秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານຈີນວາງນະໂຍບາຍການເງິນ ແລະການທະນາຄານ ເພື່ອເຮັດໃຫ້ເສດຖະກິດ ແລະການປະກອບອາຊີບມີຄວາມໝັ້ນທ່ຽງ

2020-03-28 13:59:20 cri

ວັນທີ 27 ມີນານີ້, ທ່ານເກິງສວງ, ໂຄສົກກະຊວງການຕ່າງປະເທດຈີນກ່າວຢູ່ນະຄອນຫຼວງປັກກິ່ງວ່າ, ພາຍຫຼັງເກີດການແຜ່ລະບາດເຊື້ອໂຄວິດ-19ເປັນຕົ້ນມາ,​ ລັດຖະບານຈີນໄດ້ອອກແຮງຕໍ່ຕ້ານຢ່າງສຸດຂີດ ໂດຍໄດ້ວາງນະໂຍບາຍການເງິນ ແລະການທະນາຄານຢ່າງເປັນລະບົບ ເພື່ອເຮັດໃຫ້ເສດຖະກິດ ແລະການປະກອບອາຊີບມີຄວາມໝັ້ນທ່ຽງ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ.

ເມື່ອຕອບຄໍາຖາມທີ່ກ່ຽວຂ້ອງ, ທ່ານເກິງສວງກ່າວວ່າ,​ ໃນຂົງເຂດການເງິນ,​ ພາກສ່ວນການເງິນຂັ້ນຕ່າງໆຂອງຈີນໄດ້ເບີກງົບປະມານປ້ອງກັນ ແລະຄວບຄຸມເຊື້ອໂຄວິດ-19 ຫຼາຍກວ່າ 121​ ຕື້ຢວນ,​ ພ້ອມທັງຈະຫຼຸດອາກອນ ແລະຄ່າທໍານຽມໃຫ້ລົງອີກ 1000 ຕື້ຢວນ ເຊິ່ງລວມທັງໝົດ 159,3 ຕື້ໂດລາສະຫະລັດ. ໃນຂົງເຂດການທະນາຄານ, ຈີນໄດ້ລົງທຶນ 1300 ຕື້ໂດລາສະຫະລັດເປັນເງິນສໍາຮອງ, ເງິນອຸດໜູນການກູ້ຢືມ ແລະອື່ນໆ ເຊິ່ງເທົ່າກັບ184,8 ຕື້ໂດລາສະຫະລັດ. ເຊິ່ງມູນຄ່າໃນນະໂຍບາຍການເງິນແລະເງິນຕາດັ່ງກ່າວ ລວມເຂົ້າກັນແລ້ວມີປະມານ 344,1 ຕື້ໂດລາສະຫະລັດ, ມາດຕະການເຫຼົ່ານີ້ກໍາລັງໄດ້ຮັບໝາກຜົນອັນຕັ້ງໜ້າ.

ທ່ານເກິງສວງກ່າວວ່າ​, 5000 ຕື້ໂດລາສະຫະລັດທີ່ລະບຸໃນຖະແຫຼງການຮ່ວມທີ່ຜ່ານໃນກອງປະຊຸມສຸດຍອດສະໄໝວິສາມັນ G20 ທີ່ຈັດຂຶ້ນໃນວັນທີ 26 ມີນານີ້, ເປັນມູນຄ່າກວມລວມໃນມາດຕະການຂອງປະເທດຕ່າງໆທີ່ໄດ້ປະຕິບັດແລ້ວ ຫຼືກໍາລັງທີ່ຈະປະຕິບັດ. ມາດຕະການທີ່ກ່ຽວຂ້ອງຂອງຈີນກໍເປັນສ່ວນປະກອບທີ່ສໍາຄັນຂອງໂລກໃນການຮັບມືກັບການແຜ່ລະບາດຂອງເຊື້ອໂຄວິດ-19 ແລະເຮັດໃຫ້ເສດຖະກິດມີຄວາມໝັ້ນທ່ຽງ.

ຄຳ​ເຫັນ

0