黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້ໃຊ້ມາດຕະການຕອບໂຕ້ຕໍ່ການກະທຳກົດດັນຂອງອາເມຣິກາທີ່ມີຕໍ່ສື່ມວນຊົນຈີນ

2020-03-19 16:46:43 cri

ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ມີຂໍ້​ຈຳ​ກັດ​ ແລະ ໃຊ້​ຄວາມ​ກົດ​ດັນ​ແບບ​ໄຮ້​ເຫດ​ຜົນຫຼາຍ​ເທື່ອ​ຕໍ່​ການ​ລາຍ​ງານ​ຂ່າວ​ທີ່​ເປັນ​ປົກ​ກະ​ຕິ​ຂອງ​ສຳ​ນັກ​ງານ​ແລະ​ເຈົ້າ​ໜ້າ​ທີ່​ສື່ມວນ​ຊົນ​ຈີນ​ທີ່ປະ​ຈຳຢູ່​ອາ​ເມ​ຣິ​ກາ, ໃນນັ້ນໄດ້​ຍົກ​ລະ​ດັບ​ການ​​ຈຳ​ແນກແລະໂຈມ​ຕີ​ທາງ​ການ​ເມືອງ​ຕໍ່​ສື່ມວນ​ຊົນ​ຈີນ​ເລື້ອຍໆ, ໂດຍ​ສະ​ເພາະ​ແມ່ນໃນ​ເດືອນ​ທັນ​ວາ​ປີ 2018, ອາ​ເມ​ຣິ​ກາໄດ້​ຮຽກ​ຮ້ອງ​ໃຫ້​ສຳ​ນັກ​ງານ​ສື່ມວນ​ຊົນ​ຈີນ​ປະ​ຈຳ​ອາ​ເມ​ຣິ​ກາ​ຕ້ອງໄດ້​ລົງ​ທະ​ບຽນ​ເປັນ “ຕົວ​ແທນ​ຕ່າງ​ປະ​ເທດ”, ເດືອນ​ກຸມ​ພາ​ປີ​ນີ້, ໄດ້​ຈັດ​ເອົາ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ 5 ແຫ່ງ​ຂອງ​ຈີນ​ປະ​ຈຳ​ອາ​ເມ​ຣິ​ກາ​ເປັນ “ໜ່ວຍ​ງານ​ການ​ທູດ​ຕ່າງ​ປະ​ເທດ”, ຫຼັງ​ຈາກ​ນັ້ນ, ຍັງ​ໄດ້​ຈຳ​ກັດ​ຈຳ​ນວນ​ຄົນ​ປະ​ຈຳການຂອງ 5 ອົງການສື່​ດັ່ງ​ກ່າວທີ່ປະຈຳຢູ່ອາເມຣິກາ ແລະ ໄດ້ “ຂັບ​ໄລ່” ນັກ​ຂ່າວ​ຈີນຈຳນວນຫຼາຍ​ດ້ວຍ​ຂໍ້​ອ້າງ​ດັ່ງ​ກ່າວ. ຈີນ​ໄດ້​ສະ​ແດງ​ການປະ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ການ​ກະ​ທຳ​ແບບ​ຜິດ​ພາດ​ຂອງ​ອາ​ເມ​ຣິ​ກາ​ຢ່າງ​ທັນ​ການ ແລະ ໄດ້​ສະ​ແດງ​ຄວາມ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງພ້ອມ​ທັງ​​ກ່າວ​ເນັ້ນ​ວ່າ: ຈະປົກປ້ອງ​ສິດ​ຂອງຝ່າຍຕົນດ້ວຍການ​ໃຊ້​ມາດ​ຕະ​ການ​ຕອບໂຕ້​ຄືນ.

ຝ່າຍ​ຈີນ​ປະ​ກາດ​ວ່າ, ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ:

