尚艷波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ຊ່ຽວຊານດ້ານເຊື້ອພະຍາດຂອງອາເມຣິກາກ່າວວ່າ: ເຊື້ອພະຍາດໂຄວິດ-19 ແມ່ນກຳເນີດຈາກທຳມະຊາດ ແລະ ອາດແຜ່ລະບາດມາກ່ອນນີ້ຫລາຍປີແລ້ວ

2020-03-30 19:28:09 cri

ຫວ່າງມໍ່ໆມານີ້, ທ່ານ ໂຣເບີດ ກາຣີ ສາສະດາຈານຂອງມະຫາວິທະຍາໄລຕຸເລັນ, ຜູ້ຊ່ຽວຊານດ້ານເຊື້ອພະຍາດຂອງອາເມຣິກາ ໄດ້ໃຫ້ສຳພາດຕໍ່ບໍລິສັດກະຈາຍສຽງອາເມຣິກາ ຫຼື ABC ໂດຍໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ຕາມການວິໄຈຂອງເຂົາເຈົ້າ, ຕະຫຼາດອາຫານທະເລອູຮັ້ນຢູ່ຈີນບໍ່ແມ່ນແຫຼ່ງກຳເນີດຂອງເຊື້ອພະຍາດໂຄວິດ-19. ຂໍ້ສະຫຼຸບດັ່ງກ່າວໄດ້ເຮັດໃຫ້ປະຊາຄົມໂລກໃຫ້ຄວາມສົນໃຈໃນລະດັບສູງຢ່າງວ່ອງໄວ.

ທ່ານ ໂຣເບີດ ກາຣີ ກ່າວວ່າ: “ເຊື້ອພະຍາດໂຄວິດ-19 ແມ່ນກຳເນີດຈາກທຳມະຊາດ”

圖片默認標題_fororder_微信圖片_20200330192408

ວັນທີ 17 ມີນານີ້, ວາລະສານການແພດທຳມະຊາດ(nature medicine) ເຊິ່ງເປັນວາລະສານວິຊາການລະດັບສູງໃນລະດັບສາກົນໄດ້ພິມບົດນິພົນການຄົ້ນຄວ້າຫຼ້າສຸດບົດໜຶ່ງທີ່ຂຽນຮ່ວມກັນໂດຍນັກວິທະຍາສາດ 5 ທ່ານຈາກອາເມຣິກາ, ອັງກິດ ແລະ ອົສຕຣາລີ. ທັດສະນະຕົ້ນຕໍຂອງບົດນິພົນດັ່ງກ່າວສະແດງໃຫ້ເຫັນວ່າ: ເຊື້ອພະຍາດໂຄວິດ-19 “ບໍ່​ແມ່ນເກີດຂື້ນໃນຫ້ອງທົດລອງ, ທັງບໍ່ແມ່ນເຊື້ອພະຍາດທີ່ຖືກສ້າງຂື້ນ ແລະ ຖືກຄວບຄຸມຈາກຄົນທີ່ມີເປົ້າໝາຍ”. ວັນທີ 18 ມີນານີ້, ເວັບໄຊທາງ​ການ​ຂອງມະຫາວິທະຍາໄລຕຸເລັນອາເມຣິກາໄດ້ເປີດເຜີຍວິດີໂອການໃຫ້ສຳພາດຂອງທ່ານ ໂຣເບີດ ກາຣີ ຜູ້ຊ່ຽວຊານດ້ານເຊື້ອພະຍາດຂອງມະຫາວິທະຍາໄລຕົນ ເຊິ່ງແມ່ນໜຶ່ງໃນຜູ້ຂຽນບົດນິພົນດັ່ງກ່າວ. ທ່ານ ກາຣີ ກ່າວ​ໃນວິດີໂອວ່າ: “ຂ້າພະເຈົ້າສາມາດຢືນຢັນໃຫ້ຮູ້ໄດ້ວ່າ: ນີ້ບໍ່ແມ່ນອາວຸດຊີວະພາບ, ບໍ່ມີຜູ້ໃດເປັນຜູ້ສ້າງເຊື້ອພະຍາດແບບນີ້ໃນຫ້ອງທົດລອງ, ມັນຫາກກຳເນີດມາຈາກທຳມະຊາດ. ປັດຈຸບັນ, ພວກເຮົາຍັງບໍ່ຮູ້ວ່າເຊື້ອພະຍາດດັ່ງກ່າວໄດ້ຝັງໂຕຢູ່ກັບມວນມະນຸດມາເປັນເວລາດົນນານເທົ່າໃດແລ້ວ, ອາດຈະເກີດມີຂຶ້ນໃນບໍ່ເທົ່າໃດເດືອນ, ອາດຈະເປັນເວລາຫຼາຍປີ, ບາງທີອາດຈະເປັນເວລາຫຼາຍສິບປີ, ແລ້ວໄດ້ເກີດມີວິວັດທະນາການໃນທີ່ສຸດ, ເຮັດໃຫ້ມັນສາມາດແຜ່ລະບາດອ່າວໄວ.”

