黃理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຄ​ລີ​ນິກ​ບົ່ງ​ມະ​ຕິ​ແລະ​ປິ່ນ​ປົວ​ທົ່ວ​ໂລກ” ຂອງ CMG ຊ່ວຍ​ແພດ​ໝໍ​ຈີນ​ແລະ​ຕ່າງ​ປະ​ເທດ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ກ່ຽວ​ກັບ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ໂຄວິດ-19

2020-03-21 16:19:17 cri

ໃນຫຼາຍ​ມື້​ມໍ່ໆ​ມາ​ນີ້, ລາຍ​ການ​ພິ​ເສດ “ຄ​ລີ​ນິກ​ບົ່ງ​ມະ​ຕິ​ແລະ​ປິ່ນ​ປົວ​ທົ່ວ​ໂລກ” ຂອງສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໄດ້​ເຊື້ອ​ເຊີນ​ພະ​ນັກ​ງານ​ການ​ແພດ ແລະ ຜູ້​ຊ່ຽວ​ຊານ​ຈີນ​ແລະ​ຕ່າງ​ປະ​ເທດ ​ທີ່​​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ແນວ​ໜ້າ​ມາ​ອອກ​ລາຍ​ການ ເພື່ອແລກ​ປ່ຽນ​ແລະ​ຖອດ​ຖ​ອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ ແບ່ງ​ປັນ​ບົດ​ຮຽນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຢູ່ຈີນ ໂດຍ​ຜ່ານ​ທາງວິ​ດີ​ໂອ.

ໃນ​ລາຍ​ການ​ວິ​ດີ​ໂອ​ໃນ​ຕອນ​ຄ່ຳ​ວັນ​ທີ 19 ມີ​ນາ​ນີ້, ຜູ້​ຊ່ຽວ​ຊານ​ການ​ແພດ​ຈາກ​ສ​ະ​ຫະ​ພາບ​ເອີ​ຣົບ, ອາ​ເມ​ຣິ​ກາ ແລະ ອິ​ສ​ລາ​ແອນ​ໄດ້​ຮ່ວມ​ກັບ​ແພດ​ໝໍ​ຈີນ​ທີ່​ນະ​ຄອນ​ອູ​ຮັ້ນ, ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລະ ການ​ບົ່ງ​ມະ​ຕິ​ແລະປິ່ນ​ປົວພະ​ຍາດ​ໂຄວິດ-19.

ນ.ຫຼີ​ເຊິ້ງ​ຊິ່ງ ຫົວ​ໜ້າ​ພະ​ແນກ​ລະ​ບົບ​ຫາຍ​ໃຈ​ຂອງ​ໂຮງ​ໝໍ​ຮ​ວ້າ​ຊານ​ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ​ກ່າວ​ວ່າ: ພວກ​ເຮົາ​ໄດ້​ແບ່ງ​ປັນ​ບົດ​ຮຽນ​ກັບ​ໝູ່​ຮ່ວມ​ງານ​ຕ່າງ​ປະ​ເທດ, ຫວັງ​ວ່າ, ເຂົາ​ເຈົ້າ​​ຈະສາ​ມາດ​ຊອກ​ຫາ​ໄດ້​ວິ​ທີ​ປິ່ນ​ປົວ​ທີ່​ດີ​ທີ່​ສຸດ​ໂດຍ​ໄວ ເພື່ອ​ຊ່ວຍ​ເຫຼືອ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ມີ​ອາ​ການ​ໜັກ.

ພະ​ນັກ​ງານ​ການ​ແພດ ແລະ ຜູ້​ຊ່ຽວ​ຊານ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ລາຍ​ການ​ລ້ວນ​ແຕ່​ກ່າວ​ວ່າ, ບົດ​ຮຽນ​ແລະ​ຂໍ້​ສະ​ເໜີ​ຂອງ​ຊ່ຽວ​ຊານ​ຈີນ​ມີ​ຜົນ​ປະ​ໂຫຍດຫຼາຍ.

ຂ່າວ​ແຈ້ງວ່າ, ໃນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ​ຢູ່ແຂວງ​ຫູ​ເປີຍ, ອັດ​ຕາ​ການ​​ນຳໃຊ້​ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ​ບັນ​ລຸ​ເຖິງ 91,91%, ໃນ​ລາຍ​ການ​ພິ​ເສດ​ຂອງ CMG ໃນ​ວັນ​ທີ 18 ມີ​ນາ​ນີ້, ທ່ານ​ຈ່າງ​ໂປ​ຫຼີ ບັນ​ດິດ​​ຂອງສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳ​ຈີນ ແລະ ຜູ້​ຊ່ຽວ​ຊານ​ຈີນຫຼາຍ​ທ່ານ​ໄດ້​​ແບ່ງ​ປັ່ນ​ບົດ​ຮຽນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ດ້ວຍ​ການ​ແພດ​ແລະ​ຢາ​ພື້ນ​ເມືອງ​ຈີນ ກັບແພດ​ໝໍ​ອາ​ເມ​ຣິ​ກາ.

ແພດ​ໝໍ​ອາ​ເມ​ຣິ​ກາກ່າວ​ວ່າ: ມີ​ຜູ້​ປ່ວຍ​ຄີງ​ຮ້ອນ​ເປັນ​ໜຶ່ງ​ອາ​ທິດ, ພວກ​ເຮົາ​ກໍ​ບໍ່​ມີ​ວິ​ທີ​ແກ້​ໄຂ, ຂ້າ​ພ​ະ​ເຈົ້າ​ຢາກ​ຮູ້​ວ່າ, ມີ​ຢາ​ພື້ນ​ເມືອງ​ຈີນ​ທີ່​ສາ​ມາດ​ຂັບ​ຄວາມ​ຮ້ອນ​ຊຸ່ມ​ອອກ​ຈາກ​ຮ່າງ​ກາຍ ​ທີ່​ເໝາະສຳ​ລັບ​ຜູ້​ປ່ວຍ​​ຢູ່ອາ​ເມ​ຣິ​ກາ​ບໍ່.

ທ່ານ​ຈ່າງ​ໂປຫຼີ ບັນ​ດິດ​ຂອງ​ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳ​ຈີນ​ກ່າວ​ວ່າ: ມີ​ໃບ​ສັ່ງ​ຢາ 2 ຊະ​ນິດ, ໃບ​ໜຶ່ງ​ແມ່ນ​ແກ້​ຄວາມ​ຊຸ່ມ​ແລະ​​ຂັບສານ​ພິດ​, ອີກ​ໃບ​ໜຶ່ງ​ແມ່ນ​ບຳ​ລຸງ​ປອດ​ແລະ​ຂັບ​ສານ​ພິດ, ​ຢາ​ທັງ 2 ຊະ​ນິດ​ນີ້ ລ້ວນ​ແຕ່​ໄດ້​ພິ​ສູດ​ມາ​ແລ້ວ.

ມາ​ຮ​ອດ​ປັດ​ຈຸ​ບັນ, ນັບ​ລວ​ມ​ແລ້ວ, ທົ່ວ​ໂລກ​ມີ 5 ລ້ານກວ່າ​ຄົນ​ໄດ້​ເຂົ້າ​ຊົມ​ລາຍ​ການ​ພິ​ເສດ “​ຄ​ລີ​ນິກ​ບົ່ງ​ມະ​ຕິ​ແລະ​ປິ່ນ​ປົວ​ທົ່ວ​ໂລກ” ຂອງ CMG ແລ້ວ ແລະ ມີ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ລາຍ​ການຫຼາຍກວ່າ 1 ແສນ​ເທື່ອ.

ຄຳ​ເຫັນ

0