ໜຶ່ງ, ໂດຍ​ແນ​ໃສ່​ກໍລະນີທີ່ອາ​ເມ​ຣິ​ກາ​ຈັດ​ເອົາ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ 5 ແຫ່ງ​ຂອງ​ຈີນ​ເປັນ “ໜ່ວຍ​ງານ​ການ​ທູດຕ່າງປະເທດ”, ຈີນ​ຮຽກ​ຮ້ອງ​ໃຫ້​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​​ສື່ມວນ​ຊົນ​ອາ​ເມ​ຣິ​ກາ 5 ແຫ່ງຄື: “ສຽງ​​ອາ​ເມ​ຣິ​ກາ” ຫຼື VOA, ໜັງ​ສື​ພິມ “ນິວຢອກ​ທາ​ມສ”, “ວອນ​ສະ​ຕ​ຣີດ​ລາຍ​ວັນ”, “ວໍ​ຊິງ​ຕັນ​ໂພ​ສ” ແລະ ວາ​ລະ​ສານ “ທາມ​ສ” ແຈ້ງຈຳນວນ​ພະ​ນັກ​ງານ, ການ​ເງິນ, ສະ​ພາບ​ການ​ເຮັດທຸ​ລະ​ກິດ ແລະ ສະ​ພາບ​ການ​ດ້ານອະ​ສັງ​ຫາ​ລິ​ມະ​ຊັບ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ຕໍ່​ຝ່າຍ​ຈີນ​ຢ່າງ​ເທົ່າທຽມ​ກັນ.

ສອງ, ໂດຍ​ແນ​ໃສ່​ກໍລະນີທີ່ອາ​ເມ​ຣິ​ກາ​ຕັດ​ຈຳ​ນວນ​ພະ​ນັກ​ງານ ຫລືໃນຄວາມເປັນຈິງ​ກໍແມ່ນກາ​ນ​ຂັບ​ໄລ່​ພະ​ນັກ​ງານ​​ສື່ມວນ​ຊົນ​ຈີນ​ປະ​ຈຳ​ອາ​ເມ​ຣິ​ກາ, ຈີນ​ຈຶ່ງໄດ້ຮຽກ​ຮ້ອງ​ໃຫ້​ນັກ​ຂ່າວ​ສັນ​ຊາດ​ອາ​ເມ​ຣິ​ກາຂອງໜັງ​ສື​ພິມ “ນິວຢອກ​ທາ​ມສ”, “ວອນ​ສະ​ຕ​ຣິດ​ລາຍ​ວັນ” ແລະ “ວໍ​ຊິງ​ຕັນ​ໂພ​ສ” ທີ່​ມີ​ບັດ​ນັກ​ຂ່າວ​ໝົດ​ອາ​ຍຸ​ໃນ​ທ້າຍ​ປີ​ນີ້ຕ້ອງເຂົ້າ​ລາຍງານບັນຊີ​ລາຍ​ຊື່ຕໍ່​ກົມ​ການ​ຂ່າວ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ພາຍ​ໃນກຳນົດ​ເວ​ລາ 4 ວັນນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ ແລະ ຕອ້ງ​ມອບ​ບັດ​ນັກ​ຂ່າວ​ໃຫ້​ຝ່າຍ​ຈີນ​ພາຍ​ໃນ 10 ວັນ, ນັບ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ, ຈະ​ບໍ່​ສາ​ມາດ​ດຳ​ເນີນ​ວຽກ​ງານຂອງ​ນັກ​ຂ່າວ​ຢູ່ ສ​ປ ຈີນ ເຊິ່ງ​ລວມ​ທັງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ ແລະມາ​ເກົາ.

ສາມ, ໂດຍ​ແນ​ໃສ່​ກໍລະນີທີ່ອາ​ເມ​ຣິ​ກາ​ໃຊ້​ມາດ​ຕະ​ການ​ຈຳ​ແນກແລະຈຳ​ກັດ​ຕໍ່​ນັກ​ຂ່າວ​ຈີນ​ໃນ​ດ້ານການ​ໃຫ້ວີຊາ, ການກວດ​ກາ​ດ້ານ​ບໍ​ລິ​ຫານ, ການ​ເກັບ​ກຳ​ຂ່າວ ແລະອື່ນໆ, ຈີນ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ສົມ​ຄູ່​ກັນ​ຕໍ່​ນັກ​ຂ່າວ​ອາ​ເມ​ຣິ​ກາເຊັ່ນກັນ.

