蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

GDP ຈີນ​ໃນ​ປີ 2019 ໄດ້​ເພີ່ມ​ຂຶ້ນ 6,1%

2020-01-17 16:42:19 CRI
ອົງການສະ​ຖິ​ຕິ​ແຫ່ງ​ຊາດ​ຈີນໄດ້ປະກາດຕົວເລກຂໍ້ມູນ​ໃນ​ວັນ​ທີ 17 ມັງ​ກອນ​ນີ້​ ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ​ຕາມ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນຫຼື GDP ຂອງ​ຈີນ​ໃນ​ປີ 2019 ​ໄດ້​ບັນລຸເຖິງ 99.086,5 ຕື້ຢວນ, ​ຕາມ​ລາ​ຄາ​ທີ່​ປຽບ​ທຽບ​ໄດ້​ແມ່ນເພີ່ມ​ຂຶ້ນ 6,1% ເມື່ອ​ທຽບ​ໃສ່​ປີ 2018 ເຊິ່ງ​​ເປັນ​ໄປ​ຕາມເປົ້າ​ໝາຍ​ທີ່​ວາງ​ໄວ້ ຄື​​ໃຫ້​ເຕີບ​ໂຕຢູ່​ລະ​ຫວ່າງ 6% ຫາ 6,5%. ເມື່ອ​​ໄລ່​ຕາມ​ແຕ່ລະໄຕ​ມາດ​ແລ້ວ​ເຫັນ​ວ່າ, ໄຕ​ມາດ​ທີ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ 6,4%, ໄຕ​ມາດ​ທີ​ສອງ​ໄດ້​ເພີ່ມ​ຂຶ້ນ 6,2%, ໄຕ​ມາດ​ທີ​ສາມ​ໄດ້​ເພີ່ມ​ຂຶ້ນ 6,0% ແລະ ໄຕ​ມາດ​ທີ​ສີ່​ໄດ້​ເພີ່ມ​ຂຶ້ນ 6,0% ເມື່ອ​ທຽບ​ໃສ່​ປີ 2018.

ຄຳ​ເຫັນ

0