蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ໂຕະ​ມົນ​ສື່ມວນ​ຊົນ​ວ່າ​ດ້ວຍ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈີນ-ມຽນ​ມາ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງ

2020-01-17 14:57:17 CRI

ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ, ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສື່ມວນ​ຊົນ​ສອງ​ປະ​ເທດ, ກອງ​ປະ​ຊຸມ​ໂຕະ​ມົນ​ສື່ມວນ​ຊົນ​ວ່າ​ດ້ວຍ​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈີນ-ມຽນ​ມາ​ ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ ຫຼື CMG ເປັນ​ເຈົ້າ​ພາບ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາໃນ​ວັນ​ທີ 15 ມັງ​ກອນ​ນີ້.

ມື້​ດຽວກັນ, ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຈີນ​ແລະ​ມຽນ​ມາ 70 ກວ່າ​ທ່ານ​ໄດ້​​ເຂົ້​າ​ຮ່ວມ ເພື່ອລົງ​ເລິກ​ປຶກ​ສາ​ຫາ​ລື​ວ່າ: ສົມ​ຄວນ​ເຮັດ​ແນວ​ໃດ ເພື່ອ​ໃຫ້​ສື່ມວນ​ຊົນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊຸກ​ຍູ້​ການ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ລະ​ຫວ່າງ​ຈີນ​ແລະ​ມຽນ​ມາ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ມຽນ​ມາ.

ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຫັນ​ວ່າ, ​ການ​ເຊື່ອມ​ສານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເປັນ​ພື້ນ​ຖານ​ແຫ່ງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ຮ່ວມ​ກັນ​ສ້າງ “ໜຶ່​ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສື່ມວນ​ຊົນ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຜີຍ​ແຜ່​​ພາບ​ພົດ​ໃນ​ທາງບວກ​ທີ່​ຕັ້ງ​ໜ້າ, ຍຶດ​ຖື​ຈຸດ​ຢືນ​ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ ແລະ ທ່ຽງ​ທຳ, ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີຄວາມ​ເຂົ້າ​ໃຈ​ກັນ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ ແລະ ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ສື່ມວນ​ຊົນ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ຕື່ມ​ອີກ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍລົບ​ກວນ​​ຢ່າງ​ບັງ​ອາດ​​ທີ່​ຝືນ​ກັບ​ຄວາມ​ເປັນ​ຈິງ ແລະ ບໍ່​ທ່ຽງ​ທຳ​ຂອງ​ສື່ມວນ​ຊົນ​ຕາ​ເວັນ​ຕົກ​ບາງ​ແຫ່ງ, ພ້ອມ​ທັງ​​ກ້າວ​ເດີນ​ໃຫ້​ທ່ວງທັນ​ກັບ​ສະ​ຖາ​ນະ​ການ​ສາ​ກົນ ແລະ ພາກ​ພື້ນ​ທີ່​ປ່ຽນ​ແປງໄປ​ເລື້ອຍໆ, ເຕົ້າ​ໂຮມ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ວັງ​ຊາ​ແຫ່ງ​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ ເພື່ອ​ຊຸກ​ຍູ້​ການ​ສ້າງ​ສາ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ກອງ​ປະ​ຊຸມ​ໂຕະ​ມົນ​ຍັງ​ໄດ້​ຈັດ​ພິ​ທີ​ເຜີຍ​ແຜ່ປຶ້ມ “ທ່ານ​ສີ​ຈິ້ນ​ຜິງ​ແລະ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ສະ​ບັບ​ພາ​ສາ​ມຽນ​ມາ​ຄັ້ງ​ທຳ​ອິດ.

ຄຳ​ເຫັນ

0