ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວ CRI: ໂດຍຕອບສະໜອງຕາມການເຊີນຢ່າງສຸກເສີນຂອງ ສປປ ລາວ, ວັນທີ 29 ມີນານີ້, ໜ່ວຍງານຜູ້ຊ່ຽວຊານການແພດຂອງຈີນໄດ້ເດີນທາງອອກຈາກແຂວງຢຸນນານຈີນດ້ວຍຍົນເໝົາສາຍການບິນແຊນາ ອິສເຕິນ ໄປຮອດນະຄອນຫຼວງວຽງຈັນຂອງລາວ ເພື່ອຊ່ວຍລາວດຳເນີນວຽກງານປ້ອງກັນແລະຄວບຄຸມພະຍາດ.
ຕາມຂ່າວແຈ້ງວ່າ: ໜ່ວຍງານຜູ້ຊ່ຽວຊານການແພດທີ່ໄປລາວໃນຄັ້ງນີ້ແມ່ນຈັດຕັ້ງໂດຍຄະນະກຳມະການສາທາລະນະສຸກແລະສຸຂະພາບແຫ່ງຊາດຈີນ, ແລະປະກອບດ້ວຍຜູ້ຊ່ຽວຊານການແພດຂອງແຂວງຢຸນນານ 12 ທ່ານທີ່ເປັນວິຊາການໃນດ້ານການປົວພະຍາດຕິດແປດ ມໍລະສຸມ ພະຍາບານ ການກວດກາ ແພດຈີນ ແລະອື່ນໆ.
ໜ້າທີ່ຕົ້ນຕໍຂອງໜ່ວຍງານຜູ້ຊ່ຽວຊານຈີນແມ່ນແບ່ງປັນແລະແລກປ່ຽນບົດຮຽນກັບໂຮງໝໍແລະຜູ້ຊ່ຽວຊານການແພດທ້ອງຖິ່ນ, ແນະນຳບົດຮຽນຂອງຈີນໃນການຕ້ານພະຍາດ, ໃຫ້ຄຳປຶກສາແກ່ລາວກ່ຽວກັບການປ້ອງກັນແລະຄວບຄຸມພະຍາດຢູ່ລາວ ການປິ່ນປົວຄົນເຈັບ ແລະວຽກງານໃນຫ້ອງທົດລອງ ໂດຍອີງຕາມມາດຕະການປ້ອງກັນແລະຄວບຄຸມພະຍາດແລະຂະບວນການປິ່ນປົວຂອງລາວ, ແລະໃຫ້ການອົບຮົມແລະການຊີ້ນຳຕໍ່ພະນັກງານການແພດແລະພະນັກງານປ້ອງກັນແລະຄວບຄຸມພະຍາດໃນຄຸ້ມຊຸມຊົນຂອງລາວ. ໜ່ວຍງານຜູ້ຊ່ຽວຊານຍັງໄດ້ນຳເອົາວັດຖຸປິ່ນປົວທີ່ມອບໂດຍແຂວງຢຸນນານຈີນໄປລາວ ເຊິ່ງລວມທັງເຄື່ອງກວດນິວຄະເລອິກຫາເຊື້ອໃນຫ້ອງທົດລອງ, ຜ້າປິດປາກ N95 10560 ອັນ, ຜ້າປິກປາກທຳມະດາ 60 ພັນອັນ, ຊຸດປ້ອງກັນທາງການແພດ 6000 ຊຸດ ແລະວັດຖຸປ້ອງກັນແລະປິ່ນປົວອື່ນໆ ພ້ອມທັງຢາພື້ນເມືອງຈີນແລະຢາຫຼວງງວດໜຶ່ງ.
ຄຳເຫັນ
0