圖片默認標題_fororder_微信圖片_20200330192413
ພາບກ່ຽວກັບການລາຍງານຈາກ ABC

ວັນທີ 27 ມີນານີ້, ບໍລິສັດກະຈາຍສຽງອາເມຣິກາ ຫຼື ABC ໄດ້ລາຍງານການໃຫ້ສໍາພາດຂອງທ່ານ ໂຣເບີດ ກາຣີ. ໃນບົດສຳພາດດັ່ງກ່າວ, ທ່ານ ກາຣີ ໄດ້ກ່າວເຖິງຂໍ້ມູນຂ່າວສານທີ່ສຳຄັນຂໍ້ໜຶ່ງນັ້ນກໍຄື: ເຖິງວ່າມີຄົນເຫັນວ່າເຊື້ອພະຍາດ​ໂຄ​ວິດ-19 ມີແຫຼ່ງກຳເນີດມາຈາກຕະຫຼາດອາຫານທະເລແຫ່ງໜຶ່ງຢູ່ນະຄອນອູຮັ້ນຂອງຈີນກໍຕາມ, ແຕ່ທ່ານເຫັນວ່ານີ້ແມ່ນຄວາມເຫັນທີ່ຜິດພາດ, “ການວິໄຈຂອງພວກຂ້າພະເຈົ້າກໍຄືນັກວິທະຍາສາດຈຳນວນໜຶ່ງລ້ວນແຕ່ໄດ້ຊີ້ໃຫ້ເຫັນແຫຼ່ງກຳເນີດທີ່ມີມາເປັນເວລາດົນກວ່າທີ່ຕະຫຼາດອາຫານທະເລແຫ່ງນັ້ນຢູ່ນະຄອນອູຮັ້ນ”. ທ່ານ ກາຣີ ກ່າວວ່າ: “ຢູ່ອູຮັ້ນມີຜູ້ເປັນພະຍາດໂຄວິດ-19 ຈຳນວນໜຶ່ງແທ້, ແຕ່ມັນບໍ່ແມ່ນແຫຼ່ງກຳເນີດຂອງເຊື້ອພະຍາດ.”
 

