蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMG ຈັດງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທາງ​ອິນ​ເຕີ​ເນັດປີ 2020 ທີ່ມີ​ຮູບ​ການ​ຖືກ​ໃຈ​ຊາວ​ໜຸ່ມ

2020-01-18 16:14:50 CRI

     ເວ​ລາ 19 ໂມງ 30 ນາ​ທີ​ຂອງວັນ​ທີ 17 ມັງ​ກອນນີ້, ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທາງ​ອິນ​ເຕີ​ເນັດ(ຕໍ່​ໄປ​ຊິ​ຂຽນ​ຫຍໍ້​ເປັນງານ​ລາ​ຕີ​ອິນ​ເຕີ​ເນັດ)​ປີ 2020 ທີ່​ຈັດ​ຂຶ້ນ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG ໄດ້​ອອກ​ອາ​ກາດ​ໃນ​ເວ​ລາ​ດຽວ​ກັນ​ຢູ່​ຊ່ອງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ CCTV,  App ຊົມ​ວິ​ດີ​ໂອ​ຂອງ CCTV,  ເວັບ​ໄຊ CCTV ແລະ App ຂ່າວ CCTV, ເພື່ອນ​ມິດ​ຊາວ​ໜຸ່ມທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ແລະ​ຂະ​ແໜງ​ການຕ່າງ​ໆ​ໄດ້ສ້າງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຮ່ວມ​ກັນ ແລະ​ໄດ້​ສ້າງ​ງານ​ໄວ​ໜຸ່ມ​ທີ່​ມີ​ຊີ​ວິດ​ຊີ​ວາ.

     ງານ​ລາ​ຕີ​ອິນ​ເຕີ​ເນັດ​ປີນີ້​ມີ​ຮູບ​ການ​ທີ່​ຖືກ​ໃຈ​ຊາວ​ໜຸ່ມ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຈິດ​ໃຈ​ບາກ​ບັ່ນ​ສູ້​ຊົນ​ຂອງ​ຊາວ​ໜຸ່ມຈາກ 3 ດ້ານ​ຄື ຕົນ​ເອງ, ຊີ​ວິດ​ທີ່​ມີ​ຄວາມ​ສຸກ ແລະນຳ​ໃຈ​ຮັກ​ຊາດ. ພ້ອມ​ກັນ​ນັ້ນ, ໄດ້​ໃຫ້​ກຳ​ລັງ​ໃຈແກ່ຊາວ​ໜຸ່ມ​ທັງ​ຫຼາຍ​ດ້ວຍ​ເພງ​ລະ​ດົມ​ໃຈແລະ​ແບບ​ຢ່າງການ​ສູ້​ຊົນຜູ້​ດີ​ເດັ່ນ. ທ່ານຢວນ​ລົງ​ພີງ ອາ​ຍຸ 90 ປິ, ນັກ​ວິ​ທະ​ຍາ​ສາດ​ກະ​ສິ​ກຳ​ຜູ້​ມີ​ຊື່​ສຽງແລະ​ທ່ານ​ນາງ​ຝານ​ຈີນ​ຊື່ ອາ​ຍຸ 82 ປິ, ຊ່ຽວ​ຊານ​ດ້ານ​ການ​ຮັກ​ສາ​ວັດ​ຖຸ​ບູ​ຮານ​ຂອງ​ຈີນໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ຢ່າງ​ຈິງ​ໃຈ​ໃຫ້​ແກ່ເພື່ອນ​ມິດ​ຊາວ​ໜຸ່ມ​ທັງ​ຫຼາຍ; ຊາວ​ໜຸ່ມ​ຜູ້​ມີ​ຊື່​ສຽງ​ທາງ​ອິນ​ເຕີ​ເນັດໃນ 1 ປີ​ທີ່​ຜ່ານ​ມາ​ຮ່ວມ​ກັບ​ດາ​ລາ​ນັກ​ສະ​ແດງຂອງ​ຈີນ, ໄດ້​ບັນ​ລະ​ຍາຍ​ສິ່ງ​ທີ່​ທັນ​ສະ​ໄໝ​ຕ່າງໆ​ໃນ​ປີ 2019 ດ້ວຍ​ຫົວ​ຄິດ​ປະ​ດິດ​ສ້າງ, ເຮັດ​ໃຫ້​ຊາວ​ໜຸ່ມ​ທັງ​ຫຼາຍ​ມີ​ຄວາມ​ມ່ວນ​ຊື່ນ​ແລະ​ຊົມ​ຈົນ​ອີ່ມ​ຕາ​ອີ່ມ​ໃຈ.

