黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ເດີນ​ທາງ​​ເຖິງນະ​ຄອນ​ຫຼວງ​ເນ​ປີ​ດໍ

2020-01-17 16:51:58 cri

圖片默認標題_fororder_172.100.100.3temp950003219500032_1_1_54b6fd2a-ad5d-4f55-9930-b24e8056f2fc

ຕອ​ນ​ທ່ຽງ​ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​​ໄດ້ເດີນ​ທາງ​ເຖິງ​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ, ເລີ່ມ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ.

​ໃນ​ເວ​ລາທີ່​ເຮືອ​ບິນ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ເຂົ້າ​ສູ່​ນ່ານ​ຟ້າ​ມຽນ​ມາ, ເຮືອ​ບິນ​ຮົບ​ມຽນ​ມາ​ໄດ້​ບິນ​ຄຸ້ມ​ກັນ​. ທ່ານ​ມິນ​ດ໌ ສະເວ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ​ໜຶ່ງ​​ແລະເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​​ໄດ້​ໄປຕ້ອນ​​ຮັບ​ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ດ້ວຍ​ຄະ​ນະ​ທີ່​ສະ​ໜາມ​ບິນ.

ນີ້​ແມ່ນ​​ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ປີນີ້, ທັງ​ແມ່ນ​ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ມຽນ​ມາທີ່​ມີ​ໄລ​ຍະ​ຫ່າງ​​ເຖິງ 19 ປີ. ປີ​ນີ້​ແມ່ນ​​ປີ​ທີ່ຈີນ​ແລະ​ມຽນ​ມາ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ.

圖片默認標題_fororder_172.100.100.3temp950003219500032_1_1_fe41913b-682f-4350-b977-ca55edf721c1

ຄຳ​ເຫັນ

0