吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈົ້າ​ໜ້າ​ທີ່​ອົງການ​ຈັດ​ຕັ້ງ​ສາກົນຫວັງ​ວ່າ​ຈີນຈະ​​ເຂົ້າ​ຮ່ວມ​ການອະນຸລັກ​ມໍ​ລະ​ດົກ​ໂລກ​ຢູ່​ເຂດປະ​ທະ​ກັນ​​ໃຫ້​ຫຼາຍກວ່າ​ເກົ່າ

2020-01-19 15:19:44 cri

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ​ວາ​ໄລຣີ ຟູ​ເຣິລານ ປະທານ​ບໍລິຫານ​ງານ​ສະມາຄົມ​ສາກົນ​ເພື່ອ​ອະນຸລັກມໍ​ລະ​ດົກ​ໃນ​ເຂດ​ປະ​ທະ​ກັນ​​ໄດ້​ກ່າວ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ໃນ​ຖະນະຖື​ເປັນ​ປະ​ເທດ​ສະມາຊິກ​ທີ່​ສຳ​ຄັນ​ຂອງ​ອົງການ​ຕົນ, ຈີນ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ອັນ​ຕັ້ງໜ້າ​ໃນ​ການ​ອະນຸລັກ​ມໍລະດົກ​ໃນ​ເຂດ​ປະ​ທະ​ກັນ, ທ່ານ​ຫວັງ​ວ່າ​ອົງການອະນຸລັກ​ມໍລະດົກ​ວັດທະນະທຳຈີນ​ຈະເຂົ້າ​ຮ່ວມ​ການອະນຸລັກມໍລະດົກວັດ​ທະ​ນະ​ທຳຢູ່​ເຂດ​ປະ​ທະ​ກັນ​ໃຫ້​ຫຼາຍ​ກວ່າ​ເກົ່າ.

​ໃນ​ຊຸ​ມປີຜ່ານມາ, ມໍ​ລະ​ດົກ​ວັດທະນະທຳ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ການປະ​ທະ​ກັນ​ດ້ວຍ​ອາວຸດ, ການ​ບູລະນະ​ມໍລະດົກ​ວັດທະນະທຳ​​ເປັນ​ສ່ວນ​ປະກອບ​ທີ່​ສຳຄັນ​ໃນ​ການ​ສ້າງ​ສັງຄົມ, ວັດທະນະທຳ​ຂອງ​ຊາດຄືນ​ໃໝ່. ສະມາຄົມ​ດັ່ງກ່າວ​ເປັນ​ກອງ​ທຶນ​ສາກົນ​ໃນ​ການສຸ​ມ​ໃສ່​ອະນຸລັກມໍ​ລະ​ດົກ​ວັດທະນະທຳ​ຢູ່​ເຂດ​ປະ​ທະ​ກັນ​ພຽງໜຶ່ງ​ດຽວ, ຂະນະ​ດຽວ​ກັນ ສະມາຄົມ​ນີ້ຍັງ​ເປັນ​ອົງ​ການຈັດ​ຕັ້ງ​ສາກົນ ​ທີ່ສະໜອງ​ທຶນຮອນ​ເພື່ອ​ສະໜັບສະໜູນມາດ​ຕະການປ້ອງ​ກັນ​ລ່ວງ​ໜ້າ, ການ​ຢືນ​ມື​ເຂົ້າ​ແຊກ​ແຊງ​ໃນ​ກໍລະນີ​ສຸກ​ເສີນ ​ແລະ​ໂຄງການ​ບູລະນະ​​ມໍລະດົກ​ວັດທະນະທຳຫຼັງ​ເກີດ​ການ​ປະ​ທະ​ກັນ.

​ເພື່ອ​ຊຸກຍູ້​ການ​ຮ່ວມ​ມືສາກົນ​ເພື່ອ​ອະນຸລັກ​ມໍລະດົກ​ໃນ​ເຂດ​ປະ​ທະ​ກັນ, ທ່ານ​ຟູ​ເຣິລານໄດ້​ຢ້ຽມຢາມ​ນະຄອນຫຼວງປັກ​ກິ່ງ ​ແລະ​ນະຄອນ​ຊີ່​ອ່ານ​ແຂວງ​ສານ​ຊີ່​ແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ມັງກອນ​ນີ້ ​ເຊິ່ງ​ໄດ້​​ພົບ​ປະ​ກັບ​​ເຈົ້າ​ໜ້າ​ທີ່ຂອງ​ອົງການ​ມໍລະດົກ​ວັດທະນະທຳ ​ແລະ​ຫໍພິພິດ​ທະພັນ​ແຫ່ງຊາດ ກໍ​ຄືຜູ້​ຊ່ຽວຊານການ​ບູລະນະ​ວັດ​ຖຸບູຮານ. ທ່ານ​ຟູ​ເຣິລານ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ຈີນ​ໄດ້​ໃຫ້​ການ​ສະໜັບສະໜູນ​ຢ່າງ​​ເຕັມທີ່​ຕໍ່​ສະມາຄົມສາກົນ​ເພື່ອ​ອະນຸລັກ​ມໍລະດົກ​ຢູ່​ເຂດ​ປະ​ທະ​ກັນ​ ​ເຊິ່ງ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ສຳຄັນ​ໃນ​ສະພາມົນຕີ ​ແລະ​ຄະນະ​ກຳມະການ​ວິທະຍາສາດ​ຂອງ​ສະມາຄົມ​ຕົນ.

ຄຳ​ເຫັນ

0