劉華麗

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທິດ​ທາງ​ຂະ​ຫຍາຍ​ຕົວ​ຂອງສ​າຍ​ພົວ​ພັນ​ຈີນ-ມຽນ​ມາ​ໃນ​ຍຸກ​ໃໝ່: ສືບ​ທອດ​ອັນ​ເກົ່າ ເສີມ​ຂະ​ຫຍາຍ​ອັນ​ໃໝ່, ທັງ​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມ​ໃນ​ປະ​ຫວັດ​ສາດ ທັງ​ມີ​ການ​ປະ​ດິດ​ສ້າງ​ໃໝ່

2020-01-18 17:32:09 cri

 

ວັນ​ທີ 17 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສະ​ເຫຼີມ​ສະ​ໜອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການທູດ​ຈີນ-ມຽນ​ມາ​ຄົບ​ຮອບ 70 ປີ ແລະ​ພິ​ທີ​ເປີດ​ປີ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ-ມຽນ​ມາ ໂດຍ​ໄດ້​ກ່າວ​ເນັ້ນ​ວ່າ: ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ​ໃນ​ຍຸກ​ໃໝ່, ຕ້ອງ​ສືບ​ທອດ​ອັນ​ເກົ່າ ແລະ​ເສີມ​ຂະ​ຫຍາຍ​ອັນ​ໃໝ່, ທັງ​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມ​ໃນ​ປະ​ຫວັດ​ສາດ ທັງ​ມີ​ການ​ປະ​ດິດ​ສ້າງ​ໃໝ່. ຄວາມ​ເຫັນ​ທີ່​ສຳ​ຄັນ​ດັ່ງ​ນີ້ ໄດ້​ຊີ້​ນຳ​ທິດ​ທາງ​ຢ່າງ​ຈະ​ແຈ້ງ​ຕໍ່​ການ​ພົວ​ພັນ​ຈີນ-ມຽນ​ມາ​ໃນ​ຍຸກ​ໃໝ່.

ຈີນ​ແລະ​ມຽນ​ມາ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ເປັນ​ເວ​ລາ​ພັນ​ກວ່າ​ປີ​ມາ​ແລ້ວ. ໂດຍ​ສະ​ເພາະ​ນັບ​ແຕ່ ສ​ປ ຈີນ​ສະ​ຖາ​ປະ​ນາ​ຂຶ້ນ​ເປັນ​ຕົ້ນ​ມາ, ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ​ແລະ​ມຽນ​ມາ​ໄດ້​​ກາຍເປັນ​ແບບ​ຢ່າງ​ທີ່​ດີ​ທາງ​ດ້ານ​ການ​ຢູ່​ຮ່ວມ​ກັນ​ຢ່າງປອງດອງ​ກັນ ແລະ ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​

ໂຫຍ​ດ​ລະ​ຫວ່າງປະ​ເທດ​ໃຫຍ່​ແລະ​ປະ​ເທດ​ນ້ອຍ. ໃນ​ຄຳ​ປາ​ໄສ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນ​ຄຳ​ທີ່​ວ່າ “ບຸນ​ວາດ​ສະ​ໜາ” ເພື່ອ​ຫວນ​ຄືນ​​ພື້ນ​ຖານປະ​ຫວັດ​ສາດ​ອັນ​ເລິກ​ເຊິ່ງ​ໜ້າ​ແໜ້ນແລະ​ມູນ​ເຊື້ອ​ອັນ​ດີ​ງາມ​ແລະ​ລ້ຳ​ຄ່າ​ລະ​ຫວ່າງ​ການ​ພົວ​ພັນ​ຂອງ​ສອງ​ປະ​ເທດ ທັງ​ໄດ້​ຊີ້​ອອກວ່າ, ສອງ​ປະ​ເທດ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະ​ຊາ​ຊົນ​ສະ​ໜິດ​ສະ​ໜົມ​ກັນ, ວັດ​ທະ​ນະ​ທຳ​ຄ້າຍ​ຄື​ກັນ, ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​ໄດ້​ສືບ​ທອດ​ກັນ​ມາ​ເປັນ​ເວ​ລາ​ພັນ​ປີ ເຊິ່ງ​ເປັນ​ພະ​ລັງ​ແມ່​ແຮງ ແລະ ແຫຼ່ງ​ກຳ​ເນີດ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ຈີນ​ແລະ​ມຽນ​ມາ​ເປີດ​ຍຸ​ກໃໝ່​ໃຫ້​ແກ່​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເນື່ອງ​ໃນ​ໂອ​ກາດ​ທີ່​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ກາ​ນ​ທູດ​ຄົບ​ຮອບ 70 ປີ, ນີ້​ມີ​ຄວາມ​ໝາຍ​ທີ່​ສຳ​ຄັນຫຼາຍ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກໃໝ່​ແລ້ວ, ຕ້ອງ​ເຄົາ​ຕ້ອງ​ປະ​ຕິ​ບັດ​ຕາມ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ. ທ່ານ​ຍັງ​ເນັ້ນ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ຕ້ອງ​ຖື​ສຳ​ຄັນ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ.

ໃນ​ສະ​ຖາ​ນະ​ການ​ໃໝ່, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຈີນ​ແລະ​ມຽນ​ມາ​ຄວນ​ສືບ​ຕໍ່​ນຳ​ໜ້າ​​ສົ່ງເສີມ​ແລະ​ປະ​ຕິ​ບັດ​ຫຼັກ​ການ 5 ປະ​ການ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ, ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ກັນ​ໃນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ແລະ​ກາ​ລະ​ໂອ​ກາດ​ຕ່າງໆ; ປົກ​ປັກຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ. ຈີນ​ແລະ​ມຽນ​ມາບໍ່​ພຽງ​ແຕ່​ຈະ​ບຸກ​ເບີກ​ສະ​ພາບ​ການ​ໃໝ່​​ແຫ່​ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ຍັງ​ຈະ​ເພີ່ມ​ກຳ​ລັງ​ທາງບວກ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ແລະຊຸກ​ຍູ້​ໃຫ້​ໂລກ​ມີ​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອີກ​ດ້ວຍ.

ຄຳ​ເຫັນ

0