莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

GDPສະ​ເລ່ຍ​​ຕໍ່ຫົວ​ຄົນ​ບັນ​ລຸຫຼາຍກວ່າ 10 ພັນ​ໂດ​ລາ​ສະ​ຫະ​ລັດ​ແມ່ນ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​​ການສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານຢ່າງ​ຮອບ​ດ້ານ

2020-01-20 11:50:37 cri

ວັນ​ທີ 19 ມັງ​ກອນນີ້, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ເມີ້ງ​ເຫວີຍ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ແຫ່ງ​​ຊາດ​ຈີນ​ຊີ້​ໃຫ້​ເຫັນ​ວ່າ, ປີ 2019, GDPສະ​ເລ່ຍ​​ຕໍ່​ຫົວ​ຄົນຂອງ​ຈີນ​ບັນ​ລຸຫຼາຍກວ່າ 10 ພັນ​ໂດ​ລາ​ສະ​ຫະ​ລັດ​, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ກຳ​ລັງ​​ແຮງສັງ​ລວມ​ແຫ່ງ​ຊາດ​ຈີນ​ສູງ​ຂຶ້ນ, ກຳ​ລັງ​ການ​ຜະ​ລິດ​ໃນ​ສັງ​ຄົມ​ເພີ່ມ​ຂຶ້ນ, ແລະ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ຖືກຍົກ​ສູງ​ຂຶ້ນ. ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ໄດ້​ຢ່ວງ​ບາດ​ກ້າວ​ອັນ​ໜັກ​ແໜ້ນ​ໄປ​ສູ່​ຖັນ​ແຖວ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ. ນີ້​ແມ່ນ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານຢ່າງ​ຮອບ​ດ້ານ. ​ໃນ​ຂະ​ນະ​ດຽວ​ກັນ, ທ່ານ​ເມີ້ງ​ເຫວີຍກໍ່​ໄດ້​ກ່າວ​​ວ່າ, GDPສະ​ເລ່ຍ​ຕໍ່​ຫົວ​ຄົນຂອງ​ປະ​ເທດ​​ທີ່ພັດ​ທະ​ນາ​​ແລ້ວແມ່ນຫຼາຍກວ່າ 30 ພັນ​ໂດ​ລາ​ສະ​ຫະ​ລັດ​, ຈີນ​ຍັງ​ແມ່ນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ໃຫຍ່ກວ່າ​ໝູ່​​ໃນໂລກ.

ທ່ານ​ເມີ້ງ​ເຫວີຍ​ກ່າວ​ຕື່ມ​ວ່າ, ເມື່ອ​ສັງ​ເກດ​ຈາກ​ຕົວ​ເລກ​ໃນ​ເດືອນ​ທັນ​ວາ​ແລ້ວ​ເຫັນ​ວ່າ, ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ໃນ​​ປັດ​ຈຸ​ບັນໄດ້​ປະ​ກົດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ, ໃນ​ດ້ານ​ການ​ຜະ​ລິດ, ການ​ບໍ​ລິ​ໂພກ, ການ​ຄາດ​ຄະ​ເນ ແລະ​ລາ​ຄາ​ເປັນ​ຕົ້ນ ລ້ວນ​ແຕ່​ມີ​ສະ​ພາບ​ດີ​ຂຶ້ນ. ​ທ່ວງ​ທ່າ​ອັນ​ຕັ້ງ​ໜ້າ​ເຫຼົ່າ​ນີ້​ແມ່ນ​ໝາກ​ຜົນ​ຂອງ​ນະ​ໂຍ​ບາຍ​ຕ່າງໆ, ແລະ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ວ່າ ເສດ​ຖະ​ກິດ​ຈີນ​ມີ​ແຮງ​ຕ້ານ​ທານ​ຢ່າງ​ເຂັ້ມ​ແຂງ, ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະຫາ​ສານ ແລະ​​ສາ​ມາດ​ຍືດ​ຫົດ​ໄດ້. ເຖິງວ່າ​ສະ​ພາບ​ການ​ແລະ​ສະ​ຖາ​ນະ​ການ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃນ​ປັດ​ຈຸ​ບັນນີ້​​ຈະສັບ​ສົນ​ເຄັ່ງ​​ຕຶງ, ​ມີປັດ​ໃຈ​ທີ່ບໍ່​ແນ່ນອນ​ອ່າວຫຼາຍກໍ່​ຕາມ, ແຕ່​ເມື່ອ​ສັງ​ເກດ​ຈາກ​​ທ່າ​ອ່ຽງ​ການພັດ​ທະ​ນາ​ໃນ​ປີ 2020 ແລ້ວ​ເຫັນ​ວ່າ: ​ພື້ນ​ຖານ​ທີ່ເສດ​ຖະ​ກິດ​​ຈີນ​ຈະຮັກ​ສາ​​ທ່ວງ​ທ່າ​ທີ່​ໝັ້ນ​ທ່ຽງ​ນັ້ນ​ຍັງ​ຄົງ​​ໜັກ​ແໜ້ນ​, ຍັງ​ມີເງື່ອນ​ໄຂ​ທີ່​ເອື້ອ​ອຳ​ນວຍຫຼາຍ​ພໍ​ສົມ​ຄວນ.

ຄຳ​ເຫັນ

0