蔡寶峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວັດ​ຖຸ​ຊ່ວຍ​ເຫຼືອຂອງ​ລັດ​ຖະ​ບານ​ຈີນ​ຖືກ​ສົ່ງໄປ​ຮອດ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ

2020-03-29 13:00:06 CRI

ຕາມ​ຂ່າວ CRI: ວັນ​ທີ 28 ມີ​ນານີ້, ວັດ​ຖຸ​ຊ່ວຍ​ເຫຼືອ​ດ້ານ​ການ​ປິ່ນ​ປົວ​ທີ່​ລັດ​ຖະ​ບານ​ຈີນມອບ​ໃຫ້​ອິນ​ໂດ​ເນ​ເຊຍ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19 ໄດ້​ຖືກ​ຂົນ​ສົ່ງ​ໄປ​ຮອດ​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.

ຕາມຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ພາຍ​ຫຼັງ​ເກີດ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຈິງ​ໃຈ​ແກ່​ຈີນ​ໃນ​ເວ​ລາ​ຈີນ​ພົບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ທີ່​ສຸດ. ປະ​ຈຸ​ບັນ, ພະ​ຍາດ​ໄດ້​ມີ​ການ​ແຜ່​ລະ​ບາດ​ຢູ່​ອິນ​ໂດ​ເນ​ເຊຍ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ກໍ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຕາມຄວາມ​ສາ​ມາດ​ຂອງ​ຕົນ. ຈີນ​ຍັງ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ອິນ​ໂດ​ເນ​ເຊຍໃນ​ການ​ຈັດ​ຊື້​ວັດ​ຖຸຕ້ານ​ພະ​ຍາດ​ຢູ່​ຈີນ.

ພາຍ​ຫຼັງ​ອິນ​ໂດ​ເນ​ເຊຍ​ໄດ້​ກວດພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 2 ມີ​ນານີ້​ແລ້ວ, ສະ​ພາບ​ພະ​ຍາດ​ນັບ​ມື້​ນັບ​ຂ້ຽວ​ຂາດ. ນັບ​ມາ​ຮອດ​ເວ​ລາ 12 ໂມງ​ຂອງວັນ​ທີ 28 ມີ​ນານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອິນ​ໂດ​ເນ​ເຊຍ​ໄດ້​ກວດ​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ 1155 ກໍ​ລະ​ນີ​ແລ້ວ. ໃນ​ນັ້ນ, ກໍ​ລະ​ນີ​ປົວ​ໃຫ້​ດີ​ແລ້ວ​ມີ 59 ກໍ​ລະ​ນີ, ເສ​ຍ​ຊີ​ວິດ 102 ກໍ​ລະ​ນີ, ຈຳ​ນວນ​ກໍ​ລະ​ນີ​ເສຍ​ຊີ​ວິດ​ແລະ​ອັດ​ຕາ​ເສຍ​ຊີ​ວິດລ້ວນ​ແຕ່​ແມ່ນ​ສູງ​ສຸດໃນ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຄຳ​ເຫັນ

0