黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2019 ຈີນ​​ສືບ​ສວນ​ຄະ​ດີ​ຄ້າ​ຂາຍ​ເຖື່ອນ 4198 ລາຍ

2020-01-17 16:48:42 cri

ຕົວ​ເລກ​ທີ່​ອົງ​ການ​ດ່ານ​ພາ​ສີ​​ແຫ່ງ​ຊາດ​ຈີນ​ເປີ​ດ້​ເຜີຍ​ໃນ​ວັນ​ທີ 16 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2019, ອົງ​ການ​ດ່ານ​ພາ​ສີ​ຈີນ​ໄດ້​​ສືບ​ສວນ​ຄະ​ດີ​ຄ້າ​ຂາຍ​ເຖື່ອນ 4198 ລາຍ; ນອກ​ຈາກ​ນັ້ນ​ອົງ​ການ​ດ່ານ​ພາ​ສີ​ຈີນ​ຍັງ​ໄດ້​ອະ​ນຸ​ມັດ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ 77 ຊະ​ນິດ​ຈາກ 82 ປະ​ເທດ​ແລະ​ເຂດ​ແຄວ້ນ​ຜ່ານ​ດ່ານ​ເຂົ້າ​ເມືອງ, ​ເປັນ​ການສະ​ໜັບ​ສະ​ໜູນ​​ຕໍ່ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ຢ່າງ​ແຂງ​ແຮງ​ແລະ​ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ໝັ້ນ​ທ່ຽງ.

ໃນ​ກອງ​ປະ​ຊຸມ​ວຽກ​ງານ​ອົງ​ການ​ດ່ານ​ພາ​ສີ​ທົ່ວ​​ປະ​ເທດ​ປີ 2020 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມັງ​ກອນ​ນີ້, ທ່ານ​ໜີ​ຢົວ​ເຟີງ ຫົວ​ໜ້າ​ອົງ​ການ​ດ່ານ​ພາ​ສີ​​ແຫ່ງ​ຊາດຈີນ​ກ່າວ​ວ່າ: ໃນ​ຄະ​ດີ​ທີ່​ອົງ​ການ​ດ່ານ​ພາ​ສີ​ຈີນ​​ສືບ​ສວນ​ໃນ​ປີ 2019, ​​ຄະ​ດີ​ຄ້າ​ຂາຍ​ເຖື່ອນ​ທີ່​ກ່ຽວ​ພັນ​ເຖິງ​ການ​ໜີ​ພາ​ສີ​ນັ້ນ​ໄດ້​ກວມ​ປະ​ມານ 50%, ​ມີ​ມູນ​ຄ່າ​ເຖິງ 78,16 ຕື້ຢວນ, ເພີ່ມ​ຂຶ້ນ 74,3%. ສືບ​ສວນ​ຄະ​ດີຄ້າ​ຂາຍ​ເຖື່ອນ​​ຜະ​ລິດ​ຕະ​ພັນງາ​ຊ້າງ 170 ລາຍ, ​ນອກ​ຈາກ​ນັ້ນຍັງ​ໄດ້​ເພີ່ມ​ທະ​ວີ​ການປະ​ສານ​​ສົມ​ທົບ​ກັບ​ປະ​ເທດ, ເຂດ​ແຄວ້ນ​ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ, ຊ່ວຍ​ເຫຼືອ​ອົງ​ການ​ດ່ານ​ພາ​ສີ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ​ຈີນ, ມາ​ເລ​ເຊຍ, ຫວຽດ​ນາມ, ສິງ​ກະ​ໂປ​ກວດ​ຄົ້ນ​ແລະ​ພົບ​ງາ​ຊ້າງທີ່​ຄ້າ​ຂາຍ​ເຖື່ອນ​ຫຼາຍກວ່າ 11 ໂຕນ, ແລະ​ເກັດລິ່ນ​ເກືອບ 60 ໂຕນ.

ໂດຍ​ຜ່ານ​ການ​​ປາບ​ປາມ​ຢ່າງ​ຕໍ່​ເນື່ອງ, ການ​​ນຳ​ເຂົ້າ​ຂີ້​ເ​ຫຍື້ອ​ຈາກ​ຕ່າງ​ປະ​ເທດ​ໄດ້​ຖືກ​ສະ​ກັດ​ກັ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຂະ​ນະ​ດຽວ​ກັນ​ໃນ​ດ້ານ​ການ​ບູ​ລະ​ນະ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ, ອົງ​ການ​ດ່ານ​ພາ​ສີ​ຈີນ​ໄດ້​ອອກ​ແຮງ​ຊຸກ​ຍູ້ການ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແລະ​ຫຼຸດ​ຄ່າ​​ທຳ​ນຽມ​ຜ່ານ​ດ່ານ. ປີ 2020, ຈີນ​ຍັງ​ຈະ​​ສືບ​ຕໍ່​ປາບ​ປາມການ​ຄ້າ​ຂາຍ​ເຖື່ອນ​ຢ່າງ​​ເຄັ່ງ​ຄັດ, ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.

ຄຳ​ເຫັນ

0