莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​ມີ​ກໍ​ລະ​ນີ​ບົ່ງ​ມະ​ຕິ​ຕິດ​ເຊື້ອ​ໂຄວິດ-19 ຫຼາຍກວ່າ ພັນ​ຄົນ, ທ່ານ​​ດູເຕີ​ເຕ ຈຳ​ກັດ​ບໍ​ລິ​ເວັນ​ຢູ່​ເຮືອນ

2020-03-29 13:01:00 CRI

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟິ​ລິບ​ປິນ​ເປີດ​ເຜີຍ​ວ່າ, ​ວັນ​ທີ 28 ມີ​ນານີ້, ຟິ​ລິບ​ປິນ​ມີ​ກໍ​ລະ​ນີ​ທີ່​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ໃໝ່ 272 ຄົນ, ຍອດ​ຈຳ​ນວນ​ກໍ​ລະ​ນີ​ທີ່​ຖືກ​ບົ່ງ​ມະ​ຕິຫຼາຍກວ່າພັນ​ຄົນ ຄື​ເປັນ 1075 ຄົນ. ມື້​ດຽວ​ກັນ ມີ 14 ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19, ລວມ​ເຂົ້າ​ກັນ​ແລ້ວ​ຜູ້​ເສຍ​ຊີ​ວິດ​ເຖິງ 68 ຄົນ. ນີ້​ແມ່ນມື້​ທີ່​ມີ​ກໍ​ລະ​ນີ​ເພີ່ມ​ໃໝ່ຫຼາຍກວ່າ​ໝູ່​ແລະ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ​ໝູ່​​ຢູ່​ຟິ​ລິບ​ປິນນັບ​ຕັ້ງ​ແຕ່​ເກີດ​ພະ​ຍາດ​ເປັນ​ຕົ້ນ​ມາ.

ວັນ​ທີ 28 ມີ​ນາ ແມ່ນ​ວັນ​ເກີດ​ຄົບ​ຮອບ 75 ປີ​ຂອງ​ທ່ານ​ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ, ທ່ານສະຫຼອງວັນ​ເກີດ​ຂອງ​ຕົນ​ໂດຍ​ຈຳ​ກັດ​ບໍ​ລິ​ເວນ​ຢູ່​ເຮືອນ​ທີ່​ຕັ້ງ​ຢູ່​ວັງ​​ມາ​ລາກາ​ນານ​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໂດ​ຍ​ອີງ​ຕາມ​ການ​ສະ​ເໜີ​ຂອງ​ທ່ານ​ໝໍ​ແລະ​ໜ່ວຍ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ.

ໜັງ​ສື​ພິມ world news ຂອງ​ຟິ​ລິບ​ປີນ​ລາຍ​ງານ​ວ່າ, ວັນ​ທີ 26 ມີ​ນານີ້, ​ເສ​ນາ​ທິ​ການ​ໃຫຍ່ກອງ​ປະ​ກອບ​ອາ​ວຸດ​ຟີ​ລິບ​ປິນ​ຖືກ​ບົ່ງ​ມະ​ຕິ​ເປັນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄ​ວິດ-19, ເຊິ່ງ​ທ່ານ​ໄດ້​ໄປ​ຢ້ຽມ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ມື້​ກ່ອນ​ວັນ​ທີ 26. ປັດ​ຈຸ​ບັນ, ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ ແລະສະ​ມາ​ຊິກ​ສະ​ພາ​ສູງຫຼາຍ​ທ່ານ ​ເຊັ່ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອງ​ທ່ຽວ ເປັນ​ຕົ້ນ​ທີ່​ເຄີຍ​ມີ​ການ​ພົວ​ພັນ​ກັບ​ທ່ານ​ກຳ​ລັງ​ຢູ່​ໃນ​ສະ​ພາບ​ທີ່​ຈຳ​ກັດ​ບໍ​ລິ​ເວນ​ດ້ວຍ​ຕົນ​ເອງ.

ຄຳ​ເຫັນ

0