徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​​​ເຈ​ລະ​ຈາ​ກັບ​ທ່ານ​ນາງ ອອງ​ຊານ​ຊູ​ຈີ, ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ

2020-01-18 18:23:15 CRI

ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 18 ມັງ​ກອນ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານມ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາຢ່າງ​ເປັນ​ທາງ​ການ​ກັບ​ທ່ານ​ນາງ​ອ​ອງ​ຊານ​ຊູ​ຈີ, ທີ່​ປຶກ​ສາ​ແຫ່ງ​ລັດ​ຂອງ​ມຽນ​ມາ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ຂອງ​ມຽນ​ມາ.

 

ທ່ານ​ສີ​ຈິ້ນ​ຜີງ​ກ່າ​ວ​ວ່າ, ມິດ​ຕະ​ພາບ​ແລະຄວາມ​ຮັກ​ແພງ​ກັນ​ຖານ​ອ້າຍ​ນ້ອງ​ລະ​ຫວ່າງ​ຈີນ-ມຽນ​ມາ​ມີ​ຄວາມ​ເລິກ​ເຊິ່ງ​ໜາ​ແໜ້ນ. ເທື່ອ​ນີ້ພວກ​ເຮົາ​ໄດ້​ຕົກ​ລົງ​ກັນຈະ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​ລະ​ຫວ່າງ​ຈີນ-ມຽນ​ມາ​, ເຊິ່ງໄດ້​ເປີດ​ຍຸກ​ໃໝ່​ດ້ານ​ການ​ພົວ​ພັນ​ສອງ​ຝ່າຍ. ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ວາງ​ແຜນ​​ແລະ​​ຈັດ​ວາ​ງ​ຢ່າງ​ເປັນ​ລະ​ບົບ​ຕໍ່​ການ​ແລກ​ປ່ຽນ​ແລະການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດໃນ​ໄລ​ຍະ​ຕໍ່​ໄປ, ເພີ່ມ​ທະ​ວີ​ການ​ຊີ້​ນຳນຳ​ພາ​ດ້ານ​ການ​ເມືອງຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ມຽນ​ມາ​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບໃໝ່.

 

ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ກ່າວ​ວ່າ, ມຽນ​ມາ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ມຽນ​ມາ-ຈີນ, ຫວັງ​ວ່າ​ຈະ​ສືບ​ຕໍ່​ເປັນ​ເພື່ອນ​ມິດ​ທີ່​ດີ​ຂອງ​ຈີນ. ມຽນ​ມາ​ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ​ເດີນ​ທາງກ້າວ​ໄປ​ໜ້າ, ຮ່ວມ​ກັນ​ສ້າງ​ປ​ະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​ມຽນ​ມາ-ຈີນ, ສ້າງ​ຄວາມ​ສຸກ​ໃຫ້​ແກ່ປະ​ຊາ​ຊົນ​ສອງຊາດ​ໃຫ້​ຫຼາຍກວ່າ​ເກົ່າ. ຫວັງ​ວ່າ​ຈີນ​ຈະ​ສືບ​ຕໍ່ປົກ​ປັກ​ຮັກ​ສາ​ຄວາມ​ຍຸດ​ຕິທຳ​ເພື່ອປະ​ເທດ​ລະ​ດັບ​ກາງ​ແລະ​ນ້ອຍເຊິ່ງ​ລວມ​ທັງ​ມຽນ​ມາ​ໃນ​ເວ​ທີສາ​ກົນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ຊຸກ​ຍູ້ຂະ​ບວນ​ການ​​ສັນ​ຕິ​ພາບ​ຂອງມຽນ​ມາ.

 

   ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ຈີນ​ແມ່ນ​ເພື່ອນ​ມິດທີ່​​ດີຂອງ​​ມຽນ​ມາ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້. ຈີນ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ເລັ່ງ​ລັດ​ຂະ​ບວນ​ການ​​ສັນ​ຕິພາບ​ພາຍ​ໃນປະ​ເທດ​ແລະ, ບັນ​ລຸ​ຄວາມ​ປອງດອງ​ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ, ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ເລື່ອງ​ນີ້.

 

   ພາຍ​ຫຼັງ​ການ​ເຈ​ລະ​ຈາ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ແລກ​ປ່ຽນ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ​ຫຼາຍ​ສະ​ບັບ, ເຊິ່ງ​ກ່ຽວ​ພັນ​ເຖິງ​ການ​ເມືອງ, ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ, ທ້ອງ​ຖິ່ນ​ແລະ​ຂົງ​ເຂດ​ອື່ນໆ.

 

   ມື້​ດຽວ​ກັນ, ຈີນ-ມຽນ​ມາ​ຍັງ​ໄດ້​ອອກ “ຖະ​ແຫຼງ​ການ​ຮ່ວມ​ລະ​ຫວ່າງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ແລະ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ມຽນ​ມາ.”

ຄຳ​ເຫັນ

0