蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປະ​ດິດ​ສ້າງ​ໃໝ່​ທາງ​ເຕັກ​ນິກ​ທີ່​ນຳ​ໃຊ້​ໃນ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ຈະ​ນຳ​ພາ​ອຸດ​ສາ​ຫະ​ກຳ​ຕ່າງໆ​​ບຸກ​ທະ​ລຸ​ທາງ​ເຕັກ​ນິກ

2020-01-17 14:54:58 CRI

 

圖片默認標題_fororder_1079308758

ວັນ​ທີ 14 ມັງ​ກອນ​ນີ້, ​ພິ​ທີ​ເປີດ​ນຳ​ໃຊ້​ເຕັກ​ນິກ​ໃໝ່ 5G+8K/4K/VR ໃນງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ຂອງ​ສະ​ຖາ​ນີ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

CMG ຈະ​ຖ່າຍ​ທອດ​ສົດງານ​ລາ​ຕີ​ປີ​ຊວດ​ຄັ້ງ​ນີ້ດ້ວຍ​ເຕັກ​ນິກ 5G+8K ແລະ ເຮັດ​ເປັນ​ວິ​ດີ​ໂອ​ສະ​ບັບ 8K, ກ່ານ​ຖ່າຍ​ທຳ​ເຄື່ອນ​ທີ່​ໃນລະ​ບົບ​ເຄືອ​ຂ່າຍ 5G ແລະ ສັນ​ຍານ 4K ທີ່​ຖ່າຍ​ທຳ​ພາບ​ວິວ​ຕ່າງໆ ລ້ວນ​ແຕ່​ຈະ​ເຊື່ອມ​ຕໍ່​ເຂົ້າ​ໃນ​ລະ​ບົບ​ຖ່າຍ​ທອດ​ງານ​ລາ​ຕີ​ເຊັ່ນ​ກັນ ເຊິ່ງ​ເປັນ​ການ​ຄ້ຳ​ປະ​ກັນ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຖ່າຍ​ທອດ​ສົດ​ອັດ​ສະ​ລິ​ຍະ 4K ​ພາຍ​ໃນ​ງານ; ຮູບ​ການ​ຖ່າຍ​ທຳ​ແບບ​ສັບ​ປ່ຽນ​ຜ່ານ​ທາງ​ເຄືອ​ຂ່າຍ​ຈຳ​ລອງ ຫຼື VNIS ກໍ​ຈະ​ຖືກ​ນຳ​ໃຊ້​ໃນ​ງານ​ຄັ້ງ​ນີ້​ເປັນ​ຄັ້​ງ​ທຳ​ອິດ, ຜູ້​ຊົມ​ສາ​ມາດ​ຊົມ​ການ​ຖ່າຍ​ທອດ​ສົດ VR ແລະ ການ​ຖ່າຍ​ທອດ​ສົດ​ທຸກ​ມູມ​ຂອງ​ງານ​ລາ​ຕີ​ດັ່ງ​ກ່າວ​ໃນ APP YANGSHIPIN. ການ​ນຳ​ໃຊ້​ເຕັກ​ນິກ​ໃໝ່​ຕ່າງໆ ເຊັ່ນ: 5G, 8K, 4K ແລະ VR ຈະ​ເຮັດ​ໃຫ້​ຜູ້​ຊົມ​ໄດ້​ສຳ​ຜັດ​ກັບ​ເຕັກ​ນິກ​ຕ່າງໆ​ທີ່​ໃໝ່​ອ່ຽມ.

ຍ້ອນ​ວ່າ​​ CMG ເປີດ​ເຜີຍ​ຂ່າວ​ວ່າ, ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ຈະ​ນຳ​ໃຊ້​ເຕັກ​ນິກ​ໃໝ່​ຕ່າງໆ, ວັນ​ທີ 14 ມັງ​ກອນ​ນີ້, ຕະຫຼາດຫຼັກ​ຊັບ​ຈີນ​ກໍ​ມີ​ຜົນ​ຕອບ​ຮັບ​ດີ​ກ່ຽວ​ກັບ​ເລື່ອງ​ນີ້, ລາ​ຄາ​ຫຸ້ນ​ຂອງ​ບໍ​ລິ​ສັດ​ຕ່າງໆ​ທີ່​ມີ​ທຸ​ລະ​ກິດໃນ​ຂົງ​ເຂດວິ​ດີ​ໂອ​ຄົມ​ຊັດ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ.

圖片默認標題_fororder_904721444

ຄຳ​ເຫັນ

0