黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊຸກ​ຍູ້​ກາ​ນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາໃຫ້​ແໜ້ນ​ແຟ້ນກວ່​າ​ເກົ່າ

2020-01-17 17:00:30 cri

ວັນ​ທີ 16 ມັງ​ກອນ​ນີ້, CRI ໄດ້​ອອ​ກ​ບົດ​ວິ​ເຄາະ​ທີ່​ພາດ​ຫົວ​ຂໍ້​ວ່າ: “ຊຸກ​ຍູ້​ກາ​ນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ​​ໃຫ້ແໜ້ນ​ແຟ້ນກວ່​າ​ເກົ່າ” ໂດຍ​ລະ​ບຸ​ວ່າ, ​ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດເປັນ​ເວ​ລາ 2 ວັນ ເຊິ່ງ​ເປັນ​ການ​ຢ້ຽມ​ຢາມຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ປີ​ໃໝ່​ນີ້​ ແລະ ກໍ​ແມ່ນ​ທ່ານ​ປະ​ທານ​ປະ​ເທດ​ຈີນ​ຢ້ຽມ​ຢາມ​ມຽນ​ມາ​ອີກ​ຄັ້ງ​ໜຶ່ງ​ໃນ​ຮອບ 19 ປີ. ກ່ອນ​ການ​ຢ້ຽມ​ຢາມ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຂຽນ​ບົດ​ຄວາມ​ລົງ​ສື່ມວນ​ຊົນ​ສຳ​ຄັນຫຼາຍ​ແຫ່ງ​ຂອງ​ມຽນ​ມາ ໂດຍ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຈາກ​ດ້ານ​ຕ່າງໆ ເຊັ່ນ: ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ການ​ຮ່ວມ​ມື​ຕົວ​ຈິງ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ແລະ ອື່ນໆ ພ້ອມ​ທັງ​ຫວັງ​ວ່າ, ​ຈະ​ເປັນ​ການ​ຊຸກ​ຍູ້​ກາ​ນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ​ໃຫ້​ແໜ້ນ​ແຟ້ນກວ່​າ​ເກົ່າ ແລະ ​ເປັນ​ການຂຽນ​ປະ​ຫວັດ​ສາດ​​ໜ້າໃໝ່​ຂອງ​ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​ຈີນ-ມຽນ​ມາ​ທີ່ມີ​ປະ​ຫວັດ​ສາດ​ມາ​ເປັນ​​ພັນ​ປີ ໂດຍຜ່ານ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້.

ບົດ​ຄວາມ​ລະ​ບຸ​ຕື່ມ​ວ່າ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ 4 ຂໍ້​ຕໍ່​ການ​ຂະ​ຫຍາຍ​ການພົວ​ພັນ​ຈີນ-ມຽນ​ມາ​ໃນ​ຍຸກ​ໃໝ່​ໃນ​ບົດ​ຄວາມ ດັ່ງ​ຕໍ່​ໄປ​ນີ້:

ໜຶ່ງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ, ກຳ​ນົດ​ແຜນ​ການໃໝ່​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ສອງ, ລົງ​ເລິ​ກ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ເພີ່​ມ​ພະ​ລັງ​​ຊຸກ​ດັນ​ໃໝ່​ເຂົ້າ​ໃນ​ການ​ຮ່ວມ​ມືແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ສາມ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ເພີ່ມ​ເນື້ອ​ໃນ​ໃໝ່​ໃນ​ການ​ຮ່ວມ​ມື​ຖາ​ນ​ອ້າຍ​ນ້ອງ​ຈີນ-ມຽນ​ມາ.

ສີ່, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ, ສາງ​ສະ​ພາບ​ການ​ໃໝ່​ທີ່​ມີ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ໃຫ້ພາກ​ພື້ນ​ແຫ່ງ​ນີ້.

ບົດ​ຄວາມ​ລະ​ບຸ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ຈີນ-ມຽນ​ມາ​ສ້າງ​​ຕັ້ງສາຍ​ພົວ​ພັນ​ທາງ​ການ​ທູ​ດ​ຄົບ​ຮອບ 70 ປີ, ການ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ຜູ້​ນຳ​ຈີນ​ໃນ​ປີ​ໃໝ່​ໄດ້​ເລືອກ​ໄປ​ຢ້ຽມ​ຢາມ​ມຽນ​ມາ, ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໃຫ້​ຄວາມ​ສຳ​ຄັນຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ. ເຊື່ອ​ວ່າ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ການ​ພົວ​ພັນ​ຈີນ-ມຽນ​ມາ​ໃນ​ຍຸກ​ໃໝ່​ຈະ​ສ້າງ​ຄວາມ​ຜາ​ສຸກ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ຢ່າງ​ແນ່ນອນ, ແລະ​ເພີ່ມ​ພ​ະ​ລັງ​ຊຸກ​ດັນ​ໃຫ້​ແກ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ກໍ​ຄື​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ຄຳ​ເຫັນ

0