何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພູຜາ​ ແລະ ແມ່​ນໍ້າ​ຕິດ​ຈອດ​ກັນ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ

2020-03-29 18:49:58 CRI

ພູຜາ​ ແລະ ແມ່​ນໍ້າ​ຕິດ​ຈອດ​ກັນ ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ

--​ເນື່ອງ​ໃນ​ໂອກາດ​ໜ່ວຍ​ຊ່ຽວ​ຊານ​ແພດ​ໝໍ​ຈີນ​ເດີນທາງ​ໄປ​ຮອດ​ນະຄອນຫຼວງວຽງ​ຈັນ

​(ໂດ​ຍ ທ່ານ​ຈ່ຽງ​ຈ້າຍ​ຕົ່ງ

​ເອກ​ອັກຄະ​ລັດຖະທູ​ດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສປ ຈີນ​ປະຈຳ​ ສປປ ລາວ)

圖片默認標題_fororder_W020181024608758968308

 

ໂດ​ຍປະຕິບັດ​ຕາມ​ເນື້ອໃນຈິດ​ໃຈ​ທິດຊີ້​ນຳ​ທີ່​ສຳຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ​ເລຂາທິ ການໃຫຍ່ຄະນະກຳມະການ​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ,ປະທານ​ປະ​ເທດ​ຈີນ, ວັນ​ທີ 29 ມີນາ​ນີ້, ໜ່ວຍຊ່ຽວຊານ​ແພດ​ໝໍ​ຕ້ານ​ພະຍາດອ​ອັກ​ເສບ​ປອດ​ເຊື້ອ​ໂຄວິດ-19 ຂອງ​ຈີນ​ປະກອບດ້ວຍ 11 ທ່ານ​ໄດ້​ນຳ​ເອົາ​ເຄື່ອງມືອຸປະກອນ​ປິ່ນປົວ​ທີ່​ມີ​ມູນ​ຄ່າ 4,17 ລ້ານຢວນ​ເດີນທາງ​ໄປ​ຮອດ​ນະຄອນຫຼວງ​ວຽງ​ຈັນຈາກ​ແຂວງ​ຢຸນ​ນານ​ຂອງ​ຈີນ. ​​ເຊິ່ງ​ຫ່າງຈາກ​​ເວ​ລາທີ່ລັດຖະບານ​ລາວ​ປະກາດ​ຜູ້ຖືກ​ບົ່ງມະຕິ​ເປັນ​ພະຍາດ ໂຄວິດ-19ກໍລະນີ​ທຳ​ອິດ ​ແລະ ໄດ້ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນ​ບໍ່​ເຖິງ 5 ວັນ,  ຈີນໄດ້ສ້າງສະຖິຕິໃໝ່ໃນດ້ານ “ຄວາມ​ໄວ​​ແບບ​ຈີນ” ​, ​ເຊິ່ງ​ເປັນການຈັດ​ຕັ້ງ​ປະຕິ ບັດ​ຕາມຄຳຮຽກຮ້ອງ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ວ່າ: “​ເຮັດ​ວຽກ​ແຂ່ງ​ກັບ​ເວລາເພື່ອຕ້ານ​ກັບ​ພະຍາດ”ຢ່າງ​ແທ້​ຈິງ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຈິດ​ໃຈ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ທີ່ “​ເອົາ​ໃຈ​ໃສ່​ຍາດ​ຕິພີ່ນ້ອງ​ ແລະ ປົກປ້ອງເພື່ອນບ້ານໃກ້ເຮືອນ ຄຽງຢ່າງທັນການ”ນັ້ນຢ່າງເຕັມສ່ວນ.

