ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວCRI:ວັນທີ 28 ມີນານີ້, ກະຊວງການຕ່າງປະເທດກຳປູເຈຍປະກາດແຈ້ງການວ່າ, ນັບແຕ່ເວລາ 23 ໂມງ 59 ນາທີຂອງວັນທີ 30 ມີນານີ້ເປັນຕົ້ນໄປ, ຈະຢຸດເຊົາປະຕິບັດນະໂຍບາຍການຍົກເວັ້ນວິຊາທັງໝົດ, ຢຸດເຊົາການໃຫ້ວິຊາການທ່ອງທ່ຽວ, ວິຊາເອເລັກໂຕຼນິກແລະວິຊາກັບດ່ານເປັນເວລາໜຶ່ງເດືອນ. ການເຂົ້າແດນທີ່ຖືວິຊາການຕ່າງປະເທດແລະວິຊາລັດຖະການແມ່ນບໍ່ຖືກຈຳກັດ.
ແຈ້ງການຂຽນວ່າ, ຄົນຕ່າງປະເທດທີ່ຕ້ອງການເຂົ້າແດນຕ້ອງໄປຂໍວິຊາຢູ່ສະຖານທູດກຳປູເຈຍປະຈຳຢູ່ຕ່າງປະເທດ, ຕ້ອງສະໜອງໃບຢັ້ງຢືນສຸຂະພາບທີ່ບໍ່ໄດ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນເວລາ 72 ຊົ່ວໂມງກ່ອນອອກເດີນທາງ, ຍັງຕ້ອງຖືໃບປະກັນໄພການແພດທີ່ມີມູນຄ່າປະກັນໄພບໍ່ຕ່ຳກວ່າ 5 ໝື່ນໂດລາ. ພາຍຫຼັງໄດ້ເຂົ້າແດນແລ້ວຍັງຕ້ອງຮັບການກວດສຸຂະພາບ ແລະປະຕິບັດມາດຕະການຈຳກັດບໍລິເວນຂອງພາກສ່ວນສາທາລະນະສຸກຂອງກຳປູເຈຍ.
ຄຳເຫັນ
0