劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງ​ຈີນ​ແລະ​ມຽນ​ມາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ

2020-01-18 17:33:43 cri

圖片默認標題

ຕອນ​ຄຳ​ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີສະ​ເຫຼີມ​ສະຫຼອງ​ວັນ​ສ້າງ​ຕັ້ງ​​ສາຍ​ພົວ​ພັນ​ທາງ​ການ​ທູດຈີນ-ມຽນ​ມາ​ຄົບ​ຮອບ 70 ປີ ກໍ​ຄື​​ພິ​ທີ​ເປີດ​ປີ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວຈີນ-ມຽນ​ມາ ຢູ່​ສູນ​ປະ​ຊຸມ​ສາ​ກົນ​ທີ​ສອງ​ທີ່​ນະ​ຄອນຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ ເຊັ່ນ ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ ແລະ ທ່ານ​ນາງ​ອອງ​ຊານ​ຊູ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ​ເຂົ້າ​ຮ່ວມ.

ທ່ານ​ວິນ​ມິນ ແລະ ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ຕ່າງ​ໄດ້​ກ່າວ​ໄສ. ທ່ານ​ວິນ​ມິນ​ກ່າວ​ວ່າ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ມາ​ຢ້ຽມ​ຢາມ​ມຽນ​ມາທາງ​ລັດ​ຖະ​ກິດໃນ​ໂອ​ກາດ​ວັນ​ສ້າງ​ຕັ້​ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ມຽນ​ມາ​ຄົບ​ຮອບ 70 ປີ ແລະ ຮ່ວມ​ກັບ​ຜູ້​ນຳ​ມຽນ​ມາ​ສະ​ເຫຼີມ​ສະ​ຫຼອງວັນ​ນີ້​ຢ່າ​ງ​ຄຶກ​ຄືນ, ນີ້ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ທີ່​ເລິກ​ເຊິ່ງ​ໜາ​ແໜ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ ແລະ ປະ​ຊາ​ຊົນ​ສອງ​ຊາດ​ເທົ່າ​ນັ້ນ, ກໍ​​ຍ່ອມຈະ​​ເຮັດ​ໃຫ້​ປີ 2020 ກາຍ​ເປັນ​ຂີດ​ໝາຍອັນ​ໃໝ່​ແລະ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​​ການ​ພົວ​ພັນ​ທາງ​ການ​ທູ​ນ​ລະ​ຫວ່າງມຽນ​ມາ-​ຈີນ. ມຽນ​ມາ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ລົງ​ເລິກການ​ຮ່ວມ​ມື​​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ມຽນ​ມາ-ຈີນໃນ​ຂົງ​ເຂດ​ຕ່າງໆ​. ຂໍ​ໃຫ້​ມິດ​ຕະ​ພາບ​ມຽນ​ມາ-ຈີນ​ຈົ່ງ​ໝັ້ນ​ຄົງຂະ​ໜົງ​ແກ່ນ​ຕະຫຼອດ​ກາ​ລະ​ນານ!

ທ່ານ​ນາງ​ອອງ​ຊານ​ຊູ​ຈີ​ກ່າວ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍ​ໃນ​ການ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ຈີນ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ “ 2 ເຫດ​ການ​ສຳ​ຄັນ 100 ປີ” ຢ່າງ​ແນ່ນອນ, ຈະ​ສາ​ມາດ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຈີນ​ຢ່າງ​ແນ່ນອນ. ພວກ​ຂ້າ​ພະ​ເຈົ້າ​​ຍັງເຊື່ອ​​ວ່າ, ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ສ້າງ​ໂອ​ກາດ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ມຽນ​ມາ​ກໍ​ຄື​ໃຫ້​ແກ່​ໂລກ. ພວກ​ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ຮ່ວມ​ກັບ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ ​ສ້າງ​ປະ​ຊາ​ຄົມ​ຮ່ວ​ມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ເພື່ອ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

