秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ສື່ມວນຊົນອາເມຣິກາ3ແຫ່ງ

2020-03-28 14:01:24 cri

ວັນທີ 27 ມີນານີ້, ຜູ້ຮັບຜິດຊອບກົມການຂ່າວກະຊວງການຕ່າງປະເທດຈີນ ໄດ້ນັດພົບກັບຜູ້ຮັບຜີດຊອບປະຈໍາປັກກິ່ງຂອງໜັງສືພິມນິວຢອກທາມສ,​ ໜັງສືພິມວໍສຕຣິ ແລະໜັງສືພິມວໍຊິງຕັນໂພສຂອງອາເມຣິ

ກາ ເພື່ອສະແດງຄວາມຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມກ່ຽວກັບຜູ້ຮັບຜິດຊອບຂອງໜັງສືພິມສາມສະບັບດັ່ງກ່າວຮ່ວມກັນສົ່ງຈົດໝາຍເປີດຊອງຕໍ່ລັດຖະບານຈີນ.

   ຝ່າຍຈີນກ່າວວ່າ, ມາດຕະການຂອງຈີນເປັນການຕອບໂຕ້ທີ່ຈໍາເປັນຕໍ່ຝ່າຍອາເມຣິກາທີ່ໄດ້ກົດດັນສື່ມວນຊົນຈີນປະຈໍາອາເມຣິກາຢ່າງໄຮ້ເຫດຜົນເປັນເວລາຍາວນານມາ, ເປັນມາດຕະການທີ່ຖືກຕ້ອງ ແລະສົມເຫດສົມຜົນ.

   ໃນຈົດໝາຍເປີດຊອງດັ່ງກ່າວຂຽນຢ່າງໄຮ້ເຫດຜົນວ່າ, ມາດຕະການຕອບໂຕ້ຂອງຈີນແມ່ນກ່ຽວຂ້ອງກັບການລາຍງານຂ່າວການແຜ່ລະບາດເຊື້ອໂຄວິດ-19 ໂດຍອ້າງວ່າ ຄັນບໍ່ມີນັກຂ່າວອາເມຣິກາເຫຼົ່ານີ້, ພາຍນອກຈະບໍ່ສາມາດຮັບຮູ້ສະພາບພະຍາດຢູ່ຈີນໄດ້. ແຕ່ການລາຍງານຂ່າວທີ່ກ່ຽວຂ້ອງຂອງນັກຂ່າວອາເມຣິກາແມ່ນໄດ້ສະແດງໃຫ້ເຫັນສະພາບການຢູ່ຈີນຢ່າງຮອບດ້ານ, ຖືກຕ້ອງ ແລະເປັນພາວະວິໄສແທ້ຫຼືບໍ, ເຂົາເຈົ້າເອງແມ່ນເຂົ້າໃຈຢ່າງຈະແຈ້ງທີ່ສຸດ.

ຝ່າຍຈີນກ່າວເນັ້ນວ່າ, ຈີນຍິນດີໃຫ້ນັກຂ່າວຕ່າງປະເທດປະຕິບັດໜ້າທີ່ລາຍງານຂ່າວຢູ່ຈີນຕາມກົດໝາຍກົດລະບຽບຕະຫຼອດມາ, ສິ່ງທີ່ຝ່າຍຈີນຄັດຄ້ານແມ່ນຄໍາເຫັນລໍາອຽງຕໍ່ຈີນໃນຮູບຖານຈິດສໍານຶກທີ່ຕ່າງກັນ, ຄັດຄ້ານການປັ້ນແຕ່ງຂ່າວປອມໂດຍອ້າງວ່າແມ່ນເປັນເສລີພາບດ້ານການລາຍງານຂ່າວ ແລະຄັດຄ້ານການກະທໍາທີ່ລະເມີດຈັນຍາບັນຂອງນັກສື່ຂ່າວ.

ຝ່າຍຈີນຂໍເຕືອນໜັງສືພິມວໍສຕຣິອີກເທື່ອໜຶ່ງວ່າ, ໜັງສືພິມວໍສຕຣິໄດ້ຍັງບໍ່ທັນສະແດງຄວາມຂໍອະໄພຕໍ່ປະຊາຊົນຈີນເທື່ອ ຍ້ອນລົງພິມບົດຄວາມ ທີ່ມີຫົວຂໍ້ດູຖູກຈີນ.

ຄຳ​ເຫັນ

0