黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນ​ກັບຈີນ, ຍີ່ປຸ່ນ, ສ.​ເກົາຫຼີຄັ້ງທີ 19 ຈັດ​ຂຶ້ນຢູ່​ບຣູ​ໄນ

2020-01-17 11:33:45 CRI

ກອງ​ປະຊຸມ​ລັດຖະມົນຕີ​ທ່ອງ​ທ່ຽວ​ອາ​ຊຽນກັບຈີນ, ຍີ່ປຸ່ນ, ສ.​ເກົາຫຼີຄັ້ງທີ 19 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ມັງກອນ​ນີ້ຢູ່​ນະຄອນຫຼວງບັນດາ ​ເສຣີ​ເບ​ກາ​ວັນ ປະ​ເທດ​ບຣູ​ໄນ ​ໂດຍ​ມີ​ລັດຖະມົນຕີ​ທ່ອງ​ທ່ຽວ​ ຫຼື ຜູ້ຕາງໜ້າ​ຂອງ 10 ປະ​ເທດ​ອາ​ຊຽນ ພ້ອມ​ດ້ວຍ​ 3 ປະ​ເທດ​ຄູ່​ເຈລະຈາ ​ຄື: ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ ​ແລະ ກອງ​ເລຂາ​ອາ​ຊຽນເຂົ້າຮ່ວມ.  ຂະນະ​ທີ່ທ່ານ​ຈ່າງ​ຊວີ້ ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ແລະ​ທ່ອງ​ທ່ຽວ​ຈີນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂອງ​ຕົນ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າ​ວ ​ໂດຍຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ກະຊວງ​ຊັບພະຍາກອນ​ຂັ້ນຕົ້ນ​ແລະ​ທ່ອງ​ທ່ຽວບຣູ​ໄນ.

​ໃນ​ກອງ​ປະຊຸມ, ທ່ານ​ຈ່າງ​ຊວີ້ ​ແລະ ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ທົບ​ທວນຄືນ​ສະພາບການ​​ໃນ​ຂະ​ແໜງ​ການທ່ອງທ່ຽວ​ຂອງ​ອາ​ຊຽນ, ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ໃນ​ປີ 2019, ​ແລະ ​ໄດ້​ລົງ​ເລິກ​ປຶກສາ​ຫາລື​​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ຮ່ວມ​ກັນ​ຈັດຕັ້ງປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈກ່ຽວ​ກັບການ​ຮ່ວມ​ມືດ້ານ​ການທ່ອງທ່ຽວ​ລະຫວ່າງ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ໃຫ້​ດີ, ​ແຜນດຳ​ເນີນ​ງານ​ການ​ຮ່ວມ​ມືດ້ານ​ການທ່ອງທ່ຽວ​ລະຫວ່າງ​ອາ​ຊຽນກັບ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​​ແຕ່​ປີ 2018-2020, ຊຸກຍູ້​ການຮ່ວມ​ມື​ສາກົນ​ເພື່ອ​ໃຫ້​ຂະ​ແໜງ​ການບໍລິການ​ໂຮງ​ແຮມທ່ອງທ່ຽວກາຍ​ເປັນ​ອຸດສາຫະກຳ​ທີ່​ມີ​ກຳລັງ​ດຶງ​ດູດ​ຍິ່ງ​ຂຶ້ນ, ມີ​ຊີວິດ​ຊີວາ​ຍິ່ງ​ຂຶ້ນ, ມີ​ຄວາມ​ຍືນ​ຍົງ​ຍິ່ງ​ຂຶ້ນ ​ແລະ​ຍິ່ງ​ສອດຄ່ອງ​ກັບ “ວິ​ໄສ​ທັດ 2025 ຂອງ​ອາ​ຊຽນ” ​ແລະ ​ໄດ້​ບັນລຸຄວາມ​ເຫັນ​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ ທັງ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ.

ຄຳ​ເຫັນ

0