莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ: ການ​ຮ່ວມ​ກັນ​ຕ້ານ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ການ​ພົວ​ພັນ​ມາ​ເລ​ເຊຍ-ຈີນ​ແໜ້ນ​ແຟ້ນກວ່າ​ເກົ່າ

2020-03-29 12:58:25 CRI

ວັນ​ທີ 28 ມີ​ນານີ້, ວັດ​ຖຸ​​ຕໍ່​ຕ້ານ​ພະ​ຍາດ​ທີ່​ຈີນຊ່ວຍ​ເຫຼືອ​ມາ​ເລ​ເຊຍ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ມາ​ເລ​ເຊຍ, ທ່ານ​ຮິ​ຊາ​ມູ​ຕິນ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ປະ​ເທດ​ຈີນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ເວ​ລາ​ມາ​ເລ​ເຊຍ​ພົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ​ແລະກ່າວ​ວ່າ, ການ​ຮ່ວມ​ກັນຕໍ່​ຕ້ານ​ພະ​ຍາດ​ໂຄວິດ-19 ​ຈະເຮັດ​ໃຫ້​ການ​ພົວ​ພັນ​ມາ​ເລ​ເຊຍ-ຈີນ​​ຍິ່ງແໜ້ນ​ແຟ້ນກວ່າ​ເກົ່າ.

ໃນ​ພິ​ທີ​ການມອບ​ຮັບ, ທ່ານ​ຮິ​ຊາ​ມູ​ຕິນ ກ່າວ​ວ່າ, ​​ອຸ​ປະ​ກອນ​ຊ່ວຍ​ເຫຼືອ​ໃນຄັ້ງ​ນີ້​​ຈະ​ຖືກ​ນຳ​ໃຊ້​ຢ່າງວ່ອງ​ໄວ, ເຊື່ອ​ແນ່ວ່າ​ຈະ​ສາ​ມາດ​ຊ່ວຍ​ມາ​ເລ​ເຊຍ​ຕໍ່​ຕ້ານ​ກັບ​ພະ​ຍາດ​ໄດ້​ຢ່າງ​​ບັງ​ເກີດ​ຜົນ. ສະ​ພາບ​ພະ​ຍາດ​ຄັ້ງ​ນີ້ບໍ່​ພຽງ​ແຕ່​ແມ່ນ​ວິ​ກິດ​ການທໍ່​ນັ້ນ, ກໍ່​​ແມ່ນ​ກາ​ລະ​ໂອ​ກາດ​ອີກ​ດ້ວຍ, ​ຈະ​ເຮັດ​ໃຫ້​ມາ​ເລ​ເຊຍ-ຈີນ​ສາ​ມາ​ຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ​ໃກ້​ຊິດກວ່າ​ເກົ່າ.

ທ່ານ​ປາຍ​ທ່ຽນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ​ກ່າວ​ວ່າ, ໃນ​ເວ​ລາ​ທີ່​ຈີນ​ຕໍ່​ຕ້ານ​ພະ​ຍາດ​ພົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ມາ​ເລ​ເຊຍ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ລ້ຳ​ຄ່າ​ທີ່​ສຸດ​ແກ່​ຈີນ. ປັດ​ຈຸ​ບັນ, ມາ​ເລ​ເຊຍ​ໄດ້​ພົບ​ຄວາມ​ຫຍຸ້ງ​ຍາກ, ຈີນ​ຈະ​ຢືນ​ຮຽງ​ກັນ​ກັບ​ມາ​ເລ​ເຊຍ​ຢ່າງ​ເດັດ​ດ່ຽວ, ພ້ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ.

ຄຳ​ເຫັນ

0