徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີງ​ແລະ​ທ່ານ​ຫງວຽນ ຟູ ຈອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ​ ປະ​ທານ​ປະ​ເທດ​ຫ​ວຽດ​ນາມ​ໄດ້​ສົ່ງ​ສານອວ​ຍ​ພອນໃຫ້​ແກ່​ກັນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດຈີນ-ຫວຽດ​ນາມ​ຄົບ​ຮອບ 70 ປີ

2020-01-18 17:40:34 cri

 ຕາມ​ຂ່າວCRI:ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ຫງວຽນ ຟູ ຈອງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ​ຫວຽດ​ນາມ​ໄດ້​ສົ່ງ​ສານອວ​ຍ​ພອນ​ໃຫ້​ແກ່ກັນ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຈີນ-ຫວຽດ​ນາມ​ຄົບ​ຮອບ 70 ປີ​.

 

   ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ໃນສານອວຍ​ພອນວ່າ, ຈີນ-ຫວຽດ​ນາມ​ເປັນປະ​ເທດບ້ານ​ໃກ້ເຮືອນ​ຄຽງ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສາຍ​ພູ​ສາຍ​ນ້ຳ​ຕິດ​ຈອດ​ກັນ, ເພິ່ງ​ພາ​ອາ​ໄສ​ກັນ, ກໍ່​ແມ່ນ​ປະຊາ​ຄົມ​ຮ່ວມຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ໃນ 70 ປີ​ຜ່ານ​ມານັບ​ແຕ່​ຈີນ-ຫວຽດ​ນາມ​ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ເປັນ​ຕົ້ນ​ມາ, ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ທີ່​ອະ​ດີດ​ຜູ້​ນຳ​ສອງ​ປະ​ເທດ​ໄດ້​ສ້າງ​ຂຶ້ນ​ແລະ​ຮັກ​ສາ​ໄວ້​ໄດ້​ເກີດ​ດອກ​ອອກ​ຜົນ, ແລະ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ຫຼວງ​ຫຼາຍ​ພາຍ​ໃຕ້​ທິດ​ທາງ 16 ຕົວ​ໜັງ​ສືຈີນ, ກໍ​ຄື: “​ໝັ້ນ​ຄົງຍາວ​ນານ, ມຸ່ງ​ໜ້າ​ໄປສູ່​ອະ​ນາ​ຄົດ, ມີ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຮ່ວມ​ມືຢ່າງ​ຮອບ​ດ້ານ”ແລະ​ການ​ຊີ້​ນຳ​ດ້ານ​ຈິດໃຈ “ເພື່ອນບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະ​ຫາຍ​ທີ່​ດີ, ຄູ່​ຮ່ວມ​​ທີ່​ດີ”.

 

ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ຂ້າ​ພະ​ເຈົ້າໃຫ້​ຄວາມ​ສຳ​ຄັນສູງ​ຕໍ່ການ​ຂະ​ຫຍາຍການ​ພົວພັນລະ​ຫວ່າງຈີນ-ຫວຽດ​ນາມ, ຍິນ​ດີ​ຮ່ວມ​ກັນ​ກັບ​ສະ​ຫາຍ​ ຫງວຽນ ຟູ ຈອງ, ກຳແໜ້ນ​​ທິດ​ທາງຂະ​ຫຍາຍ​ໄປ​ໜ້າ​ຂອງສາຍ​ພົວ​ພັນຈີນ-​ຫວຽດ​ນາມ, ສົ່ງ​ເສີມ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ດ້ານ​ມິດ​ຕະ​ພາບ​ອັນ​ເປັນມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ, ຈື່​ຈຳ​ອຸ​ດົມ​ຄະ​ຕິ​ແລະ​ພາ​ລະ​ໜ້າ​ທີ່​ປະ​ຫວັດ​ສາດຮ່ວມ​ໃຫ້​ດີ, ຊຸກ​ຍູ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ໃນ​ຍຸກ​ໃໝ່​ໃຫ້ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

 

   ທ່ານ​ ຫງວຽນ ຟູ ຈອງ​ກ່າວ​ໃນ​ສານອວຍ​ພອນວ່າ, ຫວຽດ​ນາມ​ໄດ້​ຖື​ການ​​ຂະ​ຫຍາຍການ​ພົວ​ພັນ​ກັບ​ຈີນ​ເປັນນະ​ໂຍ​ບາຍ​ບູ​ລິ​ມະ​ສິດ​ໃນ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ມາ​ໂດຍ​ຕະ​ຫຼອດ, ເຊື່ອໝັ້ນ​ວ່າ​ພາຍ​ໃຕ້​ຄວາມ​ເອົາ​ໃຈໃສ່​ແລະ​ການ​ຊີ້​ນຳ​ໂດຍ​ກົງ​ຂອງ​ຜູ້​ນຳ​ສອງ​ພັກ​ແລະ​ສອງ​ລັດ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ຖືກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

 

​ວັນ​ທີ 18 ມັງ​ກອນ​ນີ້, ທ່ານ​ຫຼີ ເຄີ້ ສຽງ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ແລະ​ທ່ານ ຫງວຽນ ຊວນ ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ກໍ​ໄດ້​ສົ່ງ​ສານ​ພອນ​ໃຫ້​ແກ່​ກັນ​.

ຄຳ​ເຫັນ

0