徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່ອາ​ເມ​ລິ​ກາທີ່​​ໄດ້​ຜ່ານ​ຮັບ​ຮອງ​ໃຫ້ “​ມະ​ຕິໄຕ້​ເປ​ປີ 2019” ກາຍເປັນ​ກົດ​ໝາຍ

2020-03-28 15:26:03 ​cri

ຕາມ​ຂ່າວCRI: ວັນ​ທີ 27 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ການ​ຕ່າງ​ປະ​ເທດຂອງສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ຜ່ານ​ຮັບ​ຮອງ​ນາມ​  “ມະ​ຕິໄຕ້​ເປ​ປີ 2019” ກາຍເປັນ​ກົດ​ໝາຍ. ຖະ​ແຫຼງ​ການ​ຂຽນ​ວ່າ, ໃນ​ວັນ​ທີ 26 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອາ​ເມ​ລິ​ກາ​ບໍ່​ເອົາຫົວ​ຊາ​ນຳ​ການ​ຕໍ່ວ່າ​ທັກ​ທວ້ງ​ຢ່າງ​ເຄັ່​ງ​ຂຶມ​ຫຼາຍ​ເທື່ອ​ຂອງ​ຈີນ, ໄດ້​ຮັບ​ຮອງ “​ມະ​ຕິໄຕ້​ເປ​ປີ 2019”ເປັນ​ກົດ​ໝາຍ. ​ການ​ກະ​ທຳ​ນີ້​ໄດ້​ຝ່າ​ຝືນ​​ຕໍ່​ຫຼັກ​ການ​​ຈີນ​ດຽວ​ແລະ​ຂໍ້​ກຳ​ນົດ​ຂອງ​ຖະ​ແຫຼງ​ການ​ຮ່ວ​ມື 3 ສະ​ບັບ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ, ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ແລະຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ, ເປັນ​ການແຊກ​ແຊງ​​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ. ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ​ແລະ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້.

 

ທ່ານ​ເກີງ​ສວງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ໃນ​ວັນ​ທີ 27 ມີ​ນາ​ນີ້​ວ່າ, ໃນ​ທົ່ວ​ໂລກ​ລວມ​ມີ 180 ປະ​ເທດ​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ, ອາ​ເມ​ລິ​ກາ​ກໍ​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ກັບ​ຈີນ​ບົນ​ພື້ນ​ຖານ​ຫຼັກ​ການ​ຈີນ​ດຽວ​ເມື່ອ 41 ປີກ່ອນ, ແຕ່​ມະ​ຕິ​ດັ່ງ​ກ່າວ​ສະ​ກັດ​ກັ້ນ​ບໍ່​ໃຫ້ປະ​ເທດຕ່າງໆ​ທີ່​ມີ​ອະ​ທິ​ປະ​ໄຕ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ປົກ​ກະ​ຕິ​ກັບ​ຈີນ, ອັນ​ໄດ້​ສະ​ແດງ​ໃຫ້​ເນ​ລັດ​ທິ​ເຈົ້າ​ອຳ​ນາດ​ທີ່​ບັງ​ອາດ. ຈີນ​ເຕືອນ​ໃຫ້​ອາ​ເມ​ລິ​ກາຈົ່ງດັດ​ແກ້​ຄວາມ​ຜິດ​ພາດ​, ບໍ່​ໃຫ້ປະ​ຕິ​ບັດ “ມະ​ຕິ​ໄຕ້​ເປ 2019”, ບໍ່ໃຫ້​ຂັດ​ຂວາງ​ປະ​ເທດ​ຕ່າງໆໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ຈີນ, ​ຖ້າ​ບໍ່​ດັ່ງ​ນັ້ນຈະ​ໄດ້​ຖືກ​ຈີນ​ຕອບ​ໂຕ້​ຄືນ​ຢ່າງ​ເດັດ​ຂາດ.

ຄຳ​ເຫັນ

0