黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​ການ​ປະ​ຕິ​ບັດ​ກົດ​ໝາຍ ແລະ ລາດ​ຕະ​ເວນ​ຮ່ວມ​ຕາມ​​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ​ຄັ້ງ​ທີ 90

2020-01-17 16:47:47 cri

ເວ​ລາ 9 ໂມງ​ເຊົ້າ​ວັນ​ທີ 16 ມັງ​ກອນ​ນີ້, ເຮືອ​ປະ​ຕິ​ບັດ​ກົດ​ໝາຍ ແລະ ລາດ​ຕະ​ເວນ 3 ລຳ​ຂອງ​ຈີນ​ແລະ​ລາວ​ໄດ້​ເລີ່ມ​ອອກ​ເດີນ​ທາງ​ຈາກ​ທ່າ​​ເຮືອ​ຈິງ​ຮາ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາແຂວງ​ຢຸນ​ນານ​ປະ​ເທດ​ຈີນ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ປະ​ຕິ​ບັດ​ກົດ​ໝາຍ ແລະ ລາດ​ຕະ​ເວນ​ຮ່ວມ​ຕາມ​ແມ່​ນ້ຳ​ຂອງ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ​ ໄທ​ຄັ້ງ​ທີ 90 ໄດ້​ເລີ່ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​. ນີ້​ກໍ​ແມ່ນ​ການ​ລາດ​ຕະ​ເວນ​ຄັ້ງ​ທຳ​ອິດ​ໃນ​ປີ 2020.

ເຈົ້າ​ໜ້າ​ທີ່ກອງໃຫຍ່​ລາດ​ຕະ​ເວນ​ທາງ​ນ້ຳ​ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ຢຸນ​ນານ​ກ່າວ​ວ່າ, ການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ລາດ​ຕະ​ເວນ​ຮ່ວມ​ຄັ້ງ​ນີ້​ຈະ​ລາດ​ຕະ​ເວນ​ຢູ່​ບາງ​ຕອນ ແລະ ລາດ​ຕະ​ເວນ​ຮ່ວມ​ຕາມ​ແມ່​ນ້ຳ​ຂອງ​​ແບບປະ​ສານ​ສົມ​ທົບ​ກັນ. ຈະ​ດຳ​ເນີນ​ການລາດ​ຕະ​ເວນ​ແລະປະ​ຕິ​ບັດ​ກົດ​ໝາຍ​ ​ຈາກ​ທ່າ​ເຮືອ​ຈິງ​ຮາ​ຫາເຂດ​ນ້ຳ “ສາມ​ຫຼ່ຽມ​ຄຳ” ເປັນ​ເວ​ລາ 6 ວັນ. ໃນ​ໄລ​ຍະ​ປະ​ຕິ​ບັດ​ງານ, ​ກອງເຮືອ​ປະ​ຕິ​ບັດ​ກົດ​ໝາ​ຍ​ແລະ​​ລາດ​ຕະ​ເວນ​ຈະ​ດຳ​ເນີນ​ການ​ຮ່ວມ​ກັນລາດ​ຕະ​ເວນ​, ລົງ​ຢ້ຽມ​ຢາມ​ປະ​ຊາ​ຊົນ​, ການ​ປະ​ຕິ​ບັດ​ກົດ​ໝາຍ​ຮ່ວມ​ທາງ​ບົກ ແລະ ການ​ໂຄ​ສະ​ນາ​​ກ່ຽວ​ກັບຄວາມ​ປອດ​ໄພ​​ໃນການ​ເດີນ​ເຮືອ​ຢູ່​ຕາມ​ລຳ​ແມ່​ນ້ຳ​ຂອງ​​ໃນ​ເຂດ​ທີ່ອ່ອນ​ໄຫວ​ຕ່າງໆ, ​ວິ​ເຄາະ​ສະ​ພາບຄວາມ​​ສະ​ຫງົບ​ແລະ​ສະ​ພາບ​ການ​ປ່ຽນ​ແປງ​ດ້ານ​ອຸ​ທົກກະ​ສາດ​ຕາມ​ເຂດ​ລ້ອງ​ແມ່​ນ້ຳ​ຂອງ, ​ໃຊ້ມາດ​ຕະ​ການ​ຢ່າງ​ມີ​ຈຸດ​ສຸມ, ອອກ​ແຮງ​ຢ່າງ​ສຸດ​ຂີດເພື່ອ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ ​ການ​ຂົນ​ສົ່ງ​ສາ​ກົນ​ຕາມ​ລຳ​ແມ່​ນ້ຳ​ຂອງ.

ຄຳ​ເຫັນ

0