徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ໃຫ້​ບາງ​ປະ​ເທດ​ຍົກ​ເລີກ​ມາດ​ຕະ​ການ​ການ​ລົງ​ໂທດ​ຝ່າຍ​ດຽວ​ຕໍ່​ປະ​ເທດ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ

2020-03-28 15:15:41 cri

ຕາມ​ຂ່າວCRI:ວັນ​ທີ 27 ມີ​ນາ​ນີ້, ທ່ານ​ເກີງ​ສວງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ຢູ່ນະ​ຄອນ​ຫຼວງ​ປັກ​ກິ່ງວ່າ, ຈີນ​ຮຽກ​ຮ້ອງ​ໃຫ້​ບາງ​ປະ​ເທດ​ຈົ່ງ​ເຄົາ​ລົບ​​ຕໍ່​ສິດ​ແລະ​ຜົນ​ປະ​ໂຫຍດ​ຢ່າງ​ຊອບ​ຕາມ​ກົດ​ໝາຍ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທັງ​ໝົດ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ, ຍົກ​ເລີກ​ມາດ​ຕະ​ການ​ການ​ລົ​ງ​ໂທດ​ຝ່າຍ​ດຽວ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ.

 

ຕາມ​ການ​ລາຍ​ງານ​ວ່າ, ທ່ານອານ​ໂຕ​ນີ​ໂອ ກູ​ເດ​ເຣ​ສ, ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດວິສາ​ມັນ G20 ໃນ​ວັນ​ທີ 26 ມີ​ນາ​ນີ້​ວ່າ, ທົ່ວ​ໂລກ​ຕ້ອງສູ້​ກັບ​ເຊື້ອ​ພະ​ຍາດ, ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ການ​ລົງ​ໂທດ​ທີ່​ອາດ​ຈະ​ທຳ​ລາຍ​ການ​ການ​ສະ​ກັດ​ກັ້ນ​ການແຜ່​ລະ​ບາດ​ຂອງ​ໂຄວິດ-19 ຂອງ​ປະ​ເທດ​ຕ່າງໆ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ເກີງ​ສວງ​ກ່າວ​ວ່າ: “ບາງ​ປະ​ເທດ​ໄດ້​ປະ​ຕິ​ບັດ​ການ​ລົງ​ໂທດ​ຝ່າຍ​ດຽວ​ຢູ່ນອກ​ຂອບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໄດ້​ລະ​ເມີດຫຼັກ​ການ​ພື້ນ​ຖານ​ຂອງ “ກົດ​​ບັດສະ​ຫະ​ປະ​ຊາ​ຊາດ” ແລະ​ກົດ​ໝາຍ​ສາ​ກົນ. ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ຕໍ່​ເລື່ອງ​ນີ້​ໂດຍ​ຕະ​ຫຼອດ. ປັດ​ຈຸ​ບັນ​ນີ້, ພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ, ປະ​ຊາ​ຄົມ​ໂລກ​ຕັ້ງ​ໜ້າ​​ຮ່ວມ​ມື​ກັນ​ຕໍ່​ຕ້ານ​ພະ​ຍາດ​ແມ່ນ​ວຽກ​ຮີບ​ດ່ວນ​ທີ່​ສຸດ, ຖ້າ​ວ່າ​ສືບ​ຕໍ່​ລົງ​ໂທດແຕ່​ຝ່າຍ​ດຽວ​ຕໍ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ເປັນ​ການຝ່າ​ຝືນ​​ນ້ຳ​ໃຈ​ມະ​ນຸດສະ​ທຳ,  ບໍ່​ພຽງ​ແຕ່​ມີ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ການຕໍ່​ຕ້ານ​ພະ​ຍາດ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ແລະ​ປະ​ຊາ​ຄົມ​ໂລກ, ຍັງ​ຈະ​ມີ​ຜົນ​ກະ​ທົບຢ່າງ​ໜັ​ກ​ໜ່ວງ​ຕໍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ສາ​ກົນ​ອື່ນໆດຳ​ເນີນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ.

 

 

ຄຳ​ເຫັນ

0