     ງານ​ລາ​ຕີ​ອິນ​ເຕີ​ເນັດ​ເປັນ​ພາກ​ສ່ວນ​ທຳ​ອິດ​ຂອງ​ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ ເຊິ່ງບໍ່​ພຽງ​ແຕ່​ມີ​ເອ​ກະ​ລັກ​ພິ​ເສດ​ດ້ານ​ອິນ​ເຕີ​ເນັດ​ເທົ່າ​ນັ້ນ, ສຳ​ຄັນ​ກວ່ານັ້ນ​ແມ່ນ​ຕ້ອງ​ມີ​ການ​ແລກ​ປ່ຽນ​ກັບ​ຜູ້​ຊົມ. App ຊົມ​ວິ​ດີ​ໂອ CCTV ທີ່​ນຳ​ໃຊ້​ເຕັກ​ນິກ 5G ແລະ​ສ້າງ​ຂຶ້ນ​ໂດຍ CMG ໄດ້​ຖ່າຍ​ທອດ​ສົດງານ​ລາ​ຕີ​ອິນ​ເຕີ​ເນັດ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ​ດ້ວຍ​ຮູບ​ການ​ທັງ​ຊົມ​ທັງ​ລົມ​ກັນ ເຊິ່ງ​ໄດ້​ສອດ​ຄ່ອງ​ກັບ​ຄວາມ​ນິ​ຍົມ​ຂອງ​ຜູ້​ຊົມ​ຊາວ​ໜຸ່ມ ແລະ​ເຮັດ​ໃຫ້​ງານ​ລາ​ຕີນີ້​ມີ​ຜູ້​ຊົມ​ເຂົ້າ​ຮ່ວມ​ຢ່າງ​ຫຼວງ​ຫຼາຍ.

     ຈຸດ​ເດັ່ນ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ໃນ​ງານ​ລາ​ຕີ​ອິນ​ເຕີ​ເນັດ​ກໍ​ຄີ ນຳໃຊ້​ເຕັກ​ນິກ​ຂໍ້​ມູນ​ມະ​ຫາ​ສານ(big data) ແລະ​ໂຄ​ສົກທີ່​ມີ​ຮູບ​ແລະ​ສຽງ​ຄື​ຄົນ​ແທ້ມາ​ອະ​ທິ​ບາຍ​ດ້ານ​ຕ່າງໆ​ຂອງ​ຊີ​ວິດ​ອິນ​ເຕີ​ເນັດ​ຈີນ​ແລະ​ຊີ້​ໃຫ້​ເຫັນ​ຈຸດ​ສຸມ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ໜຸ່ມ​ຈີນ. ໃນ​ນັ້ນ, ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ແມ່ນ, 50 ຄຳ​ສັບທີ່​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ນາໃນ​ປີ​ໃໝ່​ຂອງ​ຊາວ​ໜຸ່ມ​ຈີນທີ່​ຄົນ​ທັງ​ຫຼາຍ​ມັກ​ໃຊ້​ທີ່​ສຸດ ຈະ​ປາ​ກົດ​ອອກ​ຢູ່​ໜ້າ​ຈໍ​ຂອງ​ງານ​ລາ​ຕີ​ອິນ​ເຕີ​ເນັດ.

     ງານ​ໄວ​ໜຸ່ມ​ທີ່​ໃຫຍ່​ໂຕຄັ້ງ​ນີ້, ໄດ້​ວາງ​ແຜນຜັງ​ອັນ​ດີ​ງາມ​ໃຫ້ແກ່​ຍຸກ​ສະ​ໄໝ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຊີ​ວິດ​ຂອງ​ຊາວ​ໜຸ່ມ ແລະ​ໄດ້​ສະ​ສົມ​ຄວາມ​ແຮງທີ່​ກ້າວ​ໄປ​ໜ້າດ້ວຍ​ຈິດ​ໃຈ​ບາກ​ບັ່ນ​ສູ້​ຊົນ.

ຄຳ​ເຫັນ

0