蒙龍

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສືບ​ຕໍ່​ພາ​ລະ​ກຳ​ໃນ​ອະ​ດີດ, ບຸກ​ເບີກ​ອະ​ນາ​ຄົດ​ແຫ່ງ​ການ​ພົວ​ພັນ​ຈີນ-ມຽນ​ມາ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ

2020-01-19 17:22:17 CRI

ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​​ສາຍພົວ​ພັນ​ຈີນ-ມຽນ​ມາ​ຄົບ​ຮອບ 70 ປີ ກໍ​ຄື ພິ​ທີ​ເປີດ​ປີ​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ຈີນ-ມ​ຽນ​ມາ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມັງ​ກອນ​ນີ້​ວ່າ, ຄວນ ສືບ​ຕໍ່​ພາ​ລະ​ກຳ​ໃນ​ອະ​ດີດ, ບຸກ​ເບີກ​ອະ​ນາ​ຄົດ​ແຫ່ງ​ການ​ພົວ​ພັນ​ຈີນ-ມຽນ​ມາ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

​ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຈີນ ແລະ ມຽນ​ມາ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ປະ​ຊາ​ຊົນ​ມີ​ຮີດ​ຄອງ​ປະ​ເພ​ນີ ແລະ ມີ​ວັດ​ທະ​ນະ​ທຳ​ທີ່​ຄ້າຍ​ຄື​ກັນ, ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ​​ມີ​ມາ​ເປັນ​ພັນ​ປີ ເຊິ່ງ​ເປັນ​ພະ​ລັງ​ຊຸກ​ດັນ ແລະ ແຫຼ່ງ​ກຳ​ເນີດ​​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ. ການ​ພົວ​ພັນ​ຈີນ-ມຽນ​ມາ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ຄວນ​ເນັ້ນ​ໃສ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ ເຊິ່ງ​ຈະ​ເປັນ​ຜົນ​ດີ​​ໃຫ້​ແກ່​ສອງ​ປະ​ເທດ​​ໃນ​ການເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ສ້າງ​ພື້ນ​ຖານ​ການ​ເມືອງ​ທີ່​​ໜັກ​ແໜ້ນກວ່າ​ເກົ່າ​ໃຫ້​ແກ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ກັນ​ຢ່າງ​ຮອບ​ດ້ານ ແລະ ເປັນ​​ການຄ້ຳ​ປະ​ກັນ​ທາງ​ການ​ເມືອງ​ທີ່​ໝັ້ນ​ແກ່ນກວ່າ​ເກົ່າ​ໃຫ້​ແກ່​ການ​ບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ.

ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເດີນ​ຜ່ານ​ໄລ​ຍະ 70 ປີ​, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ທາງ​ປະ​ຫວັດ​ສາດ, ຄວນ​ຍຶດ​​ໝັ້ນ​ຖາ​ນະເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ທີ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ເປັນ​ໝູ່​ເພື່ອນ​ທີ່​ດີ​ທີ່​ຮ່ວມ​ທຸກ​ຮ່ວມ​ສຸກ, ເປັນ​ໝູ່​ຄູ່​ທີ່​ດີ​ທີ່​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ເປັນ​ອ້າຍ​ນ້ອງ​ທີ່​ດີ​ທີ່​ປະ​ຊາ​ຊົນ​ເຊື່ອມ​ສານ​ຈິດ​ໃຈ​ກັນ. ຈີນ ແລະ ມຽນ​ມາ​ບໍ່​ພຽງ​ແຕ່​ໄດ້​​ສ້າງ​ສະ​ພາບ​ການ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຂອງ​ກັນ​ແລະ​ກັນ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ເພີ່ມ​ພະ​ລັງ​ທາງບວກ​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຊຸກ​ຍູ້​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ.

ຄຳ​ເຫັນ

0