圖片默認標題_fororder_微信圖片_20200329183351

​ຄວາມ​ຮັກ​ແພງ​ແທ້​ຈິງ​ຈະ​ສະ​ແດງ​ໃຫ້​ເຫັນ​ໃນ​ທ່າມ​ກາງ​ຄວາມ​ຫຍຸ້ງ​ຍາກ. ພວກ​ເຮົາ​ຈະ​ບໍ່​ຫລົງລືມ​ວ່າ: ໃນເວລາທີ່ຈີນ​ເກີດ​ການ​ແຜ່​ລະບາດ​ຂອງ​ພະຍາດ ໂຄວິດ-19​, ທ່ານ​ເລຂາທິການ​ໃຫຍ່ ​ບຸນ​ຍັງ​ ວໍ​ລະ​ຈິດ​ໄດ້​ສົ່ງ​ສານສະ​ແດງ​ຄວາມ​ເຫັນ​ໃຈ​ ມາເຖິງ​ທ່ານ​​ເລຂາ​ທິກາ​ນ​ໃຫຍ່​ສີ​ຈິ້ນ​ຜິ​ງ​ໃນ​ທັນທີ, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ​ ກໍ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເຫັນ​​ໃຈ​ມາເຖິງ​ທ່ານ​ນາຍົກລັດຖະ ມົນຕີ ຫຼີ​ເຄີ້ສຽງ, ​ໂດຍ​ໄດ້ຕີ​ລາຄາ​ສູງ​ຕໍ່​ຈີນ​ທີ່​ສາມາດປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດໂຄວິດ-19​ ໄດ້ຢ່າງ​ຮອບ​ດ້ານ ​ແລະ ທັນ​ການ, ​ໄດ້​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ປະຊາຊົນ​ຈີນ, ທັງໄດ້​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ປະຊາຊົນ​ທົ່ວ​ໂລກ​ອີກ​ດ້ວຍ; ໃນສານດັ່ງກ່າວຍັງ​ຢືນ​ຢັນ​ວ່າ: ປະຊາຊົນ​ລາວ​ຍິນ​ດີ​ຮ່ວມ​ກັບ​ປະຊາຊົນ​ຈີນ​ອ້າຍ​ນ້ອງ, ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ​ແລະຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​; ​ເຊື່ອ​ໝັ້ນ​ວ່າ: ​ພາຍ​ໃຕ້​ການ​ນຳພາ​ທີ່​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ ລັດຖະບານ​ຈີນ, ປະຊາຊົນ​ຈີນ​ຈະ​ສາມາດເອົາ​ຊະນະ​ພະຍາດ​ຄັ້ງ​ນີ້​ໄດ້ຢ່າງ​ແນ່ນອນ, ​ແລະ ສາມາດສູ້ຊົນ​ເພື່ອບັນລຸ​ເປົ້າ​ໝາຍ​ໃນ​ເຫດການສຳຄັນຮ້ອຍ​ປີອັນທີ​ໜຶ່ງ​ຕາມ​ເວລາ​ກຳນົດ.

 

