黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຂຽນ​ບົດ​ຄວາມ​ລົງໃນສື່ມວນ​ຊົນ​ມຽນ​ມາ

2020-01-16 16:19:48 cri

ວັນ​ທີ 16 ມັງ​ກອນ​ນີ້, ກ່ອນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຂຽນ​ບົດ​ຄວາມ​​ທີ່​ພາດ​ຫົວຂໍ້ວ່າ “ຂຽນ​ບົດ​​ຄວາມໃໝ່​ກ່ຽວ​ກັບ​ມິດ​ຕະ​ພາບຖານ​ອ້າຍນ້ອງ​ຈີນ-ມຽນ​ມາ​ທີ່​​ມີ​ປະ​ຫວັດ​ພັນ​ກວ່າ​ປີ​” ​ລົງໜັງ​ສື​ພິມ “ແສງ​ສະ​​ຫວ່າງ​ຂອງ​ມຽນ​ມາ”, ໜັງ​ສື​ພິມ ​ຕາ​ເກ​ສ​ປີ​ເກນ ແລະ​ໜັງ​ສື​ພິມ The global new light of Myanmar. ບົດ​ຄວາມ​ລະ​ບຸ​ວ່າ, ພາຍ​ຫຼັງ​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ເວ​ລາ 70 ປີ​ຜ່ານ​ມາ, ຈີນ​ແລະ​ມຽນ​ມາ​ໄດ້​ລິ​ເລີ່ມ​ແລະ​ປະ​ຕິ​ບັດ​ຕາມ​ 5 ຫຼັກ​ການຢູ່​ຮ່ວມ​ກັນ​ໂດຍ​ສັນ​​ຕິ, ​ສ້າງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເຄົາ​ລົບ​ນັບ​ຖືແລະ​ສະ​ໜັບ​ສະ​ໜູນ​ເຊິ່ງ​​ແລະ​ກັນ​ມາ​ໂດຍ​ຕະ​ຫຼອດ, ໄດ້​ສາງ​​ແບບຢ່າງ​ທີ່​ທີ່​ປະ​ເທດ​ໃຫຍ່​ແລະ​ປະ​ເທດ​ນ້ອຍ​ມີ​ຄວາມ​ສະ​ເໝີ​ພາບ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ, ​ເຊິ່ງໄດ້​ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ. ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ພື້​ນ​ຖານ​ໜັກ​ແໜ້ນກວ່າ​ເກົ່າ, ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ.

ປີ​ນີ້, ​ແມ່ນ​ປີ​ທີ່​ຈີນ​ຈະ​ສ້າງ​ສັງ​ຄົມ​ທີ່​ອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ​ໃຫ້​ສຳ​ເລັດ, ແລະ​ແມ່ນ​ປີ​ທີ່​ຈະ​ຕ້ອງ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​​ເຮັດ​ໃຫ້​ເຫດ​ການ​ສຳ​ຄັນ 100 ປີ​ອັນ​ໜຶ່ງ​ສຳ​ເລັດ​ຜົນ. ສອງ​ຝ່າ​ຍ​ຄວນ​ຖື​ການ​ສ້າງ​​ຕັ້ງສາ​ຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ​ເປັນ​​ກາ​ລະໂອ​ກາດ​ທີ່​ດີ, ເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ, ລົງ​ເລິ​ກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ, ​ກຳ​ນົດ​ແຜນ​ການ​ໃໝ່​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ. ລົງ​ເລິກ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ເພີ່ມ​ພະ​ລັງ​​ຊຸກ​ດັນໃໝ່​ເຂົ້າ​ໃນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ເພີ່ມ​ເນື້ອ​ໃນ​ໃໝ່​​ໃນ​ການ​ຮ່ວມ​ມື​ຖານ​ອ້າຍ​ນ້ອງ​ຈີນ-ມຽນ​ມາ. ເພີ່ມ​ທະ​ວີ​ການ​ປະ​ສານ​ງານ, ສ້າງ​ສະ​ພາບ​ການ​ໃໝ່​ທີ່​​ມີສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້.

ຈີນ​ແລະ​ມຽນ​ມາ​ມີ​ສຸ​ພາ​ສິດ​ຄ້າຍ​ຄື​ກັນ​​ວ່າ​: “ຍາດ​ຕິ​ພີ່​ນ້ອງ​ໄປ​ມາ​ຫາ​ສູ່​ກັນຍິ່ງ​ຫຼາຍ​ຍິ່ງ​ສະ​ໜິດ, ເພື່ອນ​ມິດ​ໄປ​ມາ​ຫາ​ສູ່​ກັນ​ເລື້ອຍໆ​ຍິ່ງ​ໃກ້​ຊິດ”. ໂດຍ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ປະ​ຫວັດ​ສາດ​ເນື່ອງ​ໃນ​ໂອ​ກາດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 70 ປີ, ຈີນ​ຍິນ​ດີ​​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ເພື່ອນ​ມິດ​ມຽນ​ມາ, ຊຸກ​ຍູ້​​ການສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ​​ໃຫ້​ໃກ້​ຊິດກວ່າ​ເກົ່າ, ສືບ​ຕໍ່​ຂຽນ​ບົດ​ຄວາມ​ໃໝ່​ດ້ານ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​ຈີນ-ມຽນ​ມາ​ທີ່​ມີ​ມູນ​ເຊື້ອ​ຍາວ​ນານ​ພັນ​ກວ່າ​ປີ.

ຄຳ​ເຫັນ

0