黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເປີດ​ “ຮ້ານ​ຂາຍ​ຢາ​ເຄື່ອນ​ທີ່” ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຜູ້​ເປັນ​ພະ​ຍາດ​ຊຳ​ເຮື້ອ

2020-02-15 16:34:27 cri


ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ເປັນ​ພະ​ຍາດ​ຊຳ​ເຮື້ອ​ທີ່​ຕ້ອງ​ການ​ໃຊ້​ຢາຢ່າງ​ຕໍ່​ເນື່ອງ, ຫຼາຍ​ທ້ອງ​ຖິ່ນ​ຂອງ​ຈີນ​ໄດ້​ເປີດ “ຮ້ານ​ຂາຍ​ຢາ​ເຄື່ອນ​ທີ່” ​ໂດຍ​ບໍລິການສົ່ງ​ຢາ​ໃຫ້​ຜູ້​ປ່ວຍ​ເຖິງ​ເຮືອນ ແລະ​ອື່ນໆ. ຜູ້​ປ່ວຍ​ສາ​ມາດ​ຊື້​ຢາ​ຜ່ານ​ທາງ​ອິນ​ເຕີ​ເນັດ. ຜູ້​ເປັນ​ພະ​ຍາດ​ຊຳ​ເຮື້ອ​ຊາວນະ​ຄອນ​ອູ​ຮັ້ນ​ທ່ານ​ໜຶ່ງ​ໄດ້​ລົງ​ທະ​ບ​ຽນ​ທາງ​ APP ​ເພື່ອຂໍ​ຊື້​ຢາ​ປົວ​ພະ​ຍາດ​ຊຳ​ເຮື້ອ, ​ທ່ານໄດ້​ຂຽນ​ໃບ​ສັ່ງ​ຊື້​ຢາ ແລະ ຂໍ້​ມູນ​ສ່ວນ​ຕົວ​ແລ້ວຂໍ້ຊື້​ຢາ​ທີ່​ກ່ຽວ​ຂ້ອງ, ​ຈາກ​ນັ້ນກໍ​ໄດ້​ຮັບ​ຢາ​ທີ່​ຕົນ​ສັ່ງ​ຊື້​ພາຍ​ໃນ​ເວ​ລາ​ພຽງໜຶ່ງວັນ. APP ດັ່ງ​ກ່າວ​ເປີດ​ນຳ​ໃຊ້​​ໄດ້ພຽງ​ແຕ່ 3 ວັນ​ເທົ່າ​ນັ້ນ, ກໍ​ໄດ້​ຮັບ​ຂໍ້​ມູນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເປັນ​ພະ​ຍາດ​ຊຳ​ເຮື້ອ 8 ພັນ​ກວ່າ​ຂໍ້. ປັດ​ຈຸ​ບັນ, APP ດັ່ງ​ກ່າວ​ໄດ້​ຮ່ວມ​ມື​ກັບ​ຮ້ານ​ຂາຍ​ຢາ​ຝ່າຍ​ທີ 3, ຮ່ວມ​ກັນ​ໃຫ້​ການ​ບໍ​ລິ​ການ​ສົ່ງ​ຢາ​ໃຫ້​ຜູ້​ປ່ວຍ​ຢ່າງ​ທັນ​ການ.

ຄຳ​ເຫັນ

0