蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິ​ທີ​ເລີ່ມ​ສ​າຍຟີມ​ສາ​ລະ​ຄະ​ດີ “ຍຸດ​ໂທ​ບາຍການ​ປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ” ສະ​ບັບ​​ພາ​ສາ​ມຽນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງ

2020-01-17 14:55:59 CRI

圖片默認標題_fororder_599106971

ເນື່ອງ​ໃນ​ໂອ​ກາດ​​ທີ່ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເດີນ​ທາງ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ມຽນ​ມາ​ຄົບ​ຮອບ 70 ປີ, ພິ​ທີ​ເລີ່ມ​ສ​າຍຟີມ​ສາ​ລະ​ຄະ​ດີ “ຍຸດ​ໂທ​ບາຍ​ການປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ” ສະ​ບັບ​​ພາ​ສາ​ມຽນ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງໃນ​ວັນ​ທີ 16 ມັງ​ກອນ​ນີ້, ແຂກ​ຜູ້​ມີ​ກຽດ​ທັງ​ຈີນ​ແລະ​ມຽນ​ມາ ແລະ ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ 100 ກວ່າ​ຄົນ​ໄດ້​ເຂົ້​າ​ຮ່ວມ.

ຕາມ​ຂ່າວ​ແຈ້ງວ່າ, “ຍຸດ​ໂທ​ບາຍ​ການປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ” ໄດ້​ບັນ​ຍາຍ​ພຶດ​ຕິ​ກຳ​ແລະ​ຜົນ​ສຳ​ເລັດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ປົກ​ຄອງ​ປະ​ເທດ​ ແລະ ຄຸ້ມ​ຄອງ​ລັດ​ຢ່າງ​ເປັນ​ລະ​ບົບ ໂດຍ​ຜ່ານ​​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ມີ​ຊີ​ວິດ​ຊີ​ວາ​ຕ່າງໆນາ​ນາ. ຕອນ​ຄ່ຳ​ວັນ​ທີ 16 ຫາ 18 ມັງ​ກອນ​ນີ້, ​ຟີມ​ສາ​ລະ​ຄະ​ດີ “ຍຸດ​ໂທ​ບາຍ​ການປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ” ສະ​ບັບ​ພາ​ສາ​ມຽນ​ມາ​ຈະ​ສາຍ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ Sky net ທີ່​ເປັນ​​ຊ່ອງ​ທຸ​ລະ​ກິດ​ໃຫຍ່​ທີ່​ສຸດ​ຂອງ​ມຽນ​ມາ ແລະ ຍັງ​ຈະ​ສາຍ​ຢູ່​ສື່ມວນ​ຊົນ​ສຳ​ຄັນ​ຕ່າງໆ​ຂອງ​ມຽນ​ມາ ເຊັ່ນ: ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ​ເປັນ​ຕົ້ນ.

ໃນ​ພິ​ທີ, ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​ຂອງ​ມຽນ​ມາ​ໄດ້​ຕີ​ລາ​ຄາ​ຢ່າງ​ສູງ​ຕໍ່ “ຍຸດ​ໂທ​ບາຍ​ການ​ປົກ​ຄອງ​ປະ​ເທດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ” ໂດຍ​ກ່າວ​ວ່າ, ຟີມ​ດັ່ງ​ກ່າວ​ໄດ້​ອະ​ທິ​ບາຍ​​ເຖິງທັດ​ສະ​ນະ​ຄະ​ຕິ​ໃໝ່ ແລະ ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ໃນຫຼາຍ​ປີ​ມາ​ນີ້ ເຊິ່ງ​ເປັນ​ບົດ​ຮຽນ​ທີ່​ມຽນ​ມາ​ຄວນຖອດ​ຖອນ​ຮ່ຳ​ຮຽນ​ນຳ.

ຄຳ​ເຫັນ

0