吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ COVID-19 ​ໃນ​ທົ່ວ​ໂລກທະລຸ​ຫຼາຍ​ກວ່າ 3 ໝື່ນ​ຄົນ

2020-03-30 14:54:28 cri

ວັນ​ທີ 29 ມີນາ​ນີ້, ອົງການ​ອະນາ​ໄມ​ໂລກ​ໄດ້​ເປີດ​ເຜີ​ຍຂໍ້​ມູນ​ສ​ະຖິຕິ​ໃໝ່ ​ເຊິ່ງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ COVID-19 ​ໃນ​ທົ່ວ​ໂລກ​ທະລຸ​ຫຼາຍ​ກວ່າ 30105 ຄົນ.

​ເຈົ້າໜ້າ​ທີ່​ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ: ຈົນ​ຮອດ​ເວລາ 18 ​ໂມງຂອງ​ວັນ​ທີ 29 ມີນາ​ນີ້​ຕາມ​ເວລາ​ພາກ​ກາງ​​ເອີຣົບ, ຜູ້​ຕິດ​ເຊື້ອ​ພະຍາດ COVID-19 ​ໃນ​ທົ່ວ​ໂລກ​​ໄດ້​ທະລຸເຖິງ 638146 ຄົນ, ຜູ້​ເສຍ​ຊີວິດທະລຸ​ເຖິງ 30105 ຄົນ, ພະຍາດ​COVID-19 ​ໄດ້​ສົ່ງ​ຜົນ​ກະທົບ​ໃຫ້ 202 ປະ​ເທດ ​ແລະ​​ເຂດ​ແຄວ້ນ​ໃນ​ໂລກ.

ວັນ​ທີ 27 ມີນາ​ນີ້, ທ່ານ​ເທ​ໂດຣສ ຜູ້ອຳນວຍການ​ໃຫຍ່ຂອງ​ອົງການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ການ​ຄົ້ນຄວ້າ​ຜະລິດ​ຢາ​ວັກ​ແຊງ​ພະຍາດ COVID-19 ຍັງຕ້ອງ​ໃຊ້ເວລາ 12 ຫາ 18 ​ເດືອນ​ເປັນ​ຢ່າງ​ໜ້ອຍ, ຂະນະ​ດຽວ​ກັນ, ທົ່ວ​ໂລກ​ພວມຊຸກຍູ້​ການ​ທົດ​ລອງ​ວິທີ​ການ​ປິ່ນປົວ​ພະຍາດ COVID-19.

ຄຳ​ເຫັນ

0