ຈີນ​ໃຊ້​ມາດ​ຕະ​ການ​ດັ່ງ​ກ່າວ​ແມ່ນ​ດຳ​ເນີນ​ການ​ຕອບ​ໂຕ້​ຄືນ​ທີ່​ຈຳ​ເປັນ​ຕໍ່​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ທີ່​ໂຈມ​ຕີ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຈີນ​ປະ​ຈຳ​ອາ​ເມ​ຣິກາ​ແບບ​ໄຮ້​ເຫດ​ຜົນ, ເປັນ​ການ​ປ້ອງ​ກັນ​ຕົວ​ທີ່​ເປັນ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ. ການ​ກະ​ທຳ​​ຂອງ​ອາ​ເມ​ຣິ​ກາທີ່ມີຕໍ່ສື່ມວນຊົນຈີນແມ່ນ​ສືບ​ທອ​ດ​ມາ​ຈາກ​ແນວ​ຄິດ​ສົງ​ຄາມ​ເຢັນແລະຄວາມ​ລຳ​ອຽງ​ໃນດ້ານຮູບຖານຈິດສຳນຶກ, ເປັນການ​ທຳ​ລາຍ​ຊື່​ສຽງ​ແລະ​ພາບ​ພົດ​ຂອງ​ສື່ມວນ​ຊົນ​ຈີນ​ຢ່າງ​ໜັກ​ໜ່ວງ, ໄດ້​ສ້າງ​ຜົນ​ປະ​ທົບ​ອັນ​ຮ້າຍ​ແຮງ​ຕໍ່​ວຽກ​ງານ​ປະ​ຈຳ​ວັນ​ຂອງ​ສື່ມວນ​ຊົນ​ຈີນ​ຢູ່​ອາ​ເມ​ຣິ​ກາ ແລະ ໄດ້​ລົບ​ກວນ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮ້າຍ​ແຮງ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈອມ​ປອມ​ທີ່​ວ່າ “ເສ​ລີ​ພາບ​ດ້ານ​ການລາຍງານ​ຂ່າວ” ຂອງ​ອາ​ເມ​ຣິ​ກາ. ຈີນ​ທວງ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ດັດ​ແກ້​ຄວາມ​ຜິດ​ພາດ​ຂອງ​ຕົນ, ຢຸດ​ຕິ​ການ​ໂຈມ​ຕີທາງ​ການ​ເມືອງແລະຈຳ​ກັດ​ຕໍ່​ສື່ມວນ​ຊົນ​ຈີນ. ຖ້າ​ອາ​ເມ​ຣິ​ກາ​ຕັ້ງໃຈສືບຕໍ່​ພຶດຕິກຳທີ່ຜິດພາດ​ຕໍ່​ໄປ, ຜິດ​ແລ້ວ​ຜິດ​ອີກ, ຈີນ​ກໍ​ຍ່ອມ​ຈະ​ໃຊ້​ມາດ​ຕະ​ການ​ຕອບ​ໂຕ້​ຄືນ​ຕື່ມ​ອີກ​ເຊັ່ນ​ກັນ.

ນະ​ໂຍ​ບາຍ​ພື້ນ​ຖານຂອງຈີນໃນການຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​​ບໍ່​ປ່ຽນ​ແປງ ແລະ ກໍ​ຈະ​ບໍ່​ມີ​ວັນປ່ຽນ​ແປງ, ຈີນ​ຍິນ​ດີ​ຕ້ອ​ນ​ຮັບ​ສື່ມວນ​ຊົນ​ ແລະນັກ​ຂ່າວ ​ປ​ະ​ເທດ​ຕ່າງໆ​ເຂົ້າມາ​ລາຍ​ງານ​ຂ່າວ​ຢູ່​ຈີນ ຕາມ​ກົດ​ໝາຍ​ ແລະ ກົດ​ລະ​ບຽບ​ຂອງ​ຈີນ, ສິ່ງ​ທີ່​ຈີນ​ຄັດ​ຄ້ານ​ນັ້ນ​ແມ່ນ​ການ​ສວຍ​ໃຊ້​ເສ​ລີ​ພາບ​ດ້ານ​ການລາຍງານ​ຂ່າວເພື່ອ​ສ້າງ​ຂ່າວ​ປອມ, ຄັດ​ຄ້ານ​ການ​ກະ​ທຳ​ທີ່​ລະ​ເມີດ​ຈັນຍາບັນຂອງການລາຍງານຂ່າວ. ຫວັງ​ວ່າ, ສື່ມວນ​ຊົນແລະນັກ​ຂ່າວ​ຕ່າງ​ປະ​ເທດ​ຈະເສີມ​ຂະ​ຫຍາຍ​ບົດ​ບາດ​ອັນຕັ້ງ​ໜ້າ ໃນ​ການ​ຊຸກ​ຍູ້​ໃຫ້​ຈີນ​ແລະ​ໂລກ​ເພີ່ມ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ແລະ ກັນ.

ຄຳ​ເຫັນ

0