覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດ​ຕາ​ການ​ແຕ່ງ​ງານ​ຂອງ​ຈີນ​ສືບ​ຕໍ່ຫຼຸດ​ຕ່ຳ​ລົງ

2020-01-19 17:56:22 cri

ປີ 2019 ຜ່ານ​ມາ, ອົງ​ການຈົດທະ​ບຽນ​​ສົມ​ລົດ​ຂອງ​ຈີນ​ໄດ້​ໃຫ້​ບໍ​ລິ​ການ​ຈົດທະ​ບຽນ​​ແກ່​ຄູ່ແຕ່ງ​ງານ​ ຈຳ​ນວນ 9.471.000 ຄູ່, ອັດ​ຕາ​ການ​ແຕ່ງ​ງານ​ໄດ້ຫຼຸດ​​ລົງ​ຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​ຕັ້ງ​ປີ2014 ເປັນ​ຕົ້ນ​ມາ. ຜູ້​ຮັບ​ຜິດ​ຊອບ​ກ່ຽວ​ຂ້ອງ​ຂອງ​ກະ​ຊວງວຽກ​ງານ​ປະ​ຊາ​ສົງ​ເຄາະ​ຈີນ​ໃຫ້​ຮູ້​ວ່າ: ປະ​ຊາ​ກອນ​ໄວ​ອາ​ຍຸ​ແຕ່ງ​ງານ​ໄດ້ຫຼຸດ​ໜ້ອຍ​ລົງ​ອັນເປັນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ອັດ​ຕາ​ການ​ແຕ່ງ​​ງານຫຼຸດລົງ, ສະ​ນັ້ນ​​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ຊັກ​ນຳໃຫ້​ຊາວ​ໜຸ່ມ​ໄວ​ສ້າງ​ຄອບ​ຄົວ​ນັ້ນ​ແຕ່ງ​ງານ​ກັນໃຫ້ຫຼາຍກວ່າ​ເກົ່າ.
 

ວັນ​ທີ 19 ມັງ​ກອນ​ນີ້, ກະ​ຊວງວຽກ​ງານ​ປະ​ຊາ​ສົງ​ເຄາະ​ຈີນ​ໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ໄຕ​ມາດ 1ຂອງ​ປີ 2020ໂດຍ​ແຈ້ງວ່າ: ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ອັດ​ຕາ​ການ​ແຕ່ງ​ງານ​ຂອງ​ຈີນ​ໃນ​ຊຸມ​ປີ​ຜ່ານ​ມາຫຼຸດ​ຕ່ຳ​ລົງ​ມີ 3 ດ້ານ​ຄື:
 

 ໜຶ່ງ: ຍ້ອນ​ປະ​ຊາ​ກອນ​ໄວ​ແຕ່ງ​ງານຫຼຸດ​ໜ້ອຍ​ລົງ. ຈີນ​​ໄດ້ປະ​ຕິ​ບັດ​ນະ​ໂຍ​ບາຍ​ແຜນ​ການ​ຄຸມ​ກຳ​ເນີດ​ມາ​ຕັ້ງ​ແຕ່​ຊຸມ​ປີ 1970-1980, ​ສະ​ນັ້ນ, ປະ​ຊາ​ກອນທີ່​ເກີດ​ໃໝ່​ໄດ້ຫຼຸດ​ໜ້ອຍ​ລົງ, ນີ້​ແມ່ນ​ສາ​ເຫດ​ສຳ​ຄັນ​ທີ່​ສຸດ​ທີ່​ພາ​ໃຫ້​ອັດ​ຕາ​ການ​ແຕ່ງ​ງານ​ຫຼຸດ​ຕ່ຳ​ລົງ​ໃນ​ປັດ​ຈຸ​ບັນ.
 

 ສອງ​:ໄປ​ພ້ອມໆ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ຄ່າ​ນິ​ຍົມໃນ​ການ​ແຕ່ງ​ງານ​ຂອງ​ຄົນ​ຈຳ​ນວນຫຼາຍ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ.
 

ສາມ: ໄປ​ຄຽງ​ຄູ່​ກັບ​ກາ​ນ​ສຶກ​ສາ​ຊັ້ນ​ສູງ​ໄດ້​ຂະ​ຫຍາຍກວ້າງ​ອອກ, ​ຂອບ​ເຂດການ​ສຶກ​ສາ​​ຂອງ​ຊາວ​ໜຸ່ມ​ເອງ​ກໍໄດ້​ເພີ່ມ​ຂຶ້ນ, ຈິ່ງ​ເຮັດ​ໃຫ້​ອາ​ຍຸ​ການ​ແຕ່ງ​ງານ​​ຖືກ​ແກ່​ຍາວ​ອອກ​ເລື້ອຍໆ, ອັນ​ເຮັດ​ໃຫ້​ປະ​ຊາ​ກອນ​ເມື່ອ​ເຖິງ​ໄວ​ແຕ່ງ​ງານ​​ແລ້ວຈຳ​ນວນຫຼາຍ​​ຍັງ​ບໍ່ແຕ່ງ​ງານ.

ຄຳ​ເຫັນ

0