蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວາ​ລະ​ສານ​ແພດ​ສາດ“ເຕີ ລານ​ເຊັດ”​ພິມ​ບົດ​ນຳ​ໂດຍ​ເນັ້ນ​ຄວາມ​ສຳ​ຄັນ​ຂອງ​ການ​ຖອດ​ຖອນ​ບົດ​ຮຽນ​ນຳ​ຈີນ​ແລະ​ການ​ຮ່ວມ​ມື​ສາ​ກົນ

2020-03-28 18:45:46 CRI

     ວັນ​ທີ 27 ມີ​ນານີ້, ວາ​ລະ​ສານ​ແພດ​ສາດ“ເຕີ ລານ​ເຊັດ”​ທີ່ມີອິດ​ທິ​ພົນ​ໃນ​ໂລກໄດ້ພິມ​ບົດ​ນຳອອນ​ລາຍ​ທີ່​ພາດ​ຫົວ​ເລື່ອງວ່າ“COVID-19: ຮຽນ​ຈາກ​ບົດ​ຮຽນແລະ​ປະ​ສົບ​ການ”, ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຕ້ອງ​ໃຊ້​ມາດ​ຕະ​ການ​ຢ່າງວ່ອງ​ໄວ​ແລະ​ມີ​ປະ​ສິດ​ທິ​ຜົນ​ໃນ​ເວ​ລາ​ຮັບ​ມື​ກັບ​ພະ​ຍາດ​ໂຄວິດ-19, ແລະ​ເນັ້ນ​ຄວາມ​ສຳ​ຄັນ​ຂອງ​ການ​ຖອດ​ຖອນ​ບົດ​ຮຽນ​ນຳ​ຈີນ​ແລະ​ການ​ຮ່ວມ​ມື​ສາ​ກົນ.

ບົດ​ຄວາມ​ຂຽນ​ວ່າ: ໃນ​ສອງ​ອາ​ທິດທີ່​ຜ່ານ​ມາ, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ໄປ​ສູ່​ທິດ​ຕາ​ເວັນ​ຕົກ​ຢ່າງ​ຮ້າຍ​ແຮງ. ມາດ​ຕະ​ການ​ປິດ​ຊ່ອງ​ທາງ​ເຂົ້າ​ອອກ​ເມືອງ​ທີ່​ປະ​ຕິ​ບັດ​ຢູ່​ເມືອງ​ອູ​ຮັ້ນ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຄິດວ່າ​ເຂັ້ມ​ງວດ​ເກີນ​ໄປ​ເມື່ອສອງ​ເດືອນ​ກ່ອນ, ແຕ່​ມາ​ຮອດ​ປະ​ຈຸ​ບັນ ມາດ​ຕະ​ການ​ນີ້​ໄດ້​ຖືກ​ນຳ​ໃຊ້​ຢ່າງກວ້າງ​ຂວາງ. ແຕ່​ຍັງ​ມີ​ຫຼາຍ​ປະ​ເທດບໍ່​ໄດ້​ເຄົາ​ລົບແລະ​ປະ​ຕິ​ບັດ​ຕາມ​ຂໍ້​ສະ​ເໜີ​ຂອງອົງ​ການ​ອະ​ນາ​ໄມ​ໂລກ​, ຊ້ຳ​ພັດ​ໄດ້​ໃຊ້​ມາດ​ຕະ​ການ​ທີ່ບໍ່​ມີ​ລະ​ບຽບ.

ບົດ​ນຳ​ດັ່ງ​ກ່າວ​ໄດ້​ຕຳ​ໜິ​ສະ​ເພາະ​ຕໍ່ອັງ​ກິດ ອາ​ເມ​ຣິ​ກາ ແລະ​ຊູ​ແອັດທີ່​ທຳ​ປະ​ຕິ​ກິ​ລິ​ຍາ​ຊ້າ​ໃນ​ໄລ​ຍະ​ເບື້ອງ​ຕົ້ນຂອງ​ການ​ລະ​ບາ​ດ​ພະ​ຍາດໂດຍ​ຂຽນ​ວ່າ: “ທ່າ​ທີ​ທີ່​ຜິດ​ພາດ​ແລະ​ປະ​ໝາດ​ພະ​ຍາດ​ໃນ​ເບື້ອງ​ຕົ້ນ​ຂອງການ​ນຳ​​ບາງ​ປະ​ເທດ ພາ​ໃຫ້​ປະ​ເທດ​ເຫຼົ່າ​ນີ້​ຈຳ​ເປັນຕ້ອງ​ຮັບ​ຄວາມ​ຈິງ​ທີ່​ມີ​ຄົນ​ເສຍ​ຊີ​ວິດ​ຈຳ​ນວນ​ຫຼວງ​ຫຼາຍໃນ​ໄລ​ຍະ​ຕໍ່​ມາ,”ແລະ​ວິ​ເຄາະ​ວ່າ,“ກ່ຽວ​ກັບ​ເລື່ອງນີ້, ພຽງ​ແຕ່​ໃຫ້​ຕີ​ລາ​ຄາ​ດ້ວຍ​ຄຳ​ວ່າ‘ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ປະ​ຫວັດ​ສາດ’​ເທົ່າ​ນັ້ນ.”

ພ້ອມ​ກັນ​ນັ້ນ, ບົດ​ຄວາມ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ໃນ​ການ​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້, ປະ​ເທດ​ທີ່​ມີ​ບົດ​ຮຽນ​ໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19 ໄດ້​ແບ່ງ​ປັນ​ຊັບ​ພະ​ຍາ​ກອນ ຂໍ້​ມູນ​ຂ່າວ​ສານ​ ແລະ​ຄວາມ​ຮູ້​ດ້ານ​ວິ​ຊາ​ການ​ກັບ​ປະ​ເທດ​ຕ່າງໆ, ຮ່ວມ​ກັນ​ຄົ້ນ​ຄວ້າ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຄວບ​ຄຸມ​ພະ​ຍາດ​ໃຫ້​ດີກວ່າ​ເກົ່າ ເຊິ່ງ​ໄດ້​ສ້າງ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ຄວາມ​ສາ​ມັກ​ຄີ​ທົ່ວ​ໂລກ. ບົດ​ຄວາມ​ຍັງ​ເນັ້ນ​ວ່າ: ຄວນ​ໄປ​ຊອກ​ຮູ້​ກ່ຽວ​ກັບ​ຈີນ​ແມ່ນ​ເຮັດ​ແນ​ວ​ໃດ​ຈຶ່ງ​ຍົກ​ເລີກ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ທີ່​ເຂັ້ມ​ງວດ​ຢ່າງ​ເປັນ​ກ້າວໆ​ດ້ວຍ​ຄວາມ​ປອດ​ໄພ, ຄວາມ​ຮູ້​ດ້ານນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ.

ຄຳ​ເຫັນ

0