秦瑛蓮

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານອາເມຣິກາຈະປ່ອຍຕົວນັກໂທດຫຼາຍພັນຄົນເພື່ອຫຼຸດຄວາມສ່ຽງແຜ່ລະບາດເຊື້ອໂຄວິດ-19ຢູ່ໃນຄຸກ

2020-03-29 13:16:59 cri

ຄຽງຄູ່ກັບເຊື້ອໄວຣັດໂຄວິດ-19 ກໍາລັງມີການແຜ່ລະບາດຢ່າງໃຫຍ່ຢູ່ອາເມຣິກາ, ຄຸກຂອງອາເມຣິກາກໍໄດ້ຜະເຊີນໜ້າກັບຄວາມສ່ຽງທີ່ຂ້ອນຂ້າງສູງໃນການແຜ່ລະບາດເຊື້ອໄວຣັດດັ່ງກ່າວ. ໃນຫວ່າງມໍ່ໆນີ້, ລັດຖະບານອາເມຣິກາ, ອົງການປົກຄອງລັດ ແລະທ້ອງຖິ່ນຕ່າງໆຂອງອາເມຣິກາ ອອກຄໍາສັ່ງປ່ອຍ ຫຼືພິຈາລະນາປ່ອຍນັກໂທດ ແລະຜູ້ຕ້ອງຫາ.

ຕາມໜັງສືພິມ USA Today ລາຍງານວ່າ, ປັດຈຸບັນ, ຢູ່ອາເມຣິກາມີຄຸກຫຼາຍກວ່າ 6000​ ແຫ່ງ. ມາຮອດປັດຈຸບັນ, ລັດຖະບານອາເມຣິກາໄດ້ປ່ອຍນັກໂທດໃນຄຸກຫຼາຍພັນຄົນແລ້ວ. ເຊິ່ງນັກໂທດ ແລະເຈົ້າໜ້າທີ່ຕໍາຫຼວດຄຸກຈໍານວນບໍ່ໜ້ອຍເປັນຜົນບວກໃນການກວດນິວຄະເລອິກຫາເຊື້ອໄວຣັດໂຄວິດ-19.

ຕາມໜັງສືພິມ Houston Chronicle ລາຍງານວ່າ, ເຖິງວ່າລັດຖະບານອາເມຣິກາກ່າວວ່າ ນັກໂທດທີ່ຖືກປ່ອຍສ່ວນຫຼາຍແມ່ນກະທໍາຜິດໂດຍບໍ່ໃຊ້ຄວາມຮຸນແຮງ. ແຕ່ຜູ້ຮັບຜິດຊອບຂອງອົງການປົກປ້ອງຜູ້ຖືກທໍາຮ້າຍຂອງອາເມຣິກາຊີ້ອອກວ່າ, ເຖິງວ່າແມ່ນປ່ອຍນັກໂທດທີ່ກະທໍາຜິດໂດຍບໍ່ໃຊ້ຄວາມຮຸນແຮງກໍຕາມ ແຕ່ຍັງຈະສ້າງຜົນເສຍຫາຍຢ່າງໜັກໜ່ວງຕໍ່ສັງຄົມເຊັ່ນກັນ.

ຄຳ​ເຫັນ

0