吳佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງສຳ​ຫຼວດກວດ​ເບິ່ງ​ແຂວງ​​ເຈີ້​ຈ່ຽງ ​ເຊິ່ງ​ເປັນການ​ສົ່ງສັນຍານ​ຢ່າງ​ຈະ​ແຈ້ງ​ວ່າ​ຈີນ​ໄດ້​ຮ່ວມປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງຕ່ອງ​ໂສ້​ອຸດສາຫະກຳ ​ແລະ​ການ​ສະໜອງ​ຂອງ​ໂລກ

2020-03-30 17:16:25 cri

ວັນ​ທີ 29 ມີນາ​ນີ້, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສຳ​ຫຼວດກວດ​ເບິ່ງ​ແຂວງ​ເຈີ້​ຈ່ຽງ ​ເຊິ່ງ​ເປັນ​ການ​ສຳ​ຫຼວດຄົ້ນຄວ້າ​ເທື່ອ​ທີ 4 ຂອງ​ທ່ານ​ສີ​ຈິ້ນ​ຜິ​ງນັບ​ແຕ່​​ເກີ​ມີ​ສະພາບ​ພະຍາ​ດ COVID-19 ​ເປັນ​ຕົ້ນ​ມາ.

​​ໃນ​ການ​ສຳ​ຫຼວດກວດ​ເບິ່ງຄັ້ງ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເດີນທາງ​ໄປ​ເຖິງ​ຍ່ານ​ຊ່ວນຊ່ານ​ໃນ​ທ່າ​ກຳ​ປັ່ນ​​ໂຈ່​ວຊ່ານຂອງນະຄອນ​ນີງ​ໂປ່ກ່ອນ ​ເພື່ອ​ສຳ​ຫຼວດສະພາບ​ການ​ຟື້ນ​ຟູ​ການ​​ເຄື່ອນ​ໄຫວ​ຂອງ​ທ່າ​​ກຳ​ປັ່ນ.

​ໃນ​ສະພາບ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ COVID-19, ​ໃນ​ 2 ​ເດືອນ​ຕົ້ນ​ປີ 2020 ທ່າ​ກຳ​ປັ່ນ​ໂຈ່​ວຊ່ານຂອງ​ນະຄອນ​ນີງ​ໂປ່​ໄດ້​ຄ່ຽນ​ຖ່າຍ​ສິນຄ້າ​ບັນລຸ 163 ລ້ານ​ໂຕນ ກວມ 98% ຂຶ້ນ​ໄປ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​​ປີ 2019; ​ໂດຍ​ສາມາດ​ຄ່ຽນ​ຖ່າຍ​ສິນ​ຄ້າ​ທີ່​ບັນຈຸ​​ໃນ​ຕູ້​ຄອນ​ເທ​ນ​ເນີ​ມາດຕະຖານ​ບັນລຸ 4,06 ລ້ານຕູ້ ກວມ​ເກືອບ 90% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນຂອງ​​ປີ 2019.

ຂໍ້​ມູນ​ສະຖິຕິໄດ້​ຊີ້​​ໃຫ້​ເຫັນ​ວ່າ: ການ​ຄ້າ​ຕ່າງປະ​ເທດຂອງ​ຈີນ 90% ຂຶ້ນ​ໄປຂອງ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າ​ແມ່ນ​ຜ່ານ​ທ່າກຳ​ປັ່ນ. ສຳລັບ​ທ່າ​ກຳ​ປັ່ນ​​ທີ່​ມີ​ປະລິມານ​ການ​ຄ່ຽນ​ຖ່າຍ​ສິນຄ້າ ​ແລະ​ປະລິມານ​ການ​ຄ່ຽນ​ຖ່າຍ​ຕູ້​ຄອນ​ເທ​ນ​ເນີ 10 ອັນ​ດັບ​ຂອງ​ໂລກ​ນັ້ນ ​ໃນ​ຈີນ​ມີ​ເຖິງ 7 ທ່າ​ກຳ​ປັ່ນ. ສະ​ນັ້ນ, ທ່າ​ກຳ​ປັ່ນມີ​ຄວາມ​ສຳຄັນ​​ໃນ​ການ​ຊຸກຍູ້​ການ​ຟື້ນ​ຟູ​ກາ​ນຜະລິດ ​ແລະ​ຮັກສາ​ຄວາມ​ໝັ້ນຄົງ​ຂອງຕ່ອງ​ໂສ້​ອຸດສາຫະກຳ ​ແລະ​ການ​ສະໜອງ​ຂອງ​ທົ່ວ​ໂລກ.

ການສຳ​ຫຼວດກວດ​ເບິ່ງ​ທ່າ​ກຳ​ປັ່ນໃຫຍ່​ທີ່​ສຸດ​​ໃນ​ໂລກ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງຄັ້ງນີ້​ໄດ້​​ເປັນ​ການ​ສົ່ງສັນຍານ​ຢ່າງ​ຈະ​ແຈ້ງ​​​ວ່າ​ຈີນ​ໄດ້​ຮ່ວມຮັກສາ​ຄວາ​ມໝັ້ນຄົງ​ຂອງຕ່ອງ​ໂສ້​ອຸດສາຫະກຳ ​ແລະ​ການ​ສະໜອງ​ຂອງ​ໂລກ.

ຄຳ​ເຫັນ

0