徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ຈະ​ປິດ​ດ່ານ​ຊາຍ​ແດນ​ທາງ​ໝົດ​ເປັນ​ການ​ຊົ່ວ​ຄາວ

2020-03-29 13:07:11 CRI

ຕາມ​ຂ່າວCRI: ໂດຍ​ອີງ​ຕາມ​ຄຳ​ສັ່ງ​ທີ່​ລົງ​ນາມ​ໂດຍ​ທ່ານ​ມິ​ຄານ ມິ​ຊຸ​ສ​ຕິນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ, ຣັດ​ເຊຍ​ຈະ​ປິດ​ດ່ານ​ຊາຍ​ແດນ​ທັງ​ໝົດ​ນັບ​ແຕ່​ວັນ​ທີ 30 ມີ​ນາ​ນີ້​ເປັນ​ຕົ້ນ​ໄປ, ເພື່ອ​ກະ​ກັດ​ກັ້ນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງ​ໃນແດນ​ຣັດ​ເຊຍ.

 

ໂດຍ​ອີງ​ຕາມ​ຄຳ​ສັ່ງ​ນີ້, ນັບ​ແຕ່​ເວ​ລາ 0 ໂມງ​ຂອງວັນ​ທີ 30 ມີ​ນາ​ນີ້​ເປັນ​ຕົ້ນ​ໄປ, ຣ​ດັ​ເຊຍ​ຈະ​ປິດ​ດ່ານ​ຊາຍ​ແດນ​ທາງ​ຫຼວງ, ທາງ​ລົດ​ໄຟ, ແມ່​ນ້ຳ​ແລະ​ດ່ານປະ​ສົມ​ທັງ​ໝົດເປັນ​ການ​ຊົ່ວ​ຄາວ. ມາດ​ຕະ​ການ​ນີ້​ບໍ່​​​​ຈຳ​ກັດເຈົ້າ​ໜ້າ​ທີ່ການ​ທູດ​ພ້ອມ​​ຄອບ​ຄົວແລະ​ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ຂອງ​ປະ​ເທດ​ອື່ນ, ໂຊ​ເຟີ​ການ​ຂົນ​ສົ່ງສິນ​ຄ້າ​ສາ​ກົນ, ໜ່ວຍ​ງານນ​ລົດ​ໄຟ, ລູກ​ກຳ​ປັ່ນ​

ຄຳ​ເຫັນ

0