何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2019 ການ​ນຳ​ເຂົ້າ​ອາຍ​ແກັດ​ທຳ​ມະ​ຊາດ​ຈາກ​ມຽນ​ມາ​ສູ່​ຈີນໂດຍ​ຜ່ານ​ທໍ່​ສົ່​ງ​ນ້ຳ​ມັນ ແລະ ອາຍ​ແກັດ​ທຳ​ມະ​ຊາດ​ຈີນ-ມຽນ​ມາບັນ​ລຸຫຼາຍກວ່າ 5 ຕື້​ແມັດ​ກ້ອນ

2020-01-19 17:17:30 CRI

ວັນ​ທີ 19 ມັງ​ກອນ​ນີ້, ດ່ານ​ພາ​ສີ​ຄຸນ​ໝີງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2019, ການ​ນຳ​ເຂົ້າ​ອາຍ​ແກັດ​ທຳ​ມະ​ຊາດ​ຈາກ​ມຽນ​ມາ​ສູ່​ຈີນໂດຍ​ຜ່ານ​ທໍ່​ສົ່​ງ​ນ້ຳ​ມັນ ແລະ ອາຍ​ແກັດ​ທຳ​ມະ​ຊາດ​ຈີນ-ມຽນ​ມາບັນ​ລຸຫຼາຍກວ່າ 5 ຕື້​ແມັດ​ກ້ອນ.

 

ຕາມ​ຂ່າວ​ແຈ້ງວ່າ, ​ທໍ່​ສົ່​ງ​ນ້ຳ​ມັນ ແລະ ອາຍ​ແກັດ​ທຳ​ມະ​ຊາດ​ຈີນ-ມຽນ​ມາເປັນ​ໂຄງ​ການ​ສາ​ທິດ ທັງ​ເປັນ​ໂຄງ​ການ​ແບບ​ຢ່າງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢູ່​ມຽນ​ມາ, ເຊິ່ງ​ບໍ່​ພຽງ​ແຕ່​ໄດ້​ນຳ​ເອົາ​ພະ​ລັງ​ງານ​ສະ​ອາດ​ທີ່​ມີ​ຄຸນ​ນະ​ພາບ​ດີ​ໃຫ້​ຈີນ, ທັງ​ໄດ້​ເປີດ​ໂອ​ກາດ​ການ​ຄ້າ​ໃຫ້​ມຽນ​ມາ​ໃນ​ການ​ເປີດກວ້າງ​ຕະຫຼາດ​ຈຳ​ໜ່າຍ​ອາຍ​ແກັດ​ທຳ​ມະ​ຊາດ​ຂອງ​ຕົນ, ແລະ​ໄດ້​ສ້າງ​ຜົນ​ກຳ​ໄລ​ດ້ານ​ເສດ​ຖະ​ກິດຫຼາຍ​ສົມ​ຄວນ, ຖື​ວ່າ​ເປັນ​ໂຄງ​ການ​ໜຶ່ງ​ທີ່​ທັງ​ສອງ​ປະ​ເທດ​ຈີນ ແລະ ມຽນ​ມາ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ຄຳ​ເຫັນ

0