蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

3 ກຳ​ລັງ​ຊຸກ​ດັນ​ສຳ​ຄັນ​ຂອງ “ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ” ໃນ​ຍຸກ​ໃໝ່

2020-01-19 17:21:23 CRI

ວັນ​ທີ 17 ມັງ​ກອນ​ນີ້, ໃນ​ເວ​ລາ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານ​ກ່າວ​ວ່າ, ຫວັງ​ວ່າ​ຜ່າ​ນ​ຈາກ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເປັນ​ການ​ເພີ່ມ​ເນື້ອ​ໃນ​ທັງ 3 ດ້ານ ​ຄື:

1, ລັດ​ຖະ​ບານ​ຈີນ ແລະ ປະ​ຊາ​ຊົນ​ຈີນ​ຍຶດ​ໝັ້ນ​​ໃນ​ການສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ມຽນ​ມາ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ ແລະ ຊຸກ​ຍູ້​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ.

2, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ມຽນ​ມາ​ມີ​ພື້ນ​ຖານ​ທີ່​ໜັກ​ແໜ້ນ, ​ການຮ່ວມ​ກັນ​ພະ​ຍາ​ຍາມ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ ຈະ​​ເປັນເພີ່ມ​ພະ​ລັງ​ຊຸກ​ດັນ ແລະ ​ສ້າງຄວາມ​ມີ​ຊີ​ວິດ​ຊີ​ວາ​ໃໝ່​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

3, ຈີນ​ຍິ​ນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ກັບ​ມຽນ​ມາ, ເລັ່ງ​ລັດ​ໃຫ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ຕໍ່​ກັບ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ມຽນ​ມາ, ເຮັດ​ໃຫ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ແຕກ​ໜໍ່​ຈໍ່​ແໜງ ແລະ ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ.

ການ​ສະ​ແດງ​ທ່າ​ທີ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຈີນ​​ເດັດ​ດ່ຽວ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ມຽນ​ມາ​ຢ່າງ​ເ​ຕັມ​ທີ່ ເຊິ່ງ​ໄດ້​ເພີ່ມ​ເນື້ອ​ໃນ​ໃໝ່​ ແລະ ພະ​ລັງ​ຊຸກ​ດັນ​ໃໝ່ໃຫ້​ແກ່ “ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ” ໃນ​ຍຸກ​ໃໝ່.

​ເປັນ​ການເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມິດ​ຕະ​ພາບ​, ເພີ່ມຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ ແລະ ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, “ຄວາມ​ຮັກ​ແພ​ງ​ຖານ​ອ້າຍ​ນ້ອງ” ຈີນ​ແລະ​ມຽນ​ມາ​​ໃນ​ຍຸກ​ໃໝ່ແຫ່ງ​ການ​ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ​ໄດ້​ມີ​ຊີ​ວິດ​ຊີ​ວາ​ໃໝ່ ເຊິ່ງ​ຈະ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ ທັງເປັນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.

ຄຳ​ເຫັນ

0