莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄຂ​ກອງ​ປະ​ຊຸມ

2020-03-28 13:48:47 CRI

ວັນ​ທີ 27 ມີ​ນານີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄຂ​ກອງ​ປະ​ຊຸມ ເພື່ອ​ຄົ້ນ​ຄວ້າ​ຈັດ​ວາງວຽກ​ງານ​ວາງ​ແຜນ​ຊຸກ​ຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ ແລະການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ ເປັນ​ເອ​ກະ​ພາບ​ກັນ​ຕື່ມ​ອີກ. ທ່ານ​ສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ກາ​ນ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​​ຈີນ​ໄດ້ເປັນ​ປະ​ທານກອງ​ປ​ະ​ຊຸມ.

ກອງ​ປະ​ຊຸມ​ເຫັນ​ວ່າ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ສຳ​ຄັນ​​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ລະ​ບຽບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ໄດ້​ຟື້ນ​ຟູ​ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ຕ້ອງ​ສຸມ​ໃສ່​ວຽກ​ງານ​ປ້ອງ​ກັນບໍ່​ໃຫ້​ພະ​ຍາດ​​ມາ​ຈາກ​ຕ່າງ​ປະ​ເທດ ແລະ​ປ້ອງ​ກັນ​ບໍ່​ໃຫ້ພະ​ຍາດ​ຟື້ນ​​ຕົວ​ຄືນ​ຢູ່​ພາຍ​ໃນປະ​ເທດ, ຮັກ​ສາ​ສະ​ຖາ​ນະ​ການ​ປ້ອງ​ກັນ​ແລະ​ຄວບ​ຄົມ​ພະ​ຍາດ​​ ໄປ​ສູ່ທ່ວງ​ທ່າ​​ທີ່​ດີ. ຕ້ອງ​ກຳແໜ້ນ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໃນ​ເຂດ​ຈຸດ​ໜັກ​ຢ່າງ​​ບໍ່​ລົດ​ລະ. ຕ້ອງ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ແລະ​ຄວາມ​ຮັກ​ແພງ​ຕໍ່​ພົນ​ລະ​ເມືອງ​ຈີນ​ທີ່​​ອາ​ໄສຢູ່​ຕ່າງ​ປະ​ເທດ, ສະ​ຖານ​ທູດ​ແລະ​ສະ​ຖານ​ກົງ​ສຸນ​ປະ​ຈຳ​ຕ່າງ​ປະ​ເທດ​ຕ້ອງ​ເຮັດ​ວຽກ​ປ້ອງ​ກັນ​ດ້ານ​ກົງ​ສຸນ​ໃຫ້​ດີ, ຊີ້​ນຳ​ນຳ​ພາ​ວຽກ​ງາ​ນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລະ​ຮັບ​ປະ​ກັນ​ວັດ​ຖຸ​ອຸ​ປະ​ກອນ, ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ​ສຸ​ຂະ​ພາບ​ຂອງ​ພົນ​ລະ​ເມືອງ​ຈີນ​ທີ່​ອາ​ໄສຢູ່ຕ່າງ​ປະ​ເທດ. ຕ້ອງ​ເພີ່ມ​ທະ​ວີ​ການກວດ​ກາ​ພະ​ຍາດ​ຢູ່​ກັບ​ດ່ານ, ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄົມ​ພະ​ຍາດ, ລົງ​ເລິກ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ, ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແ​ກ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.

ຄຳ​ເຫັນ

0