何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານຈີນມອບເຄື່ອງຊ່ວຍເຫຼືອຕ້ານ Covid-19 ແກ່ ສປປ ລາວ ລວມມູນຄ່າກວ່າ 300.000 ໂດຣາ

2020-03-31 10:19:54 CRI

圖片默認標題_fororder_1128848179

ໃນວັນທີ 30 ມີນາ 2020 ທີ່ສາງພະລາທິການການແພດ ເຂດດົງໂພສີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວເພື່ອຕ້ານພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19). ຕາງໜ້າລັດຖະບານ ສປ ຈີນ ມອບໂດຍທ່ານ ຫວາງຊີຮຸ່ຍ ທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

圖片默認標題_fororder_1194571645

ເຄື່ອງຊ່ວຍເຫຼືອທີ່ມອບຮັບໃນຄັ້ງນີ້ລວມມີ : ຜ້າປິດປາກທົ່ວໄປ ຈຳນວນ 400.000 ອັນ, ຜ້າປິດປາກ N95 ຈຳນວນ 5.000 ອັນ, ຊຸດປ້ອງກັນຕົວເອງ ຈຳນວນ 5,000 ຊຸດ ແລະ ນ້ຳຢາກວດຫາເຊື້ອພະຍາດໂຄວິດ-19 ຈຳນວນ 20.064 ຊຸດ ລວມມູນຄ່າທັງໝົດຫຼາຍກວ່າ 300.000 ໂດຣາ.

圖片默認標題_fororder_558786089

ຄຳ​ເຫັນ

0