圖片默認標題_fororder_微信圖片_20200329193955

​ຄວາມ​ຮັກ​ແພງ​ແທ້​ຈິງ​ຈະ​ສະ​ແດງ​ໃຫ້​ເຫັນ​ໃນ​ທ່າມ​ກາງ​ຟ້າ​ຝົນ​ລົມ​ແດງ. ພວກ​ເຮົາ​ຈະ​ບໍ່ຫຼົງ​ລືມ​ວ່າ: ​ໃນ​ເວລາ​ທີ່​ຈີນ​ຕ້ານ​ກັບ​ການແຜ່ລະບາດຂອງພະຍາດ​ຢ່າງ​ລຳບາກ​ທີ່​ສຸດ, ​ເຖິງ​ວ່າ​ປະ​ເທດ​ລາວ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ທີ່​ມີ​ປະຊາກອນ​ບໍ່​ເຖິງ 7 ລ້ານ​ຄົນ ​ແລະ ມີຍອດ​ມູນ​ຄ່າ​ເສດຖະກິດ​ບໍ່​ເຖິງ 20 ຕື້​ໂດ​ລາ​ສະຫະລັດ​ກໍ​ຕາມ, ​ແຕ່​ລາວກໍໄດ້ຊ່ວຍເຫລືອເງິນສົດ 7 ​ແສນ​ໂດ​ລາ​ສະຫະລັດ ​ແລະ ວັດຖຸອຸປະກອນ​ປ້ອງ​ກັນ​ພະຍາດ​ຫຼາຍ​ງວດ, ​ເຊິ່ງ​ເປັນ​ການ​ສະແດງອອກເຖິງ ຄວາມ​ຈິງ​ໃຈ​ຢ່າງ​ສຸດ​ຄວາມ​ສາມາດ. ​ໃນ​ກິດຈະກຳການ​ກຸສົນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ ຫຼວງ​ວຽງ​ຈັນ, ຜູ້​ຕາງໜ້າວົງ​ການ​ຕ່າງໆຂອງ​ສັງຄົມລາວ ​ແລະຊາວ​ຈີນ​ຕ່າງ​ດ້າວຢູ່​ລາວ​ໄດ້​ພ້ອມພຽງຮຽງໜ້າກັນຮ້ອງປະສານສຽງ​ດັງໆວ່າ: “ຈີນ​ສູ້ໆ! ອູ​ຮັ້ນ​ສູ້ໆ!” ນັກ​ຮ້ອງ​ ແລະ ດາລາຊາວ​ໜຸ່ມ​ລາວ​ໄດ້​ຮ້ອງ​ເພງ “ຄວາມຮັກເອົາຊະນະ ທຸກ​ຢ່າງ”, ​ເຊິ່ງ​ເພງ​ນີ້​ໄດ້​ຄອງ​ອັນ​ດັບ​ໜຶ່ງ​ໃນບັນຊີລາຍຊື່​ເພງຕ້ານ​ພະຍາດ​ທີ່​ມີ​ຜູ້​ຟັງ​ຫຼາຍ​ທີ່​ສຸດ. ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນ​ພາກັນ​ມີ​ຄວາມ​ເຫັນ​ວ່າ: “ຫຼັງ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ສິ້ນ​ສຸດ​ລົງ​ແລ້ວ​ຈະ​ພາກັນເດີນທາງໄປ​ເບິ່ງ​ປະ​ເທດ​ລາວ​ທີ່​ສວຍ​ງາມ ​ແລະ ສຳພັດກັບຈິດໃຈທີ່ມີຄວາມ​​ເມດ​ຕາ​ກະລຸນາແບບນີ້​ຢ່າງ​ແນ່ນອນ.”

圖片默認標題_fororder_微信圖片_20200329193948

ຄວາມ​ຮັກ​ແພງ​ແທ້​ຈິງ​ຈະ​ທົນ​ຕໍ່​ການ​ທົດ​ສອບ​ຂອງ​ການ​ເວ​ລາ. ພວກຂ້າພະ ເຈົ້າຈະບໍ່ຫລົງລືມວ່າ: ພຽງແຕ່ເວລາ 10 ກວ່າມື້, ລາວກໍຕອບສະໜອງຂໍ້ລິ ເລີ່ມ ຂອງຈີນຢ່າງຕັ້ງໜ້າ ເຊິ່ງໄດ້ພະຍາຍາມສຸດຂີດ ເພື່ອກະກຽມ ແລະໄດ້ຈັດ ກອງປະຊຸມລັດຖະມົນຕີກະຊວງການຕ່າງະເທດສະໄໝພິເສດ ກ່ຽວກັບບັນຫາ  ພະຍາດ ໂຄວິດ-19​  ຈີນ-ອາຊຽນ ແລະກອງປະຊຸມລັດຖະມົນຕີກະຊວງການ ຕ່າງປະເທດກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງສຳເລັດຜົນ ເຊິ່ງເປັນການສົ່ງສັນຍານທີ່ເຂັ້ມແຂງທີ່ສຸດທີ່ໃຫ້ປະເທດຕ່າງໆໃນພາກພື້ນຈົ່ງ ຮ່ວມມືກັນຕ້ານພະຍາດ, ທັງໄດ້ສະແດງໃຫ້ເຫັນເຖິງຄວາມຕື່ນຕົວ ແລະຄວາມ ຮັບຜິດຊອບຂອງລາວທີ່ພະຍາຍາມຊຸກຍູ້ການຮ່ວມມືໃນພາກພື້ນ. ຄວາມຮັບຜິດ ຊອບແບບນີ້ແມ່ນໄດ້ປະຕິບັດຕາມທັດສະນະປະຊາຄົມຮ່ວມຊາຕາກຳປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ສ້າງແບບຢ່າງໃຫ້ປະເທດຕ່າງໆ ໃນພາກພື້ນໃນ​ການລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງຄວາມຜາສຸກ ໃຫ້ກັບປະຊາຊົນ.

