何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ແບກ​ແລັງ​ກ່ຽວ​ກັບ​ບັນ​ຫາ​ລີ​ບີ​ເຫັນ​ດີ​ ​ຫ້າມ​ຂົນ​ສົ່ງ​ອາ​ວຸ​ດໃຫ້​ລີບີ

2020-01-20 17:13:21 CRI

ວັນ​ທີ19 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ແບກ​ແລັງ​ກ່ຽວ​ກັບ​ບັນ​ຫາ​ລີ​ບີໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​​ເຢຍ​ລະ​ມັນ. ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ເຫັນ​ດີ​​ຫ້າມ​ຂົ​ນ​ສົ່ງ​ອາ​ວຸດໃຫ້​ລີ​ບີ, ແລະ​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ຝ່າຍ​ຕ່າງໆ​ທີ່​ປະ​ທະ​ກັນຢຸດ​ຍິງ​ແລະ​ສ້າງ​ສັນ​ຕິ​ພາບ​ຖາ​ວອນ.

 

ຕອນ​ຄ່ຳ​ມື້​ດຽວ​ກັນ, ທ່ານ​ນາງແອນ​ເຈ​ລາ ​ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢ​ຍ​ລະ​ມັນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຢ່າງ​ຈິງ​ຈັງ, ແລະ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ລະ​ດັບ​ສູງ, ເຊິ່ງ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ລີ​ບີ. ຫຼັງ​ຈາກກອງ​ປະ​ຊຸມ​ຈະ​ນຳ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ​​ທັນ​ທີເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ, ແລະຈະ​ຈັດ​ກອງ​ປະ​ຊຸມເພື່ອ​ຊຸກ​ຍູ້​ການ​ຢຸດ​ຍິງ​ຢ່າງ​ຖາ​ວອນ​ໃນ​ໄວໆ​ນີ້.

 

ທ່ານອັນ​ໂຕ​ນີ​ໂອ ກູ​ເຕີ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ສົ່ງ​ສັນ​ຍານ​ທີ່​ຕັ້ງ​ໜ້າ ຄື ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ສຸມ​ໃສ່​ແກ້​ໄຂວິ​ກິດ​ການ​ລີ​ບີ​ໂດຍ​ສັນ​ຕິ. ທ່ານ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຢ່າ​ທຳ​ລາຍ​ເສັ້ນ​ທາງ​ທີ່​ຈະກ້າວ​ໄປ​ສູ່​ສັນ​ຕິ​ພາບ​ສາຍ​ນີ້.

 

ແຕ່​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ສອງ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່ລີ​ບີ​ບໍ່​ໄດ້​ພົບ​ປະ​ກັນ​ໂດຍ​ກົງ. ທ່ານ​ນາງ​ເມີ​ເຄວ​ກ່າວ​ວ່າ, ໄດ້​ແຍກ​​ການ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ສອງ​ຝ່າຍ, ແຕ່​ພົບ​ເຫັນ​ວ່າ​ສອງ​ຝ່າຍ​ມີ​ຄວາມ​ເຫັນ​ທີ່​ຂັດ​ແຍ່ງ​ກັນຫຼາຍ​​ແທ້​ໆ.

ຄຳ​ເຫັນ

0