莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ແລະ​ຈີນ​ມີຫຼັກ​ໝັ້ນ​ເປັນ​ເອ​ກະ​ພາບ​ກັນ​ໃນ​ບັນ​ຫາ​ສາ​ກົນ​ທີ່​ສຳ​ຄັນ

2020-01-18 11:21:46 cri

ວັນ​ທີ 17 ມັງ​ກອນນີ້, ທ່ານ​ເຊີ​ເກ ລັ​ບ​ຣົ​ຟ ​ຜູ້ວ່າ​ການ​ແທນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ຈັດ​ກອງ​ປະ​ຊຸມ​​ຂ່າວ​ປະ​ຈຳ​ປີ​ຢູ່​ທີ່​ມົ​ສ​ກູ, ໂດຍ​ໄດ້ສະຫຼຸບ​ຜົນສຳ​ເລັດ​​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໃນ​ປີ 2019 ​ແລະ​ຕອບ​ຄຳ​ຖາມ​ນັກ​ຂ່າວ. ມີ​ນັກ​ຂ່າວ 300 ກວ່າ​ຄົນ​ຂອງ 50 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ.

ໃນ​ເວ​ລາ​ສະຫຼຸບ​ຜົນ​ສຳ​ເລັດ​ດ້ານ​ວຽກ​ງານ​ການ​ຕ່າງ​ປະ​ເທດ, ທ່ານ​ລັບ​ຣົ​ຟ​ກ່າວ​ເນັ້ນ​ວ່າ, ປີ 2019, ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລັດ​ເຊຍ​-ຈີນໄດ້​ຮັບ​ການຍົກ​ສູງ​ຂຶ້ນ​ຕື່ມ​ອີກ. ໃນ​ເດືອນ​ມິ​ຖຸ​ນາ​ປີ​ກາຍນີ້, ໃນ​ໄລ​ຍະ​ຢ້ຽມ​ຢ້າມ​ລັດ​ເຊຍ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກາດ​ວ່າ ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ຂອງ​ສອງ​ປະ​ເທດ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່. ການ​ປະ​ສານ​ງານ​ທາງ​ການ​ເມືອງ​ລະ​ຫວ່າງ​​ລັດ​ເຊຍ-ຈີນມີ​ບົດ​ບາດ​ສຳ​ຄັນ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ໃນ​ປະ​ຈຸ​ບັນ.

ທ່ານ​ລັບ​ຣົ​ຟ​ກ່າວ​ວ່າ, ​ຣັດ​ເຊຍແລະ​ຈີນ​ມີຫຼັກ​ໝັ້ນ​ເປັນ​ເອ​ກະ​ພາບ​ກັນ​ໃນ​ບັນ​ຫາ​ສາ​ກົນ​ທີ່​ສຳ​ຄັນ.

ຄຳ​ເຫັນ

0