何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ

2020-03-31 10:17:05 CRI

圖片默認標題_fororder_1878593367

      ຕາມຂ່າວCRI: ໃນວັນທີ 30 ມີນາ 2020 ນີ້, ທີ່ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼືໂຄວິດ-19 ໄດ້ຖະແຫຼງຂ່າວວ່າ: ມີຈຳນວນຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ລາວເພີ່ມຂຶ້ນ ເຊິ່ງມາໃນວັນທີ 30 ມີນາ 2020 ພາຍຫລັງຜົນການກວດວິເຄາະຫາເຊື້ອຈາກຈຳນວນອີກ 64 ຕົວຢ່າງຜົນວິເຄາະອອກມາມີ 1 ກໍລະນີຕິດເຊື້ອ.

 

      ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກ່າວວ່າ:  ວັນທີ 29 ມີນາ 2020 ມີກໍລະນີສົງໄສ 64 ກໍລະນີ ທີ່ຕິດຕາມຢູ່ໂຮງໝໍໃນແຕ່ລະແຂວງຄື: ນະຄອນຫຼວງວຽງຈັນ 49 ກໍລະນີ, ແຂວງຫຼວງພະບາງ 11 ກໍລະນີ, ແຂວງສາລາວັນ 2 ກໍລະນີ, ແຂວງໄຊຍະບູລີ ແລະ ຜົ້ງສາລີ ແຂວງລະ 1 ກໍລະນີ. ເຊິ່ງຜົນກວດວິເຄາະ 63 ກໍລະນີເປັນລົບ, ມີ 1 ກໍລະນີຕິດເຊື້ອ ເປັນເພດຍິງ ອາຍຸ 22 ປີ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີປະຫວັດການເດີນທາງມາແຕ່ປະເທດໄທ.

 

     ປະຈຸບັນໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະຊ່ວຍເຫຼືອຕົນເອງໄດ້ ເຊິ່ງມາຮອດວັນທີ 30 ມີນາ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດຈຳນວນ 9 ຄົນ, 6 ຄົນແມ່ນຢູ່ນະຄອນຫຼວງວຽງຈັນ ແລະ 3 ຄົນແມ່ນຢູ່ແຂວງຫຼວງພະບາງ.

ຄຳ​ເຫັນ

0