ປັດຈຸບັນ, ຢູ່ປະເທດນັບມື້ນັບຫຼາຍໄດ້ພົບເຫັນຜູ້ເປັນພະຍາດໂຄວິດ-19 ທີ່ບໍ່ມີປະຫວັດການກ່ຽວ​ພັນກັບຈີນ. ຕົວຢ່າງຄື: ຢູ່ລັດກາລີຟໍເນຍຂອງອາເມຣິກາໄດ້ພົບເຫັນຜູ້ເປັນພະຍາດໂຄວິດ-19 ທີ່ບໍ່ໄດ້ໄປທ່ຽວຢູ່ເຂດທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໜັກໜ່ວງ ແລະ ກໍບໍ່ໄດ້ສຳຜັດກັບຜູ້ເປັນພະຍາດໂຄວິດ-19 ທີ່ຖືກບົ່ງມະຕິ; ຜູ້ເປັນພະຍາດໂຄວິດ-19 ສອງຄົນທີ່ຖືກບົ່ງມະຕິພົບ​ເຫັນກ່ອນໝູ່ຢູ່ອີຣານກໍບໍ່ໄດ້ມີປະຫວັດການທ່ອງທ່ຽວຢູ່ປະເທດຈີນ; ຊາຍຍີ່ປຸ່ນຜູ້ໜຶ່ງໄດ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຫຼັງໄດ້ໄປທ່ຽວຢູ່ຮາວາຍແລ້ວກັບຄືນຍີ່ປຸ່ນ, ​ແຕ່ບໍ່ເຄີຍໄດ້ເດີນທາງໄປຈີນ​ເມື່ອ​ບໍ່​ດົນ​ຜ່ານ​ມາ ແລະອື່ນໆ.
 

ຕາມບໍລິສັດກະຈາຍສຽງອັງກິດ ຫຼື BBC ແລະ ສື່ມວນຊົນອື່ນໆ ລາຍງານວ່າ: ເຖິງວ່າ “ຜູ້ເປັນພະຍາດໝາຍເລກ 1” ຄືຜູ້ເປັນພະຍາດໂຄວິດ-19 ທີ່ຖືກບົ່ງມະຕິຄົນທຳອິດຂອງອັງກິດແມ່ນໄດ້ຖືກພົບເຫັນໃນວັນທີ 31 ມັງກອນປີນີ້ກໍຕາມ, ແຕ່ການຄົ້ນຄວ້າຫຼ້າສຸດສະແດງໃຫ້ເຫັນວ່າ ໃນກາງເດືອນມັງກອນປີນີ້, ຢູ່ອັງກິດກໍໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລ້ວ, ນັ້ນແມ່ນຄອບຄົວແຫ່ງໜຶ່ງຢູ່ເມືອງຊຸສເຊັກສ໌ທາງພາກຕາເວັນອອກຂອງອັງກິດ(ປັດຈຸບັນພວມຮັບການກວດກາຢູ່). ຜ່ານການກວດກາປະຫວັດການເຄື່ອນໄຫວໃນໄລຍະຜ່ານ​ມາຂອງສະມາຊິກຄອບຄົວດັ່ງກ່າວແລ້ວພົບເຫັນວ່າ: ພວກເຂົາເຈົ້າລ້ວນແຕ່ບໍ່ມີປະຫວັດການສຳຜັດກັບຄົນຈີນກ່ອນເປັນພະຍາດພາຍໃນ​ເວລາ 1 ເດືອນ, ແຕ່ມີປະຫວັດການສຳຜັດກັບຄົນອາເມຣິກາ.
 

ສະນັ້ນ, ເຊື້ອພະຍາດກຳເນີດມາຈາກໃສແທ້?

ຄວນຮູ້ວ່າ: ຕ້ອງເຊື່ອວິທະຍາສາດ! ຕ້ອງຮັບຟັງຄວາມເຫັນຂອງນັກວິຊາການແລະວິທະຍາສາດ!

ບໍ່ວ່າເຊື້ອພະຍາດຈະກຳເນີດມາຈາກໃສ, ລ້ວນແຕ່ບໍ່ຄວນນຳເອົາມາກ່ຽວຂ້ອງກັບເຊື້ອຊາດ, ສີຜິວ ແລະ ​ເຂດ​ແຄວ້ນໃດໆທັງສິ້ນ, ນີ້ແມ່ນຄວາມຮັບຮູ້ຢ່າງເປັນເອກະພາບກັນໃນລະດັບສາກົນ ທັງແມ່ນມະ​ໂນ​ທຳຂອງມວນມະນຸດ!

ຄຳ​ເຫັນ

0