圖片默認標題_fororder_微信圖片_20200329183400

ຄວາມ​ສາ​ມັກ​ຄີ​ສາ​ມາດ​ຂຸດ​ພູ​ຖົມ​ທະ​ເລ​ໄດ້. ອັນທີ່ເຮັດໃຫ້ພວກຂ້າພະເຈົ້າຕື່ນ ເຕັ້ນດີໃຈທີ່ສຸດກໍຄື: ພາຍໃຕ້ການນຳພາ ທີ່ເຂັ້ມແຂງຂອງສູນກາງພັກກອມມູນິດ ຈີນທີ່ມີທ່ານເລຂາທິການໃຫຍ່ສີຈິ້ນຜິງເປັນແກນນຳ, ໂດຍຜ່ານຄວາມພະຍາ ຍາມທີ່ລຳບາກຂອງປະຊາຊົນທົ່ວປະເທດຈີນ, ການປ້ອງກັນແລະຄວບຄຸມພະ ຍາດຂອງຈີນໄດ້ຮັບປະສິດທິຜົນສຳຄັນເປັນຂັ້ນ​ຕອນແລ້ວ, ເສດຖະກິດສັງຄົມ ໄດ້ຮັບການຟື້ນຟູຄືນໃໝ່ຢ່າງເປັນລະບຽບຮຽບຮ້ອຍໂດຍໄວ. ແຕ່ອັນທີ່ເຮັດໃຫ້ ພວກຂ້າພະເຈົ້າເສົ້າໃຈກໍຄື:ເຊື້ອພະຍາດຢູ່ຕ່າງປະເທດໄດ້ແຜ່ລະບາດຢ່າງວ່ອງ ໄວ, ຜູ້ຖືກບົ່ງມະຕິໃນຫຼາຍປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຜູ້ຖືກບົ່ງມະຕິຢູ່ປະ ເທດລາວກໍເພີ່ມຂຶ້ນເຊັ່ນກັນ,ຄວາມກົດດັນໃນການປ້ອງກັນແລະຄວບຄຸມພະຍາດສືບຕໍ່ເພີ່ມຂຶ້ນ. ປະຊາຊົນຈີນເອົາໃຈໃສ່ຕໍ່ໝູ່ເພື່ອນທີ່ດີທີ່ຮ່ວມທຸກຮ່ວມສຸກດ້ວຍກັນ, ຮູ້ບຸນຄຸນແລະຕອບແທນບຸນຄຸນ,ໃນຖານະເປັນ​ຄູ່ຮ່ວມຊາຕາກຳ, ເມື່ອປະເທດ ລາວໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ,ພວກຂ້າພະເຈົ້າກໍຮູ້ສຶກເສົ້າໃຈເຊັ່ນ ກັນ, ພວກຂ້າພະເຈົ້າຈະຮ່ວມແຮງຮ່ວມໃຈກັນກັບປະຊາຊົນລາວ, ພ້ອມ​ກັນ ຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້.