圖片默認標題

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສວ່າ: ດີ​ໃຈຫຼາຍ​ທີ່​ໄດ້​ຮ່ວມກັບ​ບັນ​ດາ​​ທ່ານເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້​າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີ​ນ-ມຽນ​ມາ​ຄົບ​ຮອບ 70 ປີ ແລະ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ພິ​ທີ​ເປີດ​ປີ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ-ມຽນ​ມາ. ວັດ​ທະ​ນະ​ທຳ​ຈີນ​ແລະ​ມຽນ​ມາ​ລ້ວນ​ແຕ່​ເນັ້ນ​​ຄຳ​ທີ່​ວ່າ: “ບຸນ​ວາດ​ສະ​ໜາ”. ສອງ​ປະ​ເທດ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະ​ຊາ​ຊົນ​ສະ​ໜິດ​ສະ​ໜົມ​ກັນ, ວັດ​ທະ​ນະ​ທຳ​ຄ້າຍ​ຄື​ກັນ, ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​ໄດ້​ສືບ​ທອດ​ກັນມາ​ເປັນເວ​ລາ​ພັນ​ປີ ເຊິ່ງ​ເປັນ​ພະ​ລັງ​ຊຸກ​ດັນ​ ແລະ ຕົ້ນ​ກຳ​ເນີດ​ໃນ​ການ​ຂ​ະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ຜ່ານ​ຈາກ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ດັ່ງ​ກ່າວ ແລະ ກິດ​ຈະ​ກຳ​ປີ​ວັດ​ທະ​ນະ​ທຳແລະ​ທ່ອງ​ທ່ຽວ, ເພີ່ມ​ທະ​ວີ​ການ​ຮຽນ​ຮູ້​ອະ​ລິ​ຍະ​ທຳ​ເຊິ່ງ​ກັນ​ແລະ​ກັນ, ຮັດ​ແໜ້ນ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ສ້າງຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ, ອົບ​ຮົມ​ບົ່ມ​ສ້າງ​ຜູ້​ເຂົ້າ​ຮ່ວມ, ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ ຜູ້​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ມິດ​ຕະ​ພາບ​ຈີນ-ມຽນ​ມາ​ໃຫ້​ນັບ​ມື້​ນັບຫຼາຍ​ຂຶ້ນ ​ເພື່ອສ້າງ​ພື້ນ​ຖານ​ທາງສັງ​ຄົມອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​​.

圖片默認標題

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນແລະ​ມຽນ​ມາ​ໃນ​ຍຸກ​ໃໝ່, ຕ້ອງສືບ​ຕໍ່​ປະ​ຕິ​ບັດ​ອັນ​ເກົ່າ​ແລະ​ບຸກ​ເບີກ​ອັນ​ໃໝ່, ທັງ​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມ​ໃນ​ປະ​​ຫວັດສາດ ທັງ​ມີ​ການ​ປະ​ດິດ​ສ້າງໃໝ່. ຂ້າ​ພະ​ເຈົ້າ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ວິນ​ມິນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ. ສອງ​ຝ່າຍ​ຈະ​ປະ​ຕິ​ບັດ​ຕາມ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຈີນ-ມຽນ​ມາ, ຖື​​ສຳ​ຄັນຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ຊາ​ດ, ຮັດ​​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ເປີດກວ້າງ​ການ​ຮ່ວມ​ມື​​ຢ່າງຕິດ​ແທດ​ຕົວ​ຈິງ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ສອງ​​ຊອດເປັນເພື່ອນ​ບ້ານ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ອ້າຍ​ນ້ອງ​ທີ່​ດີ ແລະ ຄູ່​ຮ່ວມ​ທີ່​ດີ.

圖片默認標題

ຫຼັງ​ຈາ​ກ​ກ່າວ​​ປາ​ໄສ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ວິນ​ມິນ​ໄດ້​ກົດ​​ປຸ່ມ​ຮ່ວມ​ກັນ ເພື່ອເປັນ​ການ​ເປີດ​ປີ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ-ມຽນ​ມາ​ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0