覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຊ້ອມ​ສະ​ແດງ​ຄັ້ງ​ທີ 3 ຂອງ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ 2020 ປະ​ສົບ​ຜົນ​ສຳ​ເລັດຢ່າງ​ຈົບ​ງາມ

2020-01-19 15:30:06 cri

ການ​ຊ້ອມ​ສະ​ແດງ​ຄັ້ງ​ທີ 3 ຂອງ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ 2020 ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢ່າງ​​ສຳ​ເລັດ​ຜົນ​ໃນ​ວັນ​ທີ 18 ມັງ​ກອນ​ນີ້.
 

ຫຼັງ​ຈາກ​ໄດ້​ຝຶກ​ຊ້ອມ​ມາ 3 ຄັ້ງ​ແລ້ວ, ການຈັດ​ວາງ​ຕ່າງໆໂດຍ​ລວມ​ຂອງ​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ2020 ມີ​ຄວາມ​ຄົບ​ຖ້ວນ​ສົມ​ບູນ ກວ່າ​ເກົ່າ, ລາຍ​ການ​ປ​ະ​ເພດ​ຕ່າງໆ​ກໍ​ ​ໜ້າ​​ເບິ່ງ​ໜ້າຊົມຫຼາຍ​ຂຶ້ນ.
 

 ງານ​ລາ​ຕີ​ຄັ້ງ​ນີ້​ໄດ້​ເນັ້ນ​ໜັກ​ໃຫ້​ຜູ້​ຊົມ​ມີ​ສ່ວນ​ຮ່ວມ​ໃນ​ລາຍ​ການ​ສະ​ແດງຫຼາຍກວ່າ​ເກົ່າ, ເຊິ່ງ​ບໍ່​ພຽງ​ແຕ່​ເພີ່ມ​ເນື້ອ​ໃນ​ທີ່​ມີ​ສ່ວນ​ຮ່ວມ​ລະ​ຫວ່າງ​ນັກ​ສະ​ແດງ​ກັບ​ຜູ້​ຊົມ​ເທົ່າ​ນັ້ນ, ຍັງ​ໄດ້​ສ້າງ​ພາບ​ຈຳ​ລອງ​ປະ​ດັບ​ເວ​ທີ​ໃຫ້​ສວຍ​ງາມກວ່າ​ເກົ່າ​ເພື່ອ​ໃຫ້​ຜູ້​ຊົມ​ມີ​ຄວາມ​ຮູ້​ສຶກ​ຕື່ນ​ເຕັ້ນ​ແລະປະ​ທັບ​ໃຈ​​ຄື​ກັນ​ກັບ​ຕົນ​ເອງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການສະ​ແດງ.
 

 ລາຍ​ການ​ສະ​ແດງ​ໃຊ້ເປັນ​ເວ​ລາ 4 ຊົ່ວ​ໂມງ​​ກວ່າ, ເວ​ທີ​ສະ​ແດງ​ຖືກ​ຕົບ​ແຕ່ງໃຫ້​ມີຫຼາກຫຼາຍ​ສີ​ສັນ​ແລະ​ສວຍ​ງາມແລະ​ເຕັມ​ໄປ​ດ້ວຍ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ, ລາຍ​ການ​ທີ່​​ຜະ​ລິດ​ຂຶ້ນ​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຈຳ​ນວນຫຼາຍ, ການ​ສະ​ແດງ​ທີ່​ດີ​ເລີດ ບວກ​ກັບ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ, ເຮັດ​ໃຫ້​ຜູ້​ຊົມ​ຄອງ​ຄອຍ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່​ຕໍ່​ງານ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ປີ 2020 ຄັ້ງ​ນີ້.

ຄຳ​ເຫັນ

0