圖片默認標題_fororder_微信圖片_20200329183409

ພວກຂ້າພະເຈົ້າຈະສະແດງໃຫ້ເຫັນເຖິງຈິດໃຈ​ຄູ່ຮ່ວມຊາຕາກຳຈີນລາວໃນ ການຮ່ວມແຮງຮ່ວມໃຈກັນຕ້ານພະຍາດ.ກ່ອນທີ່ໜ່ວຍຊ່ຽງ​ຊານ​ການແພດຈີນ ເດີນທາງມາຮອດປະເທດລາວ, ລັດຖະບານຈີນໄດ້ໃຫ້​ການຊ່ວຍເຫຼືອລາວ ເຊັ່ນ: ຊຸດປ້ອງກັນພະຍາດ 5000 ຊຸດ, ຜ້າປິດປາກ N95 ຈຳນວນ 5000 ອັນ, ຜ້າປິດປາກການແພດທຳມະດາ 4 ແສນອັນ ແລະ ນ້ຳຢາກວດຫາເຊື້ອພະຍາດ ຈຳນວນໜຶ່ງ, ຢາກວດ​ນິວ​ຄະ​ເລ​ອິກ​ເຊື້ອ​ໄວຣັດ 20,000 ອັນຈາກມູນນິທິແຈກ​ມາໄດ້ສົ່ງໄປຮອດປະເທດລາວແລ້ວ, ອົງການປົກຄອງແຂວງຢຸນນານ, ແຂວງຫູ ນານ ແລະແຫ່ງຕ່າງໆ ພ້ອມດ້ວຍສະມາຄົມພັດທະນາເສດຖະກິດອາຊີຂອງຈີນ, ສະມາຄົມນັກທຸລະກິດຈີນແລະຕ່າງປະເທດ ແລະອົງການຈັດຕັ້ງທາງສັງຄົມ ຕ່າງໆກໍໄດ້ບໍລິຈາກເງິນແລະອຸປະກອນໃຫ້ປະເທດລາວ. ມື້ນີ້ ໜ່ວຍຊ່ຽວ​ຊານ​ການແພດຂອງຈີນບໍ່ພຽງແຕ່ໄດ້ສົ່ງອຸປະກອນປິ່ນ​ປົວມາໃຫ້ລາວເທົ່ານັ້ນ, ຍັງໄດ້ ນຳເອົາກຳລັງແລະປະສົບການຕ້ານພະຍາດຂອງຈີນມານຳອີກ. ຕໍ່ໄປພາຍໜ້າ, ພວກຂ້າພະເຈົ້າຈະສືບຕໍ່ເຮັດວຽກປ້ອງກັນ ແລະ ຄວບຄຸມພະຍາດພາຍ ໃນປະເທດຈີນໃຫ້ດີ ແລະຈະໃຫ້ການຊ່ວຍເຫຼືອໃນ ການປ້ອງກັນແລະຄວບຄຸມ ພະຍາດຢູ່ປະເທດລາວຕາມຄວາມສາມາດຂອງຕົນຕື່ມອີກ.ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ໂດຍຜ່ານການຮ່ວມກັນຕ້ານກັບພະຍາດຄັ້ງນີ້, ​ຄູ່ຮ່ວມຊາຕາກຳຈີນ-ລາວ ຈະແໜ້ນແຟ້ນ ແລະ ໝັ້ນໜຽວກວ່າເກົ່າ.

 

ພວກ​ເຮົາ​ຈະ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​​ຂອງລະ​ບອບ​ສັງ​ຄົມ​ນິ​ຍົມ​ໃນ​ການ​ແລກ​ປ່ຽນ​ເພື່ອ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ໃນ​ບັ້ນ​ຮົບ​ທົ່ວ​ປວງ​ຊົນ​ໃນການ ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິງໄດ້ວາງ​ແຜນ​ການແລະ​ບັນ​ຊາ​ການ​ດ້ວຍ​ຕົນ​ເອງ​ຢ່າງ​ທຸ່ນ​ທ່ຽງ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໂຮມ​ສູນ​ເປັນ​ເອ​ກະ​ພາບ​ກັນ​ຊີ້​ນຳ​ນຳ​ພາ​ການ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃນ​ທົ່ວ​ປະ​ເທດ, ການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ປ້ອມ​ສູ້​ຮົບ​ຢ່າງ​ເຕັມ​ສ່ວນ, ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນເຕົ້າ​ໂຮມ​ຄວາມສາ​ມັກ​ຄີ​ເປັນ​ກຳ​ລັງ​ແຮງ​ສັງ​ລວມ​ຢ່າງ​ໃຫຍ່ຫຼວງ, ພຶດ​ຕິ​ກຳ​ທີ່​ມີ​ຊີ​ວິ​ຊີ​ວາ​ເຫຼົ່າ​ນີ້​ໄດ້​ເປັນ​ທີ່​ຍອມຮັບແລະ​ ໄດ້ ຮັບການຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຈາກ​ຝ່າຍ​ລາວ. ຈີນ​ແລະ​ລາວ​ລ້ວນ​ແຕ່​ຍຶດ​ໝັ້ນ​ໃນການ​ນຳ​ພາ​ຂອງ​ພັກ​ແລະ​ລະ​ບອບ​ສັງ​ຄົມ​ນິ​ຍົມ, ມີ​ອຸ​ດົມ​ການທີ່​ຄື​ກັນ, ລະ​ບອບ​ສັງ​ຄົມ​ແລະ​​ເສັ້ນ​ທາງ​ພັດ​ທະ​ນາ​ທີ່​ຄ້າຍ​ຄື​ກັນ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທີ່​ນຳ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ບຸນ​ຍັງ ​ວໍ​ລະ​ຈິດ, ປະ​ຊາ​ຊົນ​ລາວ​ໄດ້​ເປີດ​ບັ້ນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແລ້ວ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ: ສອງ​ພັກ​ຈີນ-​ລາວຈະ​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ກຳ​ອຳ​ນາດ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ຕົ້ນ​ຕໍ​​ໂດຍ​ຜ່ານ​ຈາກ​ການ​ເຂົ້າ​ຮ່ວມ ບັ້ນ​ຮົບ​​ຄັ້ງ​ນີ້​ ແລະ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ອັນໃຫຍ່ຫຼວງ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ຢ່າງ​ເຕັມ​ສ່​ວນ.

 

​ພວກ​ເຮົາ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ຢ່າງ​ໜັກ​ແໜ້ນ​ໃນ​ຂະ​ນະ​ທີ່​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ​ໂຄງການ​ທາງ​ລົດ​ໄຟ​ຈີນ-​ລາວ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ໄປ​ແລ້ວ​ປະ​ມານ 90% ທັງ​ໄດ້​ປູ​ເຫຼັກ​ລາງ​ລົດ​ໄຟ​ທີ່​ມີ​ຄວາມ​ຍາວ​ເຖິງ 500 ແມັດ​ເສັ້ນທຳ​ອິດ​ຢ່າງ​ສຳ​ເລັດ​ຜົນ​ໃນ​ສອງ​ມື້​ກ່ອນ​ໜ້າ​ນີ້ ແລະ​ໄດ້​ເຂົ້າ​ສູ່​ໄລ​ຍະ​ໃໝ່​ແຫ່ງ​ການ​ປູ​ລາງ​ຕະຫຼອດ​ສາຍ. ການ​ກໍ່​ສ້າງ​ທາງ​ດ່ວນ​ວຽງ​ຈັນ-ວັງ​ວຽງ​ໄດ້​ສຳ​ເລັດ​ແລ້ວ​ກາຍ​ເຄິ່ງ, ເຂດ​ພັດ​ທະ​ນາກວມລວມ​ໄຊ​ເສດ​ຖາ​ຄາດ​ວ່າ​ຈະ​ສາ​ມາດ​ບັນ​ລຸ​ການ​ກໍສ້າງ​ທີ່ມີມູນ​ຄ່າ​ການ​ຜະ​ລິດ 1,8 ຕື້​ໂດ​ລາ​ສະ​ຫະ​ລັດ​ໃນ​ທ້າຍ​ປີ 2020 ນີ້, ເຂດ​ການຮ່ວມ​ມື​ເສດ​ຖະ​ກິດ​ບໍ່​ຫານ-ບໍ່​​ເຕັນ​ຈີນ​-ລາວ​ໄດ້​ສ້າງ​ຕຳ​ແໜ່ງວຽກ​ເຮັດ​ງານ​ທຳ 5000 ຕຳ​ແໜ່ງ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຈາກ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ພວກ​ເຮົາ​ຍ່ອມ​ຈະ​ສາ​ມາດ​ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ໃຫ້ໄດ້​ແນ່ນອນ, ຟ້າຫຼັງ​ຝົນ​ຍ່ອມ​ຈະ​ປອດ​ໂປ່ງ​ສົດ​ໃສ​ກວ່າ​ເກົ່າ ​ເຊິ່ງ​ເປັນ​ສັນ​ຍານ​ບົ່ມ​ບອກວ່າ: ສອງ​ປະ​ເທດ​ຈີນ-​ລາວ​ຈະ​ມີ​ການ​ພັດ​ທະ​ນາ​​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ.

 

​ເມື່ອ​ກ່າວ​ເຖິງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ດັ່ງ​ກ່າວ​ໃຫ້​ເປັນ​ຮູບ​ປະ​ທຳ, ຂ້າ​ພະ​ເຈົ້າ​ຢາກ​ຊີ້​ໃຫ້​ເຫັນ​ເປັນ​ພິ​ເສດ​ວ່າ: ຢູນ​ນານ​ເປັນ​ແຂວງ​ພຽງ​ໜຶ່ງ​ດຽວ​ຂອງ​ຈີນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ລາວ ແລະ​ໄດ້​ກ້າວເດີນ​ໄປຢືນຢູ່ແຖວ​ໜ້າ​ໃນ​ການ​ກໍ່​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ແຂວງ​ຢູນ​ນານ-ລາວ​ໃນ​ປີ 2019 ໄດ້​ບັນ​ລຸ​ເຖິງ 1,2 ຕື້​ໂດ​ລາ​ສະ​ຫະ​ລັດ​, ເພີ່ມ​ຂຶ້ນ 18% ເມື່ອ​ທຽບ​ໃສ່​ປີ 2018. ໃນ​ໂຄງ​ການ​ຮ່ວມ​ມື​ສຳ​ຄັນ​ດັ່ງ​ກ່າວ, ຢູນ​ນານ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-​ລາວ, ເຫຼືອ​ນັ້ນ​ແມ່ນ​ແຂວງ​ຢູນ​ນານ​ເປັນ​ຜູ້​ປະ​ຕິ​ບັດ​ພຽງ​ຝ່າຍ​ດຽວ. ຢູນ​ນານ​ໄດ້​ປະ​ຕິ​ບັດ​ໂຄງ​ການ “ແສງ​ສະ​ຫວ່າງ” ຢູ່​ລາວ​ເປັນ​ເວ​ລາ 4 ປີ​ລຽ​ນ​ຕິດ​ ເຊິ່ງ​ສາ​ມາດ​ຊ່ວຍ​ຜ່າ​ຕັດ​ໃຫ້​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນຫຼາຍ​ຮ້ອຍ​ຄົນ​ສາ​ມາດ​ເບິ່ງ​ເຫັນ​ຄືນ​ໃໝ່. ແຂວງ​ຢູນ​ນານ​ເປັນ​ກຳ​ລັງຫຼັກ​ແຫຼ່ງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ໂດຍ​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ໃນ​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

 

​ທາດ​ແທ້​ຂອງວິ​ລະ​ຊົນອັນ​ແທ້​ຈິງ​ຈະ​ສະ​ແດງ​ໃຫ້​ເຫັນ​ໃນ​ເວ​ລາ​ພົບ​ພໍ້​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ. ເທື່ອ​ນີ້ ຄະ​ນະ​ພັກ​ແລະ​ອົງ​ການ​ປົກ​ຄອງ​ແຂວງ​ຢູນ​ນານ​ໄດ້ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ທິດ​ຊີ້​ນຳ​ອັນ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ພາຍຫຼັງ​ຈີນ​ແຈ້ງ​ໃຫ້​ຝ່າຍ​ລາວ​ຊາບ​ກ່ຽວ​ກັບ​ຈີນ​ຈະ​ແຕ່ງ​ຕັ້ງ​ໜ່ວຍ​ຊ່ຽວ​ຊານ​ການ ແພດໄປ​ລາວ​ພຽງ​ແຕ່​ສອງ​ມື້, ກໍ​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ, ຫ້າງ​ຫາ​ເຄື່ອງມື​ອຸ​ປະ​ກອນ​ທີ່​ກ່ຽວ​ຂ້ອງ​ເດີ​ນ​ທາງ​ໄປ​ນະ​ຄອນຫຼວງວຽງ​ຈັນ​ຢ່າງ​ຮີບ​ດ່ວນ. ​ໂດຍເຮັດ​ໃຫ້​ພວກ​ເຮົາ​​ເຊື່ອ​ໝັ້ນ​ວ່າ: ພະ​ຍາດ​ເຖິງ​ຈະ​ຮ້າຍ​ແຮງ​ປານ​ໃດ​, ແຕ່​ຄວາມ​ຮັກ​ແພງ​ຈະ​ເອົາ​ຊະ​ນະ​ໄດ້, ການ​ທີ່​ມີ​ພູ​ຜາ​ສາຍ​ນ້ຳ​ຕິດ​ຈອດ​ກັນ, ຕ່າງ​ຊ່ວຍ​ຊູ້​ຍູ້​ໜູນ ​ເປັນ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​ລາວ​ຢ່າງ​ແທ້​ຈິງ, ຈີນ​-ລາວ​ຈະ​ມີ​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ.

 

ຄຳ​ເຫັນ

0