ່​ໃນ​ສັນ​ຍາ, ຖ້າ​ຝ່າຍ​ໃດ​ລະ​ເມີດ​ສັນ​ຍາ, ລ້ວນ​ແຕ່​ຈະຕ້ອງ​ຖືກ​ລົງ​ໂທດ​ຕາມ​ເນື້ອ​ໃນ​ຂອງ​ສັນ​ຍາ.

ໂລກ​ປັດ​ຈຸ​ບັນ​ພວມ​ຜະ​ເຊີນ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ​ຮ້ອຍ​ປີ, ຄວາມ​ບໍ່​ແນ່ນອນ​ໃນ​ການ​ພັດ​ທະ​ນາ​ໄດ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ໜຶ່ງ ແລະ ອັນ​ດັບ​ສອງ​ຂອງ​ໂລກ, ການ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​-ອາ​ເມ​ຣິ​ກາ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ໂລກ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ໄລ​ຍະ​ທີ​ໜຶ່ງ, ຈິ່ງບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ການ​ຄ້າ​ອັນ​ເຄັ່ງ​ຕຶງ​ໃນ​ປັດ​ຈຸ​ບັນ​ຜ່ອນ​ຄາຍ​ລົງ ແລະ ເພີ່ມ​ຄວາມ​ແນ່ນອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ທົ່ວ​ໂລກ.

ຄຳ​